Ad

Ad

9 September 2014

ທີເອັມຊີເຟີນີເຈີຮູ້ໝູນໃຊ້ໄມ້ຢ່າງມີຄຸນຄ່າ



     ໃນງານວາງສະແດງສີນ ຄ້າລາວ-ຈີນ (ກວາງຊີ) 2014 ຄັ້ງທຳອິດທີ່ໄດ້ໄຂຂຶ້ນ ໃນລະ ຫວ່າງວັນທີ 5-9 ກັນຍານີ້, ຢູ່ສູນ ການຄ້າລາວ-ໄອເຕັກ, ນະຄອນ ຫລວງ ວຽງຈັນ, ຜະລິດຕະພັນ ຈາກໂຮງງານເຟີນີເຈີ້ ທີເອັມຊີ (TMC) ແມ່ນສີນຄ້າໜຶ່ງ ຂອງລາວທີ່ໄດ້ຮັບຄວາມສົນໃຈຈາກມວນຊົນຜູ້ເຂົ້າຊົມງານວາງສະ ແດງຄັ້ງນີ້ຢ່າງ ຫລວງຫລາຍ, ເຊິ່ງສີນຄ້າດັ່ງກ່າວປະກອບມີ: ຊຸດໂຊຟາ, ຕັ່ງຊາໂລງ, ຕຽງ, ຕູ້ ແລະ ຜະລິດຕະພັນແກະສະຫລັກ ຈາກໄມ້ອື່ນໆ ,ໂດຍສ່ວນໜຶ່ງ ເຮັດຈາກເຫງົ້າໄມ້, ຕູດໄມ້ ແລະ ເສດໄມ້ຕ່າງໆ.
      ນາງ ນັດດາພອນ ທຸມມະວົງ ເຈົ້າຂອງໂຮງງານເຟີນີເຈີດັ່ງ ກ່າວໃຫ້ສຳພາດຕໍ່ນັກຂ່າວພວກເຮົາໃນງານວາງສະ ແດງສີນຄ້າ ຄັ້ງນີ້ ວ່າ: ເປັນງານວາງສະ ແດງສີນຄ້າສຳຄັນອີກຄັ້ງໜຶ່ງທີ່ຕົນໄດ້ນຳເອົາຜະລິດຕະພັນມາ ເຂົ້າຮ່ວມ ແລະ ກໍເປັນທີ່ພາກພູມ ໃຈທີ່ເຫັນຫລາຍຄົນພາຍໃນງານໃຫ້ຄວາມຄວາມສົນໃຈຜະລິດ ຕະພັນຂອງຕົນ, ນາງເລົ່າສູ່ຟັງ ວ່າ: ຄວາມຈິງແລ້ວ, ກ່ອນ
ໂຮງງານເຟີນີເຈີພວກເຮົາຈະເຕີບ ໃຫຍ່ຂະຫຍາຍຕົວມາຮອດຈຸດນີ້,ກໍແມ່ນພໍ່ແມ່ເປັນຜູ້ກໍ່ຕັ້ງ ແລະ ຫລັງຈາກເພີ່ນເຖົ້າແກ່ ແລ້ວ ກໍໄດ້ມອບໃຫ້ຕົນເອງ ແລະ ຄອບຄົວ ເປັນຜູ້ສືບຕໍ່ເບິ່ງແຍງກິດຈະການມາໄດ້ 20 ກວ່າປີແລ້ວ, ເຊິ່ງເລີ່ມ ຕົ້ນຈາກການ ຜະລິດແບບຄອບ ຄົວເປັນປະເພດວົງກົບປ່ອງຢ້ຽມ ແລະ ບານປະຕູຕ່າງໆຈຳໜ່າຍພາຍໃນ, ເຊິ່ງເຫັນວ່າຂາຍດີ ແລະ ມີລູກ ຄ້າເພີ່ມຂຶ້ນເລື້ອຍໆ, ຈຶ່ງຄ່ອຍໆສຶກສາຮຽນຮູ້ພັດທະ ນາອອກແບບຜະລິດຕະພັນໃຫ້ມີຫລາກຫລາຍປະເພດເພື່ອຕອບ ສະໜອງ ຄວາມຕ້ອງການລູກຄ້າ ເຊັ່ນ: ຜະລິດໂຕະ, ຕັ່ງ, ຕູ້, ຕຽງ ແລະ ສິນຄ້າຕາມສັ່ງ, ໂດຍໄດ້ ລົງທຶນຊື້ອຸປະກອນ ແລະ ເຄື່ອງ ຈັກທີ່ທັນສະໄໝຈາກຕ່າງປະ ເທດເຂົ້າມາຮັບໃຊ້ການຜະລິດໃຫ້ມີຄຸນນະພາບ ແລະ ສວຍ ງາມ, ສ່ວນເສດໄມ້ທີ່ເຫລືອ ຈາກການຕັດ ຫລື ຊອຍ ລວມ ເຖິງເຫງົ້າໄມ້, ຕຸດໄມ້ແມ່ນນຳມາໝູນໃຊ້ໃນການແກະສະລັກ ເປັນເຄື່ອງປະດັບພາຍໃນ ເຮືອນ,ເຊິ່ງໄດ້ຮັບຄວາມນິຍົມຈາກລູກຄ້າເປັນຢ່າງດີ, ໂດຍລວມເຫັນ ວ່າການນຳໃຊ້ວັດຖຸດິບມາຜະລິດສີນຄ້າແມ່ນມີ ຄວາມປະຢັດ ແລະ ມີຄຸນຄ່າທີ່ສຸດ, ເນື່ອງຈາກ ການຊອກຫາໄມ້ທີ່ມາປ້ອນໂຮງງານປັດຈຸບັນນີ້ແມ່ນຂ້ອນຂ້າງ ອຶດ ແລະ ມີຈຳກັດຫລາຍ.
    ໂຮງງານເຟີນີເຈີທີເອັມຊີ, ເປັນສະມາຊິກສະມາຄົມເຟີນີເຈີລາວ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວ ແລະ ຖືກ ຄັດເລືອກໃຫ້ນຳຜະລິດຕະພັນເຂົ້າຮ່ວມວາງສະແດງສີນຄ້າລະດັບຊາດມາແລ້ວ ຫລາຍຄັ້ງເຊັ່ນ:ງານວາງສະແດງສີນ ຄ້າລາວ- ໄທ, ລາວ-ຫວຽດນາມ, ລາວ- ສປ ຈີນ ທັງຢູ່ ສປປ ລາວ ແລະ ໄປວາງສະແດງຢູ່ຕ່າງປະເທດ, ອັນໄດ້ຊ່ວຍໃຫ້ ຜະລິດຕະພັນຂອງໂຮງງານເຟີນີເຈີແຫ່ງນີ້ ເປັນທີ່ຮູ້ຈັກຂອງວົງການ ແລະ ຕະຫລາດເຟີນີເຈີລາວຢ່າງກວ້າງຂວາງ.

No comments:

Post a Comment