Ad

Ad

9 September 2014

ທະນາຄານພັດທະນາອາຊີຊ່ວຍປັບປຸງການບໍລິການສຸຂະພາບຂັ້ນພື້ນຖານຢູ່ລາວ



     ທະນາຄານພັດທະນາອາຊີ​ ຫລື ເອດີບີ (ADB) ປະຈຳລາວ, ໃຫ້ການຊ່ວຍເຫລືອແກ່ລາວເພື່ອເພີ່ມຊ່ອງທາງໃນການເຂົ້າ ເຖິງການບໍລິການສຸຂະພາບຂັ້ນຕົ້ນ ໃຫ້ຜູ້ທຸກຍາກ ແລະ ປະຊາຊົນ ເຂດຫ່າງໄກສອກຫລີກໂດຍ ຊ່ວຍປັບປຸງຂີດຄວາມສາ ມາດ ແລະ ຄວາມຮູ້ດ້ານວິຊາການ ໃນການຮັກສາສຸຂະພາບໃຫ້ແກ່ຜູ້ຊ່ວຍປະສູດ, ແພດ ແລະ ແພດ ອາສາສະໝັກ, ສ້າງສຸກ ສາລາ ແລະ ສະໜອງອຸປະກອນການ ແພດ ພ້ອມທັງສະໜອງການປິ່ນ ປົວໂດຍບໍ່ເສຍຄ່າໃຫ້ຜູ້ທຸກຍາກ ໂດຍຜ່ານກອງທຶນ ຮັກສາສຸຂະພາບ.
      ການຊ່ວຍເຫລືອດັ່ງກ່າວ, ຖືກຈັດຕັ້ງປະຕິບັດຜ່ານໂຄງ ການພັດທະນາລະບົບສາທາລະນະສຸກທີ່ຈັດຕັ້ງປະຕິບັດແຕ່ປີ 2007-2012 ຢູ່ 8 ແຂວງພາກ ເໜືອຄື: ຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ຫລວງພະບາງ ແລະ ຫົວພັນ, ລວມມູນຄ່າ 13 ລ້ານໂດ ລາສະຫະລັດ ຫລື ປະມານ 100 ຕື້ກວ່າກີບ. ຜ່ານການຈັດຕັ້ງປະ ຕິບັດຕົວຈິງສະ ເພາະຢູ່ແຂວງໄຊຍະບູລີໄດ້ໃຫ້ທຶນກໍ່ສ້າງ, ປັບປຸງ ແລະ ປະກອບອຸປະກອນການ ແພດໃຫ້ໂຮງໝໍແຂວງໄຊຍະບູລີ,ກໍ່ສ້າງ ແລະ
ປະກອບອຸປະກອນ ການແພດໂຮງໝໍເມືອງ 3 ແຫ່ງ ຄື: ເມືອງປາກລາຍ, ຫົງສາ ແລະ ຊຽງຮ່ອນ, ສ້າງສຸກສາລາ 3 ຫລັງ, ປັບປຸງສຸກສາລາ 21 ຫລັງ ພ້ອມທັງປະກອບອຸປະກອນການແພດທີ່ຈຳເປັນໃຫ້ແກ່ສຸກສາ ລາທີ່ຂາດເຂີນ, ປະກອບພາຫະ ນະ ຮັບໃຊ້ເຊັ່ນ: ລົດຮັບ-ສົ່ງຄົນ ເຈັບ 3 ຄັນ, ລົດຈັກໃຫ້ຫ້ອງ ການປະສານງານ, ສາທາເມືອງ ແລະ ສຸກສາລາ 56 ຄັນ;  ລົດຖີບ ໃຫ້ອາສາສະໝັກບ້ານ(ອສບ) 69 ຄັນ ແລະ ງົບປະມານໃນວຽກ ງານບໍລິຫານຈຳນວນໜຶ່ງ, ນອກ ຈາກນີ້, ເອດີບີ ຍັງຊ່ວຍ ປັບປຸງ ເສັ້ນທາງຊົນນະບົດເພື່ອເຊື່ອມຕໍ່ກັບເສັ້ນທາງຫລວງໄດ້ 100 ກິ ໂລແມັດ ເຮັດໃຫ້ປະຊາຊົນສາ ມາດເດີນທາງໄປມາໄດ້ ຢ່າງສະດວກ.
      ທ່ານນາງ ແຊນດຣ້າ ນິໂຄນລ໌ ຜູ້ຕາງໜ້າທະນາຄານ ພັດທະນາອາຊີປະຈຳລາວ ໃຫ້ຮູ້ ວ່າ:ໃນຖານະເປັນຄູ່ຮ່ວມພັດທະ ນາ ເອດີບີ ໄດ້ໃຫ້ການຊ່ວຍ ເຫລືອລາວເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສາທາລະ ນະສຸກ ແລະ ພັດທະນາພື້ນຖານ ໂຄງລ່າງຂັ້ນເມືອງ ແລະ ແຂວງ ໂດຍສະເພາະແມ່ນການກໍ່ສ້າງ ແລະ ປັບປຸງເສັ້ນທາງພາຍໃຕ້ ຍຸດທະສາດຮ່ວມພັດທະນາປະ ເທດ 2012-2016 ເຊິ່ງໃນປັດ ຈຸບັນ ເອດີບີ ກຳລັງກະກຽມດຳ ເນີນການປະເມີນຜົນກາງໄລຍະ ພ້ອມທັງກະກຽມຍຸດທະ ສາດ ຮ່ວມພັດທະນາ ປີ 2017-2021 ເຊິ່ງຄາດວ່າຈະວາງແຜນສືບຕໍ່ ໃຫ້ການຊ່ວຍເຫລືອຂະແໜງສາທາລະນະສຸກໄປ ພ້ອມໆກັບຂະແໜງການອື່ນໆໂດຍສະເພາະແມ່ນການວາງແຜນງົບປະມານ ແລະ ການນຳໃຊ້ທຶນຊ່ວຍເຫລືອຕ່າງໆໃນຂະ ແໜງການດັ່ງກ່າວໃຫ້ມີປະສິດທິຜົນ.

No comments:

Post a Comment