Ad

Ad

9 September 2014

ກອງປະຊຸມຄະນະພັກຮາກຖານທະນາຄານຢູ່ແຂວງຈຳປາສັກ



     ກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກຮາກຖານສາຂາທະນາຄານແຫ່ງ ສປປ ລາວ ສາ ຂາພາກໃຕ້, ໄດ້ຈັດຂຶ້ນຢ່າງ ເປັນທາງການໃນຕອນເຊົ້າວັນທີ 6 ກັນຍາ 2014, ຢູ່ຫ້ອງປະຊຸມທະນາຄານການຄ້າການຕ່າງປະ ເທດລາວ ມະຫາຊົນ ສາຂາ ແຂວງຈຳປາສັດ, ໂດຍການ ເຂົ້າ ຮ່ວມຂອງທ່ານ ນິພອນ ວຽງ ປະເສີດ ຄະນະປະຈຳພັກແຂວງ, ຫົວໜ້າພະແນກກວດ ກາພັກ-ລັດ ແຂວງຈຳປາສັດ, ພ້ອມດ້ວ ຄະນະພັກຮາກຖານ, ບັນດາອົງ ການຈັດຕັ້ງພັກອ້ອມຂ້າງແຂວງ ແລະ ສະມາຊິກພັກ ທົ່ວສາຂາ ທະນາຄານດັ່ງກ່າວເຂົ້າຮ່ວມ96 ສະຫາຍ.
     ທ່ານ ນະ ຈັນຕະລີວົງ ເລຂາພັກຄະນະພັກຮາກຖານສາຂາ ທະນາຄານດັ່ງກ່າວ ໄດ້ຂຶ້ນລາຍງານຜົນການເຄື່ອນໄຫວວຽກ ງານຂອງຕົນໃນຜ່ານມາວ່າ: ໃນ ໄລຍະເຄິ່ງສະໄໝຜ່ານມາຄຽງ ຄູ່ກັບການປະຕິບັ ດໜ້າທີ່ວິຊາສະເພາະທາງດ້ານການເງິນການ ທະນາຄານແລ້ວຄະນະພັກຍັງ ໄດ້ເອົາໃຈໃສ່ໃສ່ປັບປຸງ ແລະ ກໍ່ ສ້າງພັກໃຫ້ປອດ ໃສເຂັ້ມແຂງໃນອົງການຈັດຕັ້ງ ແລະ ແບບ ແຜນວິທີຊີ້ນຳນຳພາ, ເຊິ່ງມັນ ໄດ້ສະແດງອອກໃນໂຄງປະກອບຄະນະ ພັກຮາກ
ຖານ, ເຊິ່ງປະ ກອບມີ 7 ສະຫາຍ ແລະ ມີ 6 ໜ່ວຍພັກທີ່ຂຶ້ນ, ໃນນັ້ນມີໜ່ວຍ ພັກເຂັ້ມແຂງຮູ້ນຳພາຮອບດ້ານ 6 ໜ່ວຍພັກ 95% ແມ່ນສະມາ ຊິກພັກເຂັ້ມແຂງຮອບດ້ານ ແລະ ໃນປີ 2015 ຈະສາມາດສ້າງມະ ຫາຊົນກ້າວໜ້າເຂົ້າເປັນສະມາ ຊິກພັກກວມເອົາ 25% ຂອງພະນັກງານທະນາຄານທັງໝົດ.
     ສຳລັບວຽກງານວິຊາສະ ເພາະແມ່ນຈະຕ້ອງສູ້ຊົນເຮັດໃຫ້ຍອດເງິນຝາກຂອງທະນາຄານ ໃນປີ 2015 ໃຫ້ໄດ້ 3.036 ຕື້ກີບ ແລະ ຍອດສິນເຊື່ອໃຫ້ໄດ້ 3.034 ຈະຍົກກອງທຶນພັດທະນາບ້ານ ໃຫ້ກາຍເປັນການເງິນຈຸລະພາກໃຫ້ໄດ້ 2-3 ແຫ່ງ/ເມືອງມາຮອດ ໄຕມາດ 2 ປີ 2014 ທົ່ວລະບົບທະ ນາຄານມີຍອດເງິນ ຝາກທັງໝົດ 2.202 ຕື້ກີບ, ເພີ່ມຂຶ້ນ 32% ປ່ອຍ ສິນເຊື່ອໄດ້ 2.605 ຕື້ກີບ, ເພີ່ມຂຶ້ນ 21 %.
     ພ້ອມດຽວກັນນີ້ ກອງປະ ຊຸມຍັງໄດ້ມອບບັດສະມາຊິກພັກສົມບູນໃຫ້ແກ່ສະມາຊິກພັກຈຳ ນວນໜຶ່ງ ແລະ ໃນຕອນ ທ້າຍຂອງກອງປະຊຸມຄະນະພັກຮາກຖານທະນາຄານຍັງໄດ້ເປີດໃຫ້ມີການປ່ອນບັດຄັດເລືອກເອົາຜູ້ ແທນທີ່ຈະເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງຈຳປາສັດ ຈຳນວນ 5 ທ່ານ.

No comments:

Post a Comment