ງານວາງສະແດງສີນຄ້າລາວ ແລະ ຈີນ (ເຂດປົກຄອງຕົນເອງ
ກວາງຊີ) 2014 ຄັ້ງທຳອິດໄດ້ໄຂຂຶ້ນຢູ່ສູນການຄ້າລາວ-ໄອ ເຕັກ, ນະຄອນຫລວງວຽງຈັນ, ແຕ່ວັນທີ
5 - 9 ກັນຍານີ້, ເຂົ້າຮ່ວມ ເປີດງານໂດຍທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນ ຕີວ່າການກະຊວງອຸດສະຫະກຳ
ແລະ ການຄ້າ ແລະ ທ່ານ ກວນ ຮົວ ປິງ ເອກອັກ ຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ເຊິ່ງໄດ້ຮັບຄວາມສົນໃຈຈາກມວນ ຊົນ ຊາວນະຄອນຫລວງ ວຽງຈັນກໍຄືນັກທຸລະກິດສອງປະເທດລາວ-ຈີນ
ເປັນຢ່າງດີ ຈາກຜູ້ປະກອບການນຳສີນຄ້າເຂົ້າຮ່ວມວາງສະແດງຈຳນວນ 350 ຮ້ານ, ໃນນັ້ນຈາກ ແຂວງກວາງຊີ
ສປ ຈີນ 72 ຫົວໜ່ວຍ ທຸລະກິດຊຶ່ງປະກອບມີ: ຜະລິດຕະພັນເອເລັກໂຕຣນິກ, ກົນຈັກໜັກ, ຜະລິດຕະພັນພະລັງ
ງານໃໝ່, ອຸປະກອນໂລຫະ-ເຄ ມີພັນ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງນຸ່ງຫົ່ມ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມທີ່ມີຊື່ສຽງ ແລະ ຄຸນນະ ພາບດີຂອງແຂວງກວາງຊີ.
ທ່ານລັດຖະມົນຕີວ່າການ ກະຊວງອຸດສະຫະກຳ ແລະ ການຄ້າ
ນາງ ເຂັມມະນີ ພົນເສນາ ກ່າວວ່າ: ງານວາງສະແດງຄັ້ງນີ້, ນອກຈາກເປັນການຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ
ແລະ ການລົງທຶນແລ້ວ, ຍັງເປັນເວທີສ້າງໂອກາດໃຫ້ພາກທຸລະ ກິດຂອງສອງປະເທດໄດ້ແລກປ່ຽນຂໍ້ມູນຂ່າວສານເພື່ອປັບປຸງຄຸນນະພາບຂອງສີນຄ້າໃຫ້ເປັນທີ່ຕ້ອງການຂອງຕະຫລາດ
ແລະ ສ້າງເງື່ອນໄຂໃຫ້ແກ່ນັກທຸລະກິດໄດ້ພົບປະຫາລືເພື່ອສ້າງຖານການຄ້າໃຫ້ນັບມື້ກວ້າງຂວາງ
ແລະ ກຽມພ້ອມເຂົ້າສູ່ປະຊາຄົມ ເສດຖະກິດອາຊຽນ.
ຊຸມປີຜ່ານມາ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງ
ສປ ຈີນ ແລະ ລາວ ໄດ້ມີການຂະຫຍາຍຕົວສູງຂຶ້ນ ເລື້ອຍໆ, ອີງຕາມຕົວເລກສະຖິຕິຂອງພາສີ ສປ ຈີນໃນປີ
2013 ບັນລຸ 2,74 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 58% ເມື່ອທຽບ ກັບປີກ່ອນ ແລະ ປັດຈຸບັນ, ການລົງ
ທຶນໂດຍກົງໃນຂະແໜງການທີ່ບໍ່ແມ່ນການເງິນຢູ່ລາວຂອງ ສປ ຈີນບັນລຸ 3,11 ຕື້ໂດ ລາສະຫະລັດ,
ໄດ້ກາຍເປັນເປົ້າໝາຍການລົງທຶນອັນດັບ 3 ຂອງ ສປ ຈີນ ໃນບັນດາປະເທດອາຊຽນ.
ສຳລັບເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີ, ເປັນ
ແຂວງໜຶ່ງທີ່ມີການພັດທະນາໄວຂອງຈີນ ແລະ ເປັນແຂວງໜຶ່ງ ທີ່ມີ ການພົວພັນດ້ານການຄ້າກັບຫລາຍປະເທດ
ແລະ ບັນດາປະ ເທດອາຊຽນປີ 2013 ມີມູນຄ່າການຄ້າພາຍນອກບັນລຸ 32,8 ຕື້ ໂດລາສະຫະລັດ, ສະເພາະການ
ຄ້າລະຫວ່າງລາວ ແລະ ກວາງຊີ ແມ່ນ 15 ລ້ານກວ່າໂດລາສະຫະລັດ ແລະ ນັບແຕ່ເດືອນ ມັງກອນຫາເດືອນກໍລະກົດປີນີ້,
ມູນຄ່າ ການຄ້າເພີ່ມຂຶ້ນ 35 ລ້ານກວ່າ ໂດລາສະຫະລັດ ແລະ ການລົງ ທຶນຂອງແຂວງ ກວາງຊີຢູ່ລາວມີປະມານ
135 ລ້ານໂດລາສະຫະລັດ, ສ່ວນຫລາຍແມ່ນຂະແໜງ ການພະລັງງານ, ບໍ່ແຮ່ ແລະ ກະ ສິກຳ.
ງານວາງສະແດງຄັ້ງນີ້, ເປັນເວທີຊຸກຍູ້ສົ່ງເສີມການພົວພັນ
ຮ່ວມມືດ້ານການຄ້າ, ການລົງ ທຶນລະຫວ່າງ ສປ ຈີນ ກັບບັນ ດາປະເທດອາຊຽນເວົ້າລວມ, ເວົ້າສະເພາະແມ່ນ
ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ, ທັງເປັນການປະຕິບັດເນື້ອ ໃນຈິດໃຈຜົນກອງປະຊຸມຄັ້ງທີ
VI ຂອງຄະນະກຳມະການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນກາງເດືອນກໍລະກົດຜ່ານມານີ້,
ກ່ຽວກັບວຽກງານການ ຄ້າຜະລິດຕະພັນກະສິກຳ, ການສ້າງຕັ້ງເຂດຮ່ວມມື ຂ້າມຊາດ ແລະ ຂົງເຂດສຳຄັນອື່ນໆ.
ເພື່ອຊຸກຍູ້ການຮ່ວມມືແລກປ່ຽນເສດຖະກິດ ແລະ ການຄ້າລາວ-ຈີນ ໃຫ້ບັນລຸເປົ້າໝາຍ ຕ່າງຝ່າຍຕ່າງມີຜົນປະໂຫຍດ
ແລະ ພ້ອມກັນ ພັດທະນາ.
No comments:
Post a Comment