Ad

Ad

8 September 2014

ປກສ ແຂວງຄຳມ່ວນມ້າງຂະບວນການຄ້າຢາເສບຕິດລາຍໃຫຍ່



    ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ, ໄດ້ນຳກຳລັງເຂົ້າຈັບຕົວ ຂະບວນການຄ້າຢາ ເສບຕິດລາຍໃຫຍ່ໃນຂະນະພວມສົ່ງຢາໃຫ້ ກັນໃນເສັ້ນທາງເຂດບ້ານນາ ເມືອງ ເມືອງທ່າແຂກ ແຂວງ ຄຳມ່ວນ ໄດ້ຜູ້ຕ້ອງຫາຄື: ທ້າວ ພອນໄຊ ວັນນະສີນ ອາຍຸ 51 ປີຢູ່ ບ້ານນາແລ ແລະ ທ້າວ ມຸກດາ ໄລ ເສີມລາວັນ ອາຍຸ 32 ປີ ຢູ່ ບ້ານຫ້ວຍນາງ ລີ້ ເມືອງທ່າ ແຂກ ແຂວງຄຳມ່ວນ ພ້ອມ ຂອງ ກາງຢາບ້າ 6 ພັນກວ່າເມັດ ແລະ ລົດກະບະວີໂກ້ຄັນໜຶ່ງຈຶ່ງ ໄດ້ຍຶດໄວ້ເປັນຫລັກຖານເພື່ອດຳເນີນຄະດີຕາມກົດໝາຍ ແລະ ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່, ທັງສອງໄດ້ຊັກ ທອດເຖິງໝູ່ຂະບວນການອີກ ສອງຄົນ, ເຈົ້າໜ້າທີ່ຈຶ່ງໄດ້ນຳ ຈັບຕົວມາດຳເນີນຄະດີຄື: ທ້າວ  ວິໄນ ວົງສຸວັນ ອາຍຸ 49 ປີ ແລະ ທ້າວ ເອັກ ແກ້ວບົວບານ ອາຍຸ 23ປີ ຢູ່ບ້ານສົມສະໜຸກ ເມືອງ ປາກກະດິງ ແຂວງບໍລິຄຳ ໄຊ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທັງ 4 ຄົນ ແມ່ນຮ່ວມກັນເຄື່ອນໄຫວຄ້າ ຂາຍຢາເສບຕິດພາຍໃນ ແຂວງຄຳມ່ວນມາດົນ ແລະ ມີເຄືອຂ່າຍໃຫຍ່ ເຊິ່ງເຈົ້າໜ້າທີ່ໄດ້ຕິດຕາມ ເປັນເປົ້າໝາຍມາດົນ, ຈົນມີ ຫລັກຖານແໜ້ນຈຶ່ງສາມາດຈັບຕົວມາດຳເນີນຄະ ດີໄດ້.

1 comment:

  1. ไปบ่อลอดแนวค้าขายเคื่องผิดกดหมาย

    ReplyDelete