Ad

Ad

18 August 2014

ລາວຫາລືກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016



     ໃນວັນທີ 15 ສິງຫານີ້, ຢູ່ຫ້ອງວ່າການລັດຖະບານໄດ້ມີກອງປະຊຸມປຶກສາຫາ ລືກ່ຽວກັບການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນເຈົ້າພາບກອງ ປະຊຸມ ແລະ ເປັນປະທານອາຊຽນໃນ ປີ 2016 ນີ້ ໂດຍການເປັນປະທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ມີບັນດາຮອງ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງຕ່າງໆເຂົ້າຮ່ວມຢ່າງ ພ້ອມພຽງ.
      ກອງປະຊຸມໄດ້ປຶກສາ​ຫາລື​ແບ່ງ​ຄວາມ​ຮັບຜິດຊອບ ແລະ ຊີ້ນຳໃຫ້ບັນດາກະ ຊວງ, ຂະແໜງ ການກ່ຽວຂ້ອງກະກຽມ​ໃຫ້​ແກ່ການເປັນເຈົ້າພາບຈັດ​ກອງ​ປະຊຸມ ສຸດຍອດອາ​ຊຽນ 2016. ພ້ອມທັງກຳ ນົດພາລະບົດບາດ,ໜ້າທີ່ຮັບຜິດຊອບລະ ອຽດ ແລະ ສ້າງແຜນການດຳເນີນງານຢ່າງເປັນລະບົບຕາມຄວາມເໝາະສົມຂອງ ແຕ່ລະກະຊວງ ແລະ ຂະແໜງການເພື່ອນຳໄປຈັດ ຕັ້ງຜັນຂະຫຍາຍຕາມຂັ້ນຕອນຂອງຮ່າງແຜນດຳ​ເນີນການກະກຽມຮັບ ໃຊ້ກອງປະຊຸມອາຊຽນທີ່ລາວຈະໄດ້ຮັບກຽດເປັນປະ ທານຄັ້ງທີ II ໃນປີ 2016 ທີ່​ຈະ​ມາ​ເຖິງນີ້ ໃຫ້ໄດ້ ຮັບຜົນສຳເລັດ.
ພ້ອມນີ້, ກອງປະຊຸມໄດ້ມອບໝາຍໃຫ້ທ່ານ ທອງລຸນ ສີສຸ ລິດຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີວ່າການ ກະຊວງການ ຕ່າງປະເທດທັງເປັນຮອງປະທານຄະນະກຳມະການຊີ້ນຳ ລະດັບຊາດ, ເປັນຜູ້ ປະຈຳການ ແລະ ເປັນຜູ້ອະນຸມັດ ການແຕ່ງຕັ້ງ ອະນຸກຳມະການຕ່າງໆໃຫ້ນຳເອົາຜົນຂອງກອງ ປະຊຸມໃນ ຄັ້ງນີ້ໄປກະກຽມແຕ່ງຕັ້ງບັນດາອະນຸກຳມະການຕ່າງໆຕາມໜ້າວຽກ ທີ່​ໄດ້​ຮັບ​ການ​ມອບໝາຍ.
     ສປປ ລາວ, ໄດ້ຮັບກຽດເປັນ ປະທານອາຊຽນຄັ້ງທຳອິດ​​ໃນປີ 2004-2005 ໂດຍໄດ້ເປັນປະທານ ແລະ ເຈົ້າພາບຈັດ ກອງປະຊຸມສຸດ​ຍອດອາຊຽນຄັ້ງທີ X, ກອງ​ປະຊຸມອາຊຽນກັບຄູ່ເຈລະຈາ ແລະ ກອງ​ປະຊຸມ​ຕ່າງໆນັບແຕ່ ກອງປະຊຸມລະດັບ ວິຊາການ, ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ກອງປະຊຸມລະດັບລັດຖະມົນຕີຂະແໜງການຕ່າງໆອີກດ້ວຍ.

No comments:

Post a Comment