Ad

Ad

19 August 2014

ສຶກສາອົບຮົມສາວບໍລິການຫລາຍສິບຄົນ



   ພາຍຫລັງໄດ້ຮັບການສ່ອງແສງຈາກສັງຄົມວ່າ: ໃນເຂດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຮ້ານບັນເທີງຫລາຍ ແຫ່ງມີສາວໃຫ້ບໍລິການທາງເພດເປັນຈຳນວນຫລາຍ ແລະ ທ້າຍອາທິດຜ່ານມານີ້, ປກສ ເມືອງດັ່ງກ່າວໄດ້ນຳກຳລັງເຂົ້າກວດ ຄົ້ນບັນດາຮ້ານກິນດື່ມບັນເທີງ 4 ແຫ່ງໃນເຂດເມືອງຕົນ, ພົບຍິງສາວບໍລິການ 20 ກວ່າຄົນ ຈຶ່ງໄດ້ນຳມາສຶກສາອົບຮົມຢູ່ຫ້ ອງການ ປກສ ເມືອງເພື່ອໃຫ້ຍິງສາວທັງໝົດນັ້ນຢຸດເຊົາການກະທຳໃນສິ່ງທີ່ບໍ່ດີດັ່ງກ່າວເນື່ອງຈາກຜິດຕໍ່ລະບຽບກົດໝາຍ ແລະ ສ້າງຄວາມ ບໍ່ສະຫງົບໃຫ້ສັງຄົມທັງເປັນ ການສ້າງຄວາມເສື່ອມເສຍຕໍ່ຮີດ ຄອງປະເພນີອັນດີງາມຂອງຊາດນຳດ້ວຍ. ຂະນະດຽວກັນ, ທ່ານ ພັນໂທ ບົວສອນ ບຸນຈະເລີນ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮຽກຮ້ອງ ໃຫ້ຍິງສາວທີ່ຖືກສຶກສາອົບຮົມຄັ້ງນີ້ໃຫ້ກັບໃຈແລ້ວຫັນໄປປະກອບອາຊີບອື່ນທີ່ສຸຈະລິດ ແລະ ຖືກຕ້ອງຕາມລະບຽບກົດ ໝາຍບ້ານເມືອງ. ພ້ອມກັນນີ້, ຍັງໄດ້ເນັ້ນໃຫ້ເຈົ້າໜ້າທີ່ທຸກພາກສ່ວນລວມທັງອຳນາດການປົກຄອງທຸກຂັ້ນຈົ່ງພ້ອມກັນເອົາ ໃຈໃສ່ຕິດຕາມກວດກາ ແລະ ສະກັດກັ້ນບັນຫາດັ່ງກ່າວໃຫ້ຫລຸດໜ້ອຍລົງເທື່ອລະກ້າວ.

No comments:

Post a Comment