ກະຊວງສະທາລະນະສຸກຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້
ແລະ ອົງການ ອະນາໄມ ໂລກ, ໄດ້ຈັດຕັ້ງການເຜີຍແຜ່ກິດຈະກຳສະຫລອງວັນປ້ອງກັນພະຍາດ ວໍ້ໂລກ
(28 ກັນຍາ) ແລະ ໃນວັນທີ 8 ກັນຍານີ້ ກໍໄດ້ມີການ ເຜີຍແຜ່ກ່ຽວກັບ ສະພາບການເກີດພະຍາດວໍ້ໃນທົ່ວໂລກກໍຄືຢູ່
ລາວ, ຄວາມຮູ້ພື້ນຖານກ່ຽວກັບ ພະຍາດດັ່ງກ່າວໃຫ້ແກ່ຜູ້ຕາງ ໜ້າພາກສ່ວນ ທີ່ກ່ຽວຂ້ອງຈາກຫລາຍ ແຂວງໃນທົ່ວ ປະເທດ.
ທ່ານ ດຣ ຣັດສະໝີ ວົງຄຳຊາວ ຮັກສາການຫົວໜ້າພະ
ແນກພະຍາດຈາກສັດສູ່ຄົນ-ພະ ຍາດຊາຍແດນກົມຄວມຄຸມ ພະຍາດຕິດຕໍ່, ກະຊວງສາທາລະ ນະສຸກໃຫ້ວ່າ:
ໃນທຸກໆປີທົ່ວ ໂລກມີຄົນເສຍຊີວິດຍ້ອນພະຍາດວໍ້ຫລາຍກວ່າ 55 ພັນ ຄົນ, ສະເລ່ຍແລ້ວໃນທຸກໆ
10 ນາທີ, ມີ ຄົນເສຍຊີວິດຍ້ອນພະຍາດດັ່ງ ກ່າວ 1 ຄົນ. ເພື່ອເຮັດໃຫ້ທຸກຄົນ ຕ້ອງເອົາໃຈໃສ່
ແລະ ລະມັດ ລະວັງໄພຄຸກຄາມຢ່າງຕໍ່ເນື່ອງ ຂອງພະຍາດດັ່ງກ່າວອົງການສຸຂະພາບສາກົນ, ຈຶ່ງໄດ້ກຳນົດ
ເອົາວັນທີ 28
ກັນຍາ 2011 ເປັນວັນປ້ອງກັນພະຍາດວໍ້ນັບ ແຕ່ນັ້ນເປັນຕົ້ນມາ ແລະ ວັນທີ
28 ກັນຍາຂອງທຸກໆປີຈຶ່ງເປັນ “ ວັນປ້ອງ ກັນພະຍາດວໍ້ໂລກ”.
ທ່ານ ດຣ ຣັດສະໝີ ໃຫ້ຮູ້ວ່າ: ພະຍາດວໍ້ເປັນພະຍາດຊຶມ
ເຊື້ອທີ່ຮ້າຍແຮງຊະນິດໜຶ່ງທີ່ຕິດຕໍ່ຈາກສັດ ສູ່ຄົນໂດຍສະ ເພາະສັດເລືອດອຸ່ນທຸກຊະນິດ ຫລື
ສັດ ລ້ຽງລູກດ້ວຍນ້ຳນົມເຊິ່ງຄົນເຮົາສາມາດຕິດເຊື້ອໄດ້ຈາກສັດທີ່ ເປັນວໍ້ກັດໂດຍກົງ ແລະ
ສຳພັດ ກັບນ້ຳລາຍ, ໄລຍະໃນການບົ່ມ ເຊື້ອ 1-3 ເດືອນ, ມີອາການຄ້າຍ ຄືອັກເສບສະໝອງໄລຍະ
2-3 ມື້ ທຳອິດຄົນ ເຈັບຈະມີອາການປວດກ້າມຊີ້ນ, ເປັນໄຂ້, ຄັນ ຫລື ປວດບໍລິເວນບາດແຜທີ່ຖືກກັດຕໍ່ມາຈະມີອາການທາງປະສາດ
ເຊັ່ນ: ແຂນຂາອ່ອນແຮງ ແລະ ໝົດສະຕິ.
ສຳລັບຢູ່ ສປປ ລາວ, ພະຍາດວໍ້ມີການແຜ່ລະບາດໃນລັກສະນະແບບບົ່ມຊ້ອນຢູ່ທົ່ວທຸກ
ພາກ, ເຊິ່ງນັບແຕ່ປີ 2002-2011 ມີຜູ້ທີ່ຖືກສັດກັດເຖິງ 89 ພັນກວ່າ ຄົນ, ສະເພາະໝາກັດທັງໝົດ
85 ພັນກວ່າຄົນ, ມີຜູ້ມາປິ່ນປົວຢູ່ສະ ຖານບໍລິການ ສາທາລະນະສຸກປະມານ 30%, ເສຍຊີວິດສະເລ່ຍ
2 ຄົນຕໍ່ປີ, ຜູ້ໄດ້ຮັບການສັກຢາ ຄົບມີປະມານ 30%, ສ່ວນຫລາຍ ແມ່ນອາຍຸຕ່ຳກວ່າ 30 ປີ.
No comments:
Post a Comment