Ad

Ad

18 August 2014

ໂຄງການໂລກໃໝ່ແຫ່ງວຽງຈັນ ພລາຊາເລີ່ມເປີດໃຫ້ຈັບຈອງແລ້ວ



     ບໍລິສັດ ຊີເອເອັມຊີອີ ການລົງທຶນລາວ (CAMCE) ເຊິ່ງ ເປັນເຈົ້າຂອງໂຄງ ການໂລກໃໝ່ແຫ່ງວຽງຈັນ ທີ່ພວມດຳເນີນ ການກໍ່ສ້າງຢູ່ແຄມນ້ຳຂອງ, ນະຄອນ ຫລວງວຽງຈັນ ໄດ້ເລີ່ມ ເປີດໃຫ້ລູກຄ້າເຂົ້າຈັບຈອງໃນ ເຂດຂອງໂຄງການແລ້ວ.
     ທ່ານ ລີ່ປີ່ນຮຸຍ ຜູ້ຈັດການ ໃຫຍ່ບໍລິສັດ CAMCE ໄດ້ກ່າວ ໃນພິທີແນະນຳ ໂຄງການຕໍ່ລູກຄ້າທີ່ຈັດຂຶ້ນຢູ່ໂຮງແຮມ ດອນຈັນພາເລດ, ນະຄອນຫລວງວຽງ ຈັນ ເມື່ອທ້າຍອາທິດຜ່ານມາ ວ່າ: ໂຄງການ ໂລກໃໝ່ແຫ່ງວຽງຈັນພລາຊາ ມີເນື້ອທີ່ປະມານ 46 ພັນຕາແມັດທີ່ປະກອບມີສູນການຄ້າຄົບວົງຈອນ, ອາຄານສຳນັກງານສູງ ຫລາຍສິບຫລັງ, ໂຮງແຮມ, ສະຖານບັນເທິງ, ສູນສຸຂະພາບ-ກິລາ, ຊຶ່ງມາຮອດປັດຈຸບັນການກໍ່ສ້າງໄດ້ມີຄວາມຄືບໜ້າ ຫລາຍສົມຄວນແລ້ວ ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2015 ນີ້ ເຊິ່ງຈະກາຍເປັນເຂດເສດຖະກິດແຫ່ງໃໝ່ທີ່ມີຄວາມ ສວຍງາມ ແລະ ທັນສະໄໝ, ປະກອບສ່ວນສ້າງວຽກ ເຮັດງານທຳ, ສ້າງລາຍຮັບໃຫ້ ກັບປະຊາຊົນ ແລະ ກະຕຸ້ນການ
ຂະຫຍາຍຕົວຂອງເສດຖະກິດປະເທດ, ເວົ້າສະເພາະກໍແມ່ນນະ ຄອນຫລວງວຽງຈັນໃຫ້ມີຄວາມຈະເລີນສີວິໄລເທື່ອລະກ້າວ.
      ສຳລັບລູກຄ້າທີ່ຈັບຈອງ ຫ້ອງໃນມື້ງານແນະນຳໂຄງ ການແລ້ວມັດຈຳເງິນ 10 ພັນໂດ ລາສະຫະລັດ ຫລື ປະມານ 80 ລ້ານກີບ ແມ່ນໄດ້ຮັບສ່ວນຫລຸດ 5 ພັນໂດລາສະຫະລັດ ຫລື ປະ ມານ 40 ລ້ານກີບ, ຖ້າມັດ ຈຳ ເງິນ 1 ພັນໂດລາສະຫະລັດ ຫລື ປະມານ 8 ລ້ານກີບ ແລະ ພາຍ ໃນໜຶ່ງອາທິດຈ່າຍມັດຈຳ ເພີ່ມ ອີກ 9 ພັນໂດລາສະຫະລັດ ຫລື ປະມານ 72 ລ້ານກີບ ຈະ ໄດ້ຮັບ ສ່ວນຫລຸດ 4 ພັນໂດລາສະຫະ ລັດ ຫລື ປະມານ 32 ລ້ານ ກີບ.

No comments:

Post a Comment