ຕາມການຄາດຄະເນທ່າອ່ຽງ ອາກາດລະດູການຈາກພາກພື້ນ
ແລະ ສາກົນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້
ຮູ້ວ່າ: ສະພາບຝົນໃນ 3 ເດືອນ ຕໍ່ໜ້າ (ສິງຫາ, ກັນຍາ, ຕຸລາ) ຈະມີປະ ລິມານຫລຸດລົງຢູ່ເກນປົກກະຕິເປັນສ່ວນຫລາຍໃນ
ແຕ່ລະພາກ, ການແຈກຢາຍຂອງຝົນໃນທົ່ວ ປະເທດອາດຈະບໍ່ສະໜ່ຳສະເໜີ ເທົ່າທີ່ຄວນ ແລະ ຍັງຈະມີຝົນຕົກໜັກເປັນ
ບາງໂອກາດ ຫລື ບາງທ້ອງຖິ່ນຢູ່, ຊຶ່ງຈະເຮັດໃຫ້ ນ້ຳຖ້ວມຊຸກະທັນຫັນ ແລະ ຖ້ວມ ຍື່ງຕາມລຳແມ່ນ້ຳຂອງໃນເດືອນສິງຫາ
ຫາກັນຍາ. ສ່ວນທ່າອ່ຽງຂອງອຸນຫະພູມໃນ 3 ເດືອນຈະສູງລື່ນເກນປົກກະຕິ, ສະພາບພະຍຸຈະກໍຕົວຂຶ້ນຢູ່ມະຫາສະໝຸດ
ປາຊີຟິກ ແລະ ທະເລ ຈີນໃຕ້ ຍັງຢູ່ປະມານ 16-18 ຫົວ ແລະ ອາດພັດຜ່ານ ສປປ ລາວ ປະມານ 2-3 ຫົວ
ແລະ ລະດັບ ນ້ຳຂອງ ແລະ ສາຂາແມ່ນ້ຳຕ່າງໆຈະມີທ່າອ່ຽງຂຶ້ນ-ລົງເປັນໄລຍະ.
ສຳລັບສະພາບອາກາດໃນຕໍ່ໜ້າ, ຍັງແມ່ນໄລຍະລະດູຝົນຈະໄດ້ຮັບອິດທິພົນຈາກກະ
ແສລົມມໍລະສຸມຕາເວັນຕົກສ່ຽງ ໃຕ້ຈາກອ່າວໄທພັດເຂົ້າສູ່ປະເທດລາວປ່ອງເຂົ້າສູ່ພາຍຸເຂດຮ້ອນທີ່ຈະເກີດຂຶ້ນຢູ່ທະເລຈີນໃຕ້
ແລະ ມະຫາສະໝຸດປາຊີຟິກ, ຊຶ່ງ ຈະເຮັດໃຫ້ມີຝົນຕົກຟ້າຄະນອງ, ລົມແຮງ, ຝົນຕົກໜັກບາງໂອກາດ.
ໃນເດືອນສິງຫາຫາ ເດືອນກັນຍາໂອກາດທີ່ຈະ ເກີດມີນ້ຳປ່າໄຫລຊຸແຮງ, ດິນເຈື່ອນ, ນ້ຳຖ້ວມກະທັນຫັນຢູ່ເຂດແຂວງພາກເໜືອຫາພາກກາງຈາກນັ້ນ
ແຕ່ກາງເດືອນກັນຍາ ຫາຕົ້ນເດືອນຕຸລາໂອກາດຈະມີນ້ຳຖ້ວມຍື່ງນ້ຳຖ້ວມກະທັນຫັນຢູ່ແຂວງ ພາກກາງຫາພາກໃຕ້
ຊຶ່ງຈະເຮັດໃຫ້ການຄົມມະ ນາຄົມທາງ ບົກ, ທາງນ້ຳ ແລະ ທາງອາ ກາດພົບບັນຫາອັນຕະລາຍ ຕ່າງໆ ແລະ
ຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນທີ່ ຢູ່ໃກ້ເຂດສ່ຽງໄພ, ຢູ່ເຂດຮ່ອມພູ, ຢູ່ເຈີ້ຍພູຜາສູງ
ແລະ ຢູ່ໃກ້ແຄມແມ່ນ້ຳສາຂາຕ່າງໆ. ສະນັ້ນ, ຈຶ່ງຂໍໃຫ້ມີສະຕິລະມັດລະວັງ ກຽມພ້ອມທຸກສະຖານະການ
ແລະ ຕິດຕາມສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.
No comments:
Post a Comment