![]() |
ພາບ: Alan liu |
ພາຍຫລັງ, ໄດ້ລົງຕິດຕາມກວດກາເບິ່ງສະພາບຕົວຈິງບັນດາຈຸດສຳຄັນ ປ່ອງໄຫລ່ຂອງນ້ຳທີ່ລະ ບາຍຈາກຕົວເມືອງລົງສູ່
ບຶງທາດຫລວງເມື່ອທ້າຍອາທິດ ຜ່ານມານີ້, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສີນລະ ວົງຄຸດໄພທູນ,
ໄດ້ສັ່ງໃຫ້ພາກ ສ່ວນກ່ຽວຕ່າງໆເປັນຕົ້ນ: ພະ ແນກໂຍທາທິການ ແລະ ຂົນສົ່ງ, ອົງການພັດທະນາ
ແລະ ບໍລິ ຫານຕົວເມືອງ (ອພບ) ຮີບຮ້ອນສ້າງແຜນການຮັບ ມືນ້ຳຖ້ວມຂັງໃນຕົວເມືອງ. ໂດຍສະເພາະ
ແບ່ງປັນເຂດຄວາມຮັບພິຊອບ ໃຫ້ບັນດາເມືອງ ແລະ ບ້ານຮ່ວມກັນເປັນເຈົ້າການ ສ້າງຂະບວນ ການອານາໄມຮ່ອງລະບາຍນ້ຳ
ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ແກ້ໄຂນ້ຳຖ້ວມໃນ ຕົວເມືອງ ເຊັ່ນ: ການລ່ວງ ຜັກຕົບ ແລະ ສິ່ງເສດເຫລືອອອກຈາກຄອງບຶງ
ທາດຫລວງມອບໃຫ້ພະແນກກະສິກຳ-ປ່າໄມ້ເປັນ ຜູ້ຈັດຕັ້ງປະຕິບັດ, ສ່ວນ ຢູ່ຕາມຮ່ອງລະບາຍນ້ຳສາຍໃຫຍ່ໃນຕົວເມືອງແມ່ນມອບໃຫ້ອົງການພັດທະນາ
ແລະ ບໍລິຫານຕົວ ເມືອງຈັດຕັ້ງປະຕິ ບັດ
ແລະ ພະແນກໂຍທາທິການ ແລະ ຂົນສົ່ງຮັບຜິດຊອບການອະນາໄມຮ່ອງລະບາຍນ້ຳແຄມທາງ
ທີ່ພາໃຫ້ ເສັ້ນທາງເກີດ ການຊຸດໂຊມເປ່ເພ, ພ້ອມກັນນັ້ນ, ຕ້ອງໄດ້ກຳນົດໃຫ້ມີເຂດສະ ຫງວນບຶງ
ແລະ ຮ່ອລະບາຍນ້ຳທຳມະຊາດ ເພື່ອເປັນ ບ່ອນເກັບນ້ຳ ແລະ ລະບາຍນ້ຳອອກຈາກ ຕົວເມືອງ.
ການລົງຕິດຕາມເບິ່ງສະ ພາບບຶງທາດຫລວງຂອງເຈົ້າຄອງນະຄອນຫລວງຄັ້ງນີ້,
ແມ່ນພາຍຫລັງສຳເລັດກອງປະຊຸມ ປືກສາຫາລືການສະກັດກັ້ນ ແລະ ແກ້ໄຂນ້ຳຖ້ວມຢູ່ນະຄອນຫລວງວຽງຈັນ,
ເນື່ອງຈາກ, ບັນຫາ ນ້ຳຖ້ວມອັ່ງໃນຕົວເມືອງ ໄດ້ເປັນບັນຫາຊຳເຮື້ອມາດົນນານ ແລະ ນັບມື້ໜັກໜ່ວງຂຶ້ນເລື້ອຍໆ,
ໂດຍສະເພາະນັບແຕ່ທ້າຍເດືອນສິງຫາຕໍ່ໃສ່ຕົ້ນເດືອນ ກັນຍານີ້, ມີສະພາບນ້ຳຖ້ວມຂັງເປັນບໍລິ
ເວນກວ້າງຢູ່ຫລາຍເຂດໃນຕົວ ເມືອງທີ່ເກີດຈາກສະພາບຝົນ ຕົກແຮງ, ແຕ່ນ້ຳພັດ ບໍ່ໄຫລລົງສູ່ຄອງລະບາຍໄດ້ທັນ,
ຍ້ອນຄອງລະບາຍຕາມແຄມທາງຫລາຍສາຍອຸດຕັນ, ເຮັດໃຫ້ນ້ຳໄຫລບໍ່ເຊື່ອມ ກັນຈາກຮ່ອງ ລະບາຍນ້ຳແຄມທາງຮ່ອມຫາສາຍທາງຫລັກ
ແລະ ລົງສູ່ບຶງທາດຫລວງໄດ້ສະດວກ, ຈຶ່ງເຮັດໃຫ້ນ້ຳຍຶ່ງສູງຂຶ້ນໄວ ແລະ ໄຫລ ເຂົ້າຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ,
ສ້າງຄວາມເສຍຫາຍຕໍ່ຊັບສິນ, ການສັນຈອນບົນທ້ອງຖະໜົນມີຄວາມ ຫຍຸ້ງຍາກເປັນອຳມະພາດ ແລະ ສ້າງຄວາມເດືອດຮ້ອນຕໍ່ການດຳລົງຊີວິດຂອງສັງຄົມນຳອີກ.
No comments:
Post a Comment