Ad

Ad

8 September 2014

ສື່ມວນຊົນລາວມີຄວາມພ້ອມຮັບໃຊ້ກອງປະຊຸມສາກົນ​ຕ່າງໆທີ່ ສປປ ລາວ ໄດ້​ຮັບກຽດເປັນ​ເຈົ້າພາບຈັດໃນເດືອນກັນຍານີ້



    ໃນທ້າຍອາທິດຜ່ານມານີ້, ຢູ່ກະຊວງຖະແຫລ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ຣາຊມຸນຕຼີ ລັດຖະມົນຕີຊ່ວຍວ່າການກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ເປັນປະທານກອງ ປະຊຸມປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມຂອງສື່ເພື່ອຮັບໃຊ້ໃຫ້ແກ່ ກອງປະຊຸມລັດຖະສະພາລະ ຫວ່າງຊາດອາຊຽນຄັ້ງທີ 35, ກອງປະຊຸມລັດຖະ ມົນຕີສຶກສາອາຊຽນຄັ້ງທີ 8  ແລະ ກອງປະຊຸມປິ່ນອ້ອມອື່ນໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນເດືອນກັນຍານີ້. ໂດຍມີບັນດາຫົວໜ້າອົງການສື່ມວນຊົນ ທຸກຂະແໜງການເຂົ້າ ຮ່ວມຢ່າງພ້ອມພຽງ.
    ໂອກາດດັ່ງກ່າວ, ທ່ານຫົວໜ້າກົມສື່ມວນຊົນ ປິ່ນປາຖະໜາ ພັນທະມາລີ ລາຍງານໃຫ້ຮູ້ວ່າ: ກອງປະຊຸມໄດ້ຫາລືການ ກະກຽມຄວາມພ້ອມຂອງສື່ມວນຊົນລາວໃນດ້ານຕ່າງໆເປັນຕົ້ນແມ່ນການກະກຽມສ້າງຕັ້ງສູນຂ່າວ, ການເຮັດໃບຂ່າວເພື່ອ ຮັບໃຊ້ກອງປະຊຸມ AIPA ຄັ້ງທີ 35 ແລະ ກອງປະຊຸມລັດຖະມົນຕີ ສຶກສາອາຊຽນຄັ້ງທີ 8 ທີ່ ສປປ ລາວ ໄດ້ຮັບກຽດ
ເປັນເຈົ້າພາບໃນຕົ້ນເດືອນກັນຍາ 2014 ນີ້. ພ້ອມນີ້, ໄດ້ຕີລາຄາຄືນຜົນງານໃນການປະກອບສ່ວນຂອງສື່ມວນຊົນລາວ ໃນການກະກຽມກອງປະຊຸມດັ່ງກ່າວ, ເຊິ່ງເລີ່ມ ມາແຕ່ເດືອນມີນາເປັນຕົ້ນມາ​ ແລະ ເຫັນ​ວ່າ: ເນື້ອໃນໂຄສະນາກໍມີຫລາກ ຫລາຍທີ່ເວົ້າ ເຖິງປະຫວັດຄວາມເປັນມາຂອງ ກອງປະຊຸມ AIPA  ພ້ອມດຽວ ກັນນັ້ນ, ໄດ້ຍົກ​ໃຫ້​ເຫັນບົດບາດສະພາ ແຫ່ງຊາດລາວໃນ ເວທີສາກົນ ແລະ ອາຊຽນ, ໂດຍສະເພາະເວທີກອງປະຊຸມລັດຖະສະພາອາຊຽນ, ການໂຄສະນາປຸກ ລະດົມໃນການເປັນເຈົ້າ ພາບຮ່ວມເພື່ອສ້າງບັນຍາກາດອັນດີ ແລະ ກຽມພ້ອມຕ້ອນຮັບ, ການ ອະນາໄມຕົວເມືອງ, ການກະ ກຽມສະຖານທີ່, ການ ສະແດງສິລະປະວັນນະຄະດີຕ່າງໆ.
    ໃນໂອກາດນີ້, ທ່ານ ສະ ຫວັນຄອນ ຣາຊມຸນຕຣີ ກໍໄດ້ສະແດງຄວາມຊົມເຊີຍຜົນງານທີ່ບັນດາສື່ມວນຊົນໄດ້ປະກອບ ສ່ວນເຂົ້າໃນການເຜີຍແຜ່ໂຄສະນາວຽກງານຕ່າງໆໃນໄລຍະ ຜ່ານມາ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມໂດຍຮຽກຮ້ອງໃຫ້ ທຸກພາກສ່ວນມີສ່ວນຮ່ວມໃນ ການໂຄສະນາຢ່າງ​ກວ້າງຂວາງ ຮັບໃຊ້ກອງປະຊຸມດັ່ງກ່າວດ້ວຍຄວາມຮັບຜິດຊອບ ແລະ ໃຫ້ມີຫລາຍຮູບແບບ, ພ້ອມທັງແນະ​ນຳສື່ມວນຊົນສືບຕໍ່ເອົາໃຈໃສ່ໂຄສະນາເຫດການຕ່າງໆທີ່ເກີດຂຶ້ນ ເພື່ອສ່ອງແສງໃຫ້ສັງ ຄົມເຫັນ ແລະ ຮັບຮູ້ໄດ້ຢ່າງຖືກຕ້ອງ ແລະ ມີການປ່ຽນແປງ​ໄປ​ໃນ​ທາງ​ທີ່​ດີ. ພ້ອມ​ກັນນັ້ນ ກໍ​ໃຫ້ສືບຕໍ່ໂຄສະນາການ​ສະກັດ​ກັ້ນ ແລະ ຕ້ານ​ປາກົດ​ການຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆເພື່ອໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານໄດ້ຢ່າງທົ່ວເຖິງ.

No comments:

Post a Comment