Ad

Ad

19 August 2014

ລາວເລັ່ງຄົ້ນຄວ້າເຕັກນິກຜະລິດເຂົ້າໃຫ້ໄດ້ສະມັດຖະພາບຫລາຍ


     ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ໄດ້​ສຸມໃສ່ການຄົ້ນຄວ້າເຕັກ​ນິກເພື່ອ​ຍົກສູງ​ສະ ມັດ​ຖະພາບການຜະລິດ​​ເຂົ້າ​ບໍ່​ໃຫ້ຫລຸດ 4 ໂຕນ​ຕໍ່​ເຮັກຕາ ​ແລະ ບາງ​ເຂດ​ອາດ​ຫຼາຍ​ເຖິງ 6-7 ​​ໂຕນ​ຕໍ່​ເຮັກຕາ, ໃນນັ້ນແມ່ນເລັ່ງໃສ່ການ ນຳໃຊ້ເຕັກນິກໃໝ່ເພື່ອປັບປຸງ ແນວ​ພັນ, ​ເນື້ອທີ່ດິນ ແລະ ການ​ບົວລະບັດຮັກສາທີ່ບໍ່ເພິ່ງສານເຄມີ.
      ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ທ່ານ ວິ​ໄລ​ວັນ ພົມ​​ເຂ ໄດ້ ກ່າວ​​ວ່າ: ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້, ​ໄດ້​ກຳນົດ 5 ປັດ​ໄຈ ​ເພື່ອ​ບັນລຸ​ຄາດໝາຍ​ການ​ຜະລິດ​ເຂົ້າ​ໃຫ້​ໄດ້​ສະ ມັດ​ຖະພາບ 4 ​ໂຕນ​ຕໍ່​ເຮັກຕາ ເຊິ່ງປະກອບ​ມີການ​ປັບ ປຸງ​ຄຸນ​ນະພາ​ບຂອງ​ດິນ ​ໂດຍ​ວິທີການ​ນຳ​ໃຊ້​ຝຸ່ນ​ຄອກ, ຝຸ່ນ​ບົ່ມ ຫລື ປຸຍ​ເຄມີ​ຕາມ​ອັດຕາ​ທີ່​ເໝາະ​ສົມ; ການຮັບປະກັນສະ ໜອງ​ນ້ຳ ແລະ ການ​ຄວບ​ຄຸມ​ນ້ຳ​ໃນ​ເວລາ​ທີ່​ເໝາະ​ສົມ; ນຳ​ໃຊ້​ແນວ​ພັນ​ປັບ ປຸງ​ທີ່​ເໝາະ​ສົມ​ກັບ​ເນື້ອທີ່ ​ແລະ ສະພາບ​ດິນ; ນຳ​ໃຊ້​ເຕັກນິກ​ທີ່​ເໝາະ​ສົມ​ກັບ​ແຕ່​ລະສະ​ພາບເນື້ອ ທີ່ ​ແລະ ​ເງື່ອນ​ໄຂ​ຕົວ​ຈິງ ​ເຊັ່ນ:​ໃຊ້​ເຕັກນິກ​ນາ​ຫວ່ານ,​ ເຕັກ​ນິກ​ນາ​ຢອດ, ນາ​
ກ້າ​ກີບ​ດຽວ, ເຕັກ​ນິກ​ການ​ດຳນາ​ໂດຍ​ການ​ນຳ​ໃຊ້​ເຄື່ອງມື ​ແລະ ກົນ​ຈັກ​ທີ່​ທັນ​ສະ​ໄໝ​ແທນ​ແຮງ​ງານ​ຄົນ; ຄວາມ​ດຸ​ໝັ່ນ ​ແລະ ​ເອົາ​ໃຈ​ໃສ່​ບົວລະບັດ​ຮັກສາ ​ໃຫ້​ຖືກຕ້ອງ​ຕາມ​ເຕັກ​ນິກ ວິຊາ​ການ, ການ​ຍົກ​ສະມັດ​ຖະພາບໂດຍ​ສະ​ເພາະ​ການ​ເຮັດ​ກະ​ເສດ​ສຸມບວກ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ​ທີ່​ເໝາ​ະສົມ ​ໂດຍ​ການ​ຮັບປະກັນ​ທາງ​ດ້ານ​ລາຄາ ​ແລະ ການ​ຕະຫລາດລວມທັງ​ການ​ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງຜູ້ປະ ກອບ​ການ​ຮອບດ້ານ​ເພື່ອ​ເປັນ​ແຮງ​ຈູງ​ໃຈ​ໃນ​ການ​ຜະລິດ. ​

     ປັດຈຸບັນ, ກາ​ນຍົກ​ສະມັດ​ຖະພາບການ​ຜະລິດ​ເຂົ້ານັ້ນ, ແມ່ນເຮັດ​ໄດ້​ໃນ​ບາງ​ເຂດ​ຈຸດ​ສຸມ ​ແລະ ບາງ​ທ້ອງ​ຖິ່ນ​ເຊັ່ນ: ນະ ຄອນຫລວງ​ວຽງ​ຈັນ​ເຂດທ່າ​ພະ- ໜອງ​ພົງປະຕິບັດ​ໄດ້ 5 ​ໂຕນ​ຕໍ່​ເຮັກຕາ, ​ເຂດ​ນ້ຳ​ຫຸມ ​ແລະ ນ້ຳ​ຊ່ວງ​ໄດ້​ 4-5 ​ໂຕນ​ຕໍ່​ເຮັກຕາ, ​ເຂດ​ເມືອງ​ໜອງ​ບົກ ​ແລະ ​ເມືອງ​ມະ ຫາ​ໄຊ ​ແຂວງ​ຄຳ​ມ່ວນ ​ໄດ້​ປະ ມານ 5-6 ​​ໂຕນ​ຕໍ່​ເຮັກຕາ.​ ແຕ່​ບາງ​ເຂດ,​ ບາງ​ທ້ອງ​ຖິ່ນຍັງ​ຈຳ ກັດ, ການ​ສົ່ງ​ເສີມ​ຍັງ​ບໍ່​ທັນ​ແຂງ​ແຮງ ​ແລະ ບໍ່​ທັນ​ກວ້າງຂວາງ.
     ທ່ານ ວິ​ໄລ​ວັນ ພົມ​​ເຂ ​ກ່າວ​ວ່າ: ​ເພື່ອເຮັດ​ໃຫ້​ວຽກງານ​ດັ່ງ ກ່າວ, ໄດ້ຮັບການຈັດຕັ້ງປະຕິ ບັດ​ຢ່າງກວ້າງຂວາງ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ຄື ລັດ​ຕ້ອງ​ຊອກ​ຫາ​ຕະຫລາດ​ເຂົ້າ​ໃຫ້​ແນ່ນອນ ພ້ອມ​ທັງ​ຄ້ຳປະກັນ​ລາຄາ​ໃຫ້​ຜູ້​ຜະລິດ​ມີ​ຜົນ​ກຳ​ໄລ, ຜະລິດ​ຕາມ​ຄວາມ​ຕ້ອງການ​ຂອງຕະຫລາດ, ຊ່ວຍ​ຫລຸດຜ່ອນ​ຕົ້ນ​ທຶນ​ການ​ຜະລິດ ​ໂດຍ​ການ​ສົ່ງ​ເສີມ​ນຳ​ໃຊ້​ກົນ​ຈັກກະ​ສິກຳ​ ​ເພື່ອຫລຸດ ຜ່ອນ​ແຮງ​ງານ; ສ້າງ​ຂະ​ບວນການ ສົ່ງ​ເສີມ​ການ​ຜະລິດ​ເຂົ້າ​ໃຫ້​ເປັນ​ສິນຄ້າ​ຢ່າງ​ມີ​ຈຸດ​ສຸມ, ຫັນໂຄງ ການ​ຊົນລະປະທານ​ໃຫ້​ເປັນ​ໂຄງ ການ​ຊົນ​ລະ​ກະ​ເສດ ​ເພື່ອ​ຜະລິດ​ເຂົ້າ​ເປັນ​ສິນຄ້າ; ສົ່ງ​ເສີມ ຜູ້​ປະກອບ​ການ, ຜູ້​ຜະລິດ, ກຸ່ມ​ຜູ້​ຜະລິດ, ກຸ່ມ​ໂຮງສີ ​ເຂົ້າ​ຮ່ວມ​ໃນ​ແຕ່ລະ​ເຂດ​ຈຸດ​ສຸມ. ນອກນັ້ນ, ຕ້ອງ​ໄດ້​ສົ່ງ​ເສີມ​ຜູ້​ບໍລິການຝຸ່ນ, ປຸຍ ​ແລະ ອຸປະກອນເຄື່ອງ​ມື, ສົ່ງ​ເສີມ​ໃຫ້​ມີ​ການ​ຜະລິດຝຸ່ນ​ຊີວະ​ພາບ ​ແລະ ຝຸ່ນວິທະຍາສາດຢູ່​ພາຍ​ໃນ​ປະ​ເທດ​ຫລາຍຂຶ້ນ; ກຳ ນົດ​ນະ​ໂຍບາຍ​ເສດຖະກິດຊຸກຍູ້​ການ​ຜະລິດ​ສິນຄ້າເພື່ອ​ໃຫ້ເຂົ້າຂອງ​ລາວມີ​ຄວາມ​ສາມາດ​ແຂ່ງຂັນ​ໄດ້, ມີ​ຄຸນ​ນະພາ​ບດີ, ມີ​ຕົ້ນ​ທຶນ​ການ​ຜະລິດ​ຕ່ຳເຊັ່ນ: ອັດຕາ ດອກ​ເບ້ຍ​ເງິນ​ກູ້ ແລະ ການກຳ ນົດ​ລາຄາ​ກະ​ແສ​ໄຟຟ້າຊົນລະປະທານທີ່​ເໝາະ​ສົມ.

No comments:

Post a Comment