Ad

Ad

8 September 2014

ເດືອນສິງຫາຜ່ານມາມີສະພາບງັດແງະເກີດຫລາຍຈຸດ



ພາບປະກອບ
    ຫ້ອງຕຳຫລວດ ປກສ ນະ ຄອນຫລວງວຽງຈັນໃຫ້ຮູ້ເມື່ອທ້າຍອາທິດຜ່ານ ມາວ່າ: ຕະ ຫຼອດໄລຍະເດືອນສິງຫາຜ່ານມານີ້, ໄດ້ມີສະພາບຫຍໍ້ທໍ້ດ້ານສັງ ຄົມເກີດຂຶ້ນຫລາຍ ແລະ ພົ້ນເດັ່ນ ກໍແມ່ນສະພາບງັດແງະເຮືອນ ຊານຂອງ ປະຊາຊົນ ແລະ ສຳ ນັກງານອົງການຕ່າງໆທັງໝົດ 17 ຄັ້ງ, ໃນນັ້ນ, ງັດແງະເຮືອນ ປະຊາຊົນ 6 ຄັ້ງ, ໂຮງງານ-ບໍລິ ສັດ 9 ຄັ້ງ ແລະ ຮ້ານຄ້າ 2 ຄັ້ງ, ນອກຈາກນີ້, ຍັງມີທູບແວ່ນລົດ 3 ຄັ້ງ, ມີຜົນເສຍຫາຍຄື: 183 ລ້ານ ກວ່າກີບ, 63 ພັນກວ່າ ບາດ (ສະ ກຸນເງິນໄທ), 700 ກວ່າໂດລາສະຫະລັດ, ຄຳຮູບປະພັນ 12 ບາດ ແລະ ຊັບສີນອື່ນໆ, ເຊິ່ງກໍລະນີ ພົ້ນເດັ່ນແມ່ນກ້ອງວົງຈອນປິດ ໃນບໍລິສັດສູນ ລວມປ້າຍສາມາດຈັບພາບຄົນຮ້າຍສອງຄົນງັດ ແງະເຂົ້າບໍລິສັດດັ່ງກ່າວຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ເຖິງສາມຄັ້ງໃນເດືອນດຽວ, ເຊິ່ງແຕ່ລະ ຄັ້ງຄົນຮ້າຍໄດ້ທຸບແກ້ວແວ່ນປະຕູຫ້ອງການ ແລະ ທຳລາຍ ຕູ້ເຊັບເປ່ເພ ແລະ ກວາດເງິນໄປຈຳນວນໜຶ່ງ, ອີກກໍລະນີໜຶ່ງ
ແມ່ນຄົນຮ້າຍງັດແງະບໍລິສັດຮັດຈີ້ ຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນ ຫລວງວຽງຈັນເປັນຄັ້ງທີສອງກວາດເອົາຊັບ ສີນໄປຄື: ເງິນ 14 ລ້ານກີບ, ຕູ້ເຊັບ ສອງໜ່ວຍ ແລະ ກ້ອງວົງຈອນ ປິດໜຶ່ງ ໜ່ວຍ, ນອກຈາກນີ້, ຍັງມີບໍລິສັດອື່ນໆຖືກງັດ ແງະເຊັ່ນດຽວກັນເປັນຕົ້ນ: ບໍລິສັດ ປີໂຕຣລ້ຽມຢູ່ບ້ານສີຖານເໜືອ ເມືອງ ສີໂຄດຕະບອງ ລັກເອົາຄຳຮູບປະພັນໜັກໜຶ່ງບາດ, ຄອມພິວເຕີ ໂນດບຸກ 1 ໜ່ວຍ, ໂມງ 1 ໜ່ວຍ ແລະ ຕູ້ເຊັບເປ່ເພສອງ ໜ່ວຍ, ມີຄົນຮ້າຍເຂົ້າໄປລັກຈູດເອກກະສານທາງ ການເງິນຂອງບໍລິສັດລາວພັດທະນາໂລຫະມີສີຢູ່ບ້ານສະພັງຂະນົງ ເມືອງໄຊ ທານີ ຄົນຮ້າຍງັດແງະຮ້ານຂາຍລົດ ຈັກຢູ່ບ້ານ ສີບຸນເຮືອງ ເມືອງສີ ໂຄດຕະບອງ ຜົນເສຍຫາຍມີໝໍ້ ໄຟລົດ 55 ໜ່ວຍມູນຄ່າ 12 ລ້ານກວ່າກີບ, ຄົນຮ້າຍງັດບໍລິສັດ ເມໂຕຼ ຢູ່ບ້ານໜອງບຶກ, ເມືອງສີ ໂຄດຕະບອງ, ລັກເງິນໄປ 10 ລ້ານ, 12 ພັນບາດ, ງັດ ບໍລິສັດ ເອັນຊີຊີຢູ່ບ້ານໜອງໄຮ ເມືອງ ຫາດຊາຍຟອງ ເສຍຫາຍ 15 ລ້ານກວ່າກີບ, 39 ພັນກວ່າບາດ, ໂທລະພາບ 32 ນິ້ວ ໜຶ່ງໜ່ວຍ ແລະ ຕູ້ເຊັບໜຶ່ງໜ່ວຍເປ່ເພ, ຄົນຮ້າຍງັດໂຮງງານຕັດຫຍິບ ດີບວູ ລາວຈຳກັດ ຢູ່ບ້ານທ່າມ່ວງ ເມືອງຫາດຊາຍຟອງ ຕູ້ເຊັບເປ່ ເພສອງໜ່ວຍ, ງັດບໍລິສັດຕັ້ງຈະ ເລີນຈຳກັດ ຢູ່ບ້ານນາລ້ອມ, ເມືອງໄຊທານີ, ໄດ້ເງິນໄປ 119 ລ້ານກວ່າກີບ, 20 ພັນບາດ, 500 ໂດລາສະຫະລັດ ແລະ ຕູ້ເຊັບ ໜຶ່ງໜ່ວຍເປ່ເພ ແລະ ຄົນຮ້າຍງັດບໍລິສັດລາວເຈແລນເຈີ ຢູ່ບ້ານສົມສະໜຸກ ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ໄດ້ເງິນໄປ 8 ລ້ານກວ່າກີບ ແລະ 200 ໂດລາສະຫະລັດ.

No comments:

Post a Comment