Ad

Ad

18 August 2014

ມອບ-ຮັບຫນ້າທີ່ຫົວຫນ້າສະຖາ ບັນການເມືອງ-ການປົກຄອງແຫ່ງຊາດ



      ພິທີມອບ-ຮັບໜ້າທີ່ຫົວໜ້າ ສະຖາບັນການເມືອງ-ການປົກຄອງແຫ່ງຊາດລະ ຫວ່າງທ່ານ ສາສະດາຈານ ດຣ ກິແກ້ວ ໄຂ ຄຳພິທູນ ກຳມະການສູນກາງພັກ, ເລຂາ ຄະນະພັກ, ຫົວໜ້າສະຖາບັນການເມືອງ-ການປົກຄອງຜູ້ເກົ່າໄປຮັບໜ້າທີ່ໃໝ່ ເປັນຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ແລະ ທ່ານ ຮອງສາສະ ດາຈານ ດຣ ທອງສະລິດ ມັງ ໜໍ່ເມກ ເລຂາຄະນະພັກ, ຫົວໜ້າສະຖາບັນການເມືອງ-ການ ປົກຄອງຜູ້ໃໝ່ ໄດ້ມີຂຶ້ນໃນວັນທີ 14 ສິງຫາຜ່ານມານີ້ ໂດຍການເຂົ້າ ຮ່ວມຂອງທ່ານ ຈັນ ສີໂພສີຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງການມອບ-ຮັບໜ້າທີ່ດັ່ງ ກ່າວແມ່ນປະຕິບັດຕາມ ການຕົກລົງເຫັນດີຂອງກົມການເມືອງ ສູນກາງພັກ.
     ທ່ານສາດສະດາຈານ ດຣ ກິແກ້ວ ໄຂຄຳພິທູນ ໄດ້ຂຶ້ນລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະຖາ ບັນ ດັ່ງກ່າວທີ່ຕົນຮັບຜິດຊອບໃນໄລຍະ ແຕ່ປີ 2006-2014 ວ່າ: ໄດ້ສຸມ ໃສ່ການຊີ້ນຳ-ນຳພາ, ປັບປຸງ ແລະ ພັດທະນາບຸກ
ຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ດ້ານທິດສະດີການເມືອງ-ການ ປົກຄອງໃນຫລາຍຫລັກສູດການຮຽນ-ການສອນ  ນັບແຕ່ຊັ້ນ ກາງ, ສູງ, ປະລິນຍາຕີ ແລະ ປະ ລິນຍາໂທ, ມີຜູ້ສຳເລັດການສຶກ ສາມາແລ້ວ 27 ພັນກວ່າຄົນ, ໃນ ນັ້ນເປັນຍິງ 3.400 ກວ່າຄົນ.
    ໃນໂອກາດນີ້,  ຫົວໜ້າຄະ ນະຈັດຕັ້ງສູນກາງພັກ ຈັນສີ ໂພ ສີຄຳ ກໍໄດ້ໃຫ້ກຽດໂອ້ລົມໂດຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ຫົວໜ້າສະຖາບັນຜູ້ ເກົ່າຍາດມາໄດ້ ແລະ ໄດ້ເນັ້ນໃຫ້ ຫົວໜ້າສະຖາບັນຜູ້ໃໝ່ຈົ່ງໄດ້ສືບຕໍ່ນຳເອົາຜົນງານ, ແຜນການທີ່ ດີໄປເສີມຂະຫຍາຍໃຫ້ສະຖາບັນດັ່ງກ່າວມີຄຸນນະພາບ ແລະ ມີ ການພັດທະນາດີຂຶ້ນກວ່າເກົ່າ.

No comments:

Post a Comment