Ad

Ad

8 September 2014

ລັດຖະມົນຕີວ່າການກະຊວງສາທາລາວຢ້ຽມຢາມ ເມືອງແອັດ ແລນຕ້າສະຫະລັດອາເມລິກາ

    ໃນໄລຍະເວລາການເດີນທາງຢ້ຽມຢາມສະຫະລັດອາເມລິກາ, ທ່ານ ເອກສະ ຫວ່າງ ວົງວິຈິດ, ລັດຖະມົນຕີວ່າການກະຊວງ ສາທາແຫ່ງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ໄດ້ໄປຢ້ຽມເມືອງແອັດແລນຕ້າເປັນເວລາສອງວັນ, ໂດຍ ໄດ້ຢ້ຽມຢາມສູນຄວບຄຸມພະຍາດ ແລະ ສູນກາງໃຫຍ່ໂຮງງານໂຄກາ- ໂຄລາຂອງ ສະຫະລັດອາເມລິກາ.  
         ໃນຂະນະທ່ີຢ້ຽມຢາມສູນຄວບຄຸມພະຍາດດັ່ງກ່າວຊຶ່ງ ເປັນໜຶ່ງໃນສະຖາ ບັນຄົ້ນຄວ້າຢາຊັ້ນນຳຂອງໂລກ ແະທ່ານລັດ ຖະມົນຕີໄດ້ພົບປະກັບທ່ານຜູ້ອຳນວຍ ການ ດຣ. Tom Frieden. ຊຶ່ງ ທ່ານໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມືທ່ີສະນິດແໜ້ນລະຫວ່າງສະຫະລັດ ອາເມລິກາ ແລະ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນຂົງເຂດວຽກງານສາທາ ລະນະສຸກ ແລະ ການຄວບ ຄຸມພະຍາດ. ສອງຝ່າຍໄດ້ສະແດງຄວາມຕັ້ງ ໃຈສືບຕໍ່ການຮ່ວມມື ແລະ ເສີມຂະຫຍາຍການເຮັດ ວຽກຮ່ວມກັນໃນອະນາ ຄົດກ່ຽວກັບວຽກງານການສ້າງຢາວັກແຊງ ແລະ ພູມຄຸ້ມກັນພະຍາດຕ່າງໆຄື: ພະຍາດ HIV/AIDS, ສຸຂະພາບແມ່ ແລະ ເດັກ, ແລະ ວຽກງານສາ ທາລະນະສຸກອື່ນໆທ່ີກ່ຽວຂ້ອງ.

    ໃນຂະນະທ່ີຢ້ຽມຢາມຢູ່ເມືອງ ແອັດແລນຕ້າ, ທ່ານລັດຖະມົນຕີ ເອກສະຫວ່າງຍັງໄດ້ຢ້ຽມຢາມສູນກາງໃຫຍ່ໂຮງງານ ໂຄກາ- ໂຄລາ, ຊຶ່ງກຳລັງວາງແຜນທ່ີ ຈະເປີດໂຮງງານນຳ້ອັດລົມໂຄ ກາ-ໂຄລາແຫ່ງທຳອິດໃນລາວໃນເດືອນຕຸລານີ້. ຄະນະຜູ້ແທນໄດ້ປຶກສາຫາລືວຽກງານໃນຫຼາຍຂົງເຂດການເປັນຄູ່ຮ່ວມ ງານທ່ີສຳຄັນໃນຂະແໜງສາທາລະນາສຸກຊຶ່ງໃນ ນັ້ນລວມມີການເຂົ້າເຖິງນຳ້ສະອາດ ແລະ ການ ຕ້ານພະຍາດໄຂ້ເລືອດອອກ. 
   ການເດີນທາງຢ້ຽມຢາມເປັນ ທາງການຂອງທ່ານລັດຖະມົນຕີ ເອກສະຫວ່າງໄດ້ສືບຕໍ່ຢ້ຽມຢາມ ລັດວໍຊິງຕັນ ດີ.ຊີ ແລະ ຈະໄດ້ພົບ ປະກັບຄູ່ຮ່ວມຕຳແໜ່ງຂອງທ່ານ ຄືືທ່ານ Sylvia Burwell, ລັດຖະມົນຕີວ່າການກະຊວງສາທາ ແລະ ບໍລິການ ປະຊາຊົນ, ພ້ອມກັບບັນດາເຈົ້າໜ້າທ່ີລະດັບສູງຈາກຊວງການຕ່າງປະເທດ, ສະຖາບັນສາທາລະນະສຸກແຫ່ງຊາດ, ກະຊວງ ປ້ອງກັນປະເທດ, ແລະ ຕົວແທນຂອງບັນດາອົງການຈັດຕັ້ງພາກລັດອື່ນໆຂອງສະຫະລັດອາເມລິການຳອີກ.

No comments:

Post a Comment