ໃນສົກຮຽນ 2014-2015 ນະຄອນຫລວງວຽງຈັນ, ໄດ້ສ້າງ
ເງື່ອນໄຂໃໝ່ໃນ ຂະແໜງການສຶກສາເພື່ອສຸມໃສ່ພັດທະ ນາໂຮງຮຽນໃຫ້ມີຄຸນນະພາບເພື່ອກຽມ ເຂົ້າສູ່ປະຊາຄົມເສດຖະກິດອາ
ຊຽນໃນປີ 2015 ແລະ ການເຊື່ອມໂຍງກັບສາກົນ ເທື່ອລະກ້າວ.
ທ່ານອາຈານ ນາງ ຄຳມາຍ ທິບບຸດດາ ອຳນວຍການໂຮງຮຽນມັດທະຍົມສືກ ສາຕອນປາຍວຽງຈັນ-ໂຮ່ຈິມິງ
ໃຫ້ຮູ້ວ່າ: ໃນ ສົກຮຽນນີ້, ໂຮງຮຽນຂອງຕົນແມ່ນ ໜຶ່ງໃນໂຮງຮຽນ 5 ແຫ່ງ ຂອງເມືອງສີໂຄດຕະບອງ,
ທີ່ຖືກຄັດເລືອກຈາກພະແນກ ສຶກສານະຄອນຫລວງວຽງຈັນ ໃຫ້ພັດ ທະນາເປັນໂຮງຮຽນຕົວແບບ ແລະ ມີຄຸນນະພາບສູງ
ແລະ ພ້ອມກັບໂຮງຮຽນສາມັນຂັ້ນປະຖົມ ແລະ ມັດທະຍົມອື່ນໆອີກ ຈຳນວນ 31 ແຫ່ງໃນທົ່ວນະຄອນຫລວງວຽງຈັນ,
ໂດຍພະແນກສຶກສານະຄອນຫລວງວຽງຈັນໄດ້ວາງເງື່ອນໄຂສຳຄັນໃນ
ການຈັດຕັ້ງປະຕິບັດເພື່ອໃຫ້ຄູອາຈານ
ແລະ ນັກຮຽນ ໄດ້ສຸມທຸກສະຕິ ປັນຍາເຂົ້າໃນການ ຮຽນການສອນໃຫ້ມີຄຸນນະ ພາບຄື: ນັກຮຽນໃນເຂດບໍລິການຕ້ອງໄດ້
ເຂົ້າຮັບການຮ່ຳຮຽນຢ່າງທົ່ວເຖິງ, ຕ້ອງມີຄຸນສົມບັດດີ, ຮັກ ການຮຽນ, ມັກສະ ແຫວງຫາຄວາມຮູ້ດ້ວຍຕົນເອງ
ແລະ ພັດທະນາຕົນເອງຢ່າງຕໍ່ເນື່ອງ, ຕ້ອງມີຜົນການຮຽນດີຂຶ້ນຕິດຕໍ່ ກັນຈົນຈົບພາກຮຽນນີ້,
ຮັກສາອະນາໄມສ່ວນຕົວດີ ແລະ ເຮັດ ແນວໃດໃຫ້ນັກຮຽນໄດ້ຮັບການບໍລິການດ້ານສຸຂະພາບຂັ້ນ ພື້ນຖານ
ແລະ ຄວາມຮູ້ ດ້ານໂພຊະນາການໄດ້ທົ່ວເຖິງພ້ອມສົ່ງເສີມໃຫ້ເຂົາເຈົ້າມີທັກສະໃນການ ປ້ອງກັນຕົນເອງຈາກສິ່ງເສບ
ຕິດ, ໂລກເອດ, ພະ ຍາດຕິດຕໍ່ທາງເພດສຳພັນ ແລະ ລະເບີດບໍ່ທັນແຕກ, ແລະ ໄພພິບັດອື່ນໆອີກພ້ອມນີ້ທາງດ້ານການສອນ,
ຄູຕ້ອງມີວຸດ ທິການສຶກສາທີ່ເໝາະສົມ, ມີອັດຕາສ່ວນພຽງພໍຕໍ່ນັກຮຽນໃນແຕ່ລະຊັ້ນຮຽນ, ພ້ອມໄດ້ຮັບການພັດທະນາວິຊາ
ຊີບຄູຢ່າງເປັນລະບົບຕໍ່ເນື່ອງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ວຽກງານຂອງຕົນ, ນຳໃຊ້ວິທີ ການສິດສອນທີ່ເນັ້ນໃຫ້ນັກຮຽນ
ເກີດການຮຽນຮູ້, ມີການວັດ-ປະເມີນຜົນການຮຽນ ແລະ ຮູ້ນຳໃຊ້ໄປປັບປຸງການຮຽນ-ການ ສອນຂອງຕົນໃຫ້ດີຂຶ້ນ,
ຕິດ ຕາມຊ່ວຍເຫລືອນັກຮຽນຕາມ ສະພາບຈຸດພິເສດຂອງແຕ່ລະຄົນ ແລະ ນຳໃຊ້ຫລັກສູດໃຫ້ແທດ ເໝາະກັບທ້ອງຖິ່ນ.
ຄຽງຄູ່ກັນນີ້ ທາງດ້ານສະພາບແວດລ້ອມໂຮງຮຽນຕ້ອງມີທີ່ຕັ້ງເໜາະສົມ
ແລະ ປອດໄພ, ມີເນື້ອທີ່ ແລະ ການນຳໃຊ້ທີ່ ເໝາະສົມ, ມີອົງປະກອບຈຳເປັນທີ່ເປັນສັນຍາລັກ ຂອງໂຮງຮຽນ,
ມີອາຄານໄດ້ມາດຕະຖານ ແລະ ເໝາະສົມ ກັບນັກຮຽນ ທຸກຄົນ, ຈັດສະພາບແວດລ້ອມເອື້ອອຳນວຍຕໍ່ການຮຽນ
- ການສອນ, ສົ່ງເສີມການອ່ານ, ມີສະພາບແວດລ້ອມ ຖືກສຸຂະອະ ນາໄມ ແລະ ມີນ້ຳດື່ມ, ນ້ຳໃຊ້ ແລະ
ຫ້ອງນ້ຳທີ່ສະອາດພຽງພໍ. ສ່ວນດ້ານອຸປະກອນການຮຽນ-ການສອນໂຮງຮຽນ ຕ້ອງມີອຸ ປະກອນການສຶກສາ
ພຽງພໍ, ມີອຸປະກອນກິລາ, ສິລະ ປະທີ່ນຳໃຊ້ຢ່າງເໝາະສົມ, ມີອຸປະກອນທົດລອງວິທະຍາສາດ (ພື້ນ
ຖານ) ຟີຊິກສາດ, ເຄມີສາດ, ຊີວະສາດ, ມີອຸປະກອນຮັບໃຊ້ການເຝິກປະຕິບັດງານຂັ້ນພື້ນຖານ ແລະ
ມີອຸປະກອນໄອຊີທີ ນຳໃຊ້ຢ່າງເໝາະສົມ; ຜູ້ອຳນວຍຕ້ອງມີແນວຄິດຫລັກໝັ້ນການເມືອງ ແລະ ການນຳພາດີ,
ມີຄວາມຮູ້ ແລະ ປະສົບການທີ່ ເໝາະສົມ, ໂຮງຮຽນມີລະບົບຄຸ້ມຄອງສະຖິຕິ ແລະ ຂໍ້ມູນຂ່າວສານ,
ມີການຄຸ້ມຄອງຊັບສິນ ຢ່າງເປັນລະບົບ, ຕິດຕາມການ ປະຕິບັດຫລັກສູດເປັນປົກກະຕິ, ສົ່ງເສີມສິດສະເໝີພາບລະຫວ່າງຍິງ-ຊາຍໃນການຈັດຕັ້ງ
ແລະ ເຄື່ອນໄຫວກິດຈະກຳຕ່າງໆ, ມີ ການປົກປ້ອງນັກຮຽນຈາກ ຄວາມຮຸນແຮງ ແລະ ການກະທົບກະເທືອນດ້ານຮ່າງກາຍ-ຈິດໃຈ,
ມີການພັດທະນາຕົນເອງ ທີ່ສອດຄ່ອງກັບສະພາບຕົວຈິງຢ່າງເປັນລະບົບ, ສົ່ງເສີມການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນຄື
ການຈັດກິດຈະກຳ ນອກຫລັກສູດເປັນປົກກະຕິ ແລະ ບັນຫາສຸດທ້າຍຕ້ອງມີສ່ວນຮ່ວມຂອງຊຸມຊົນເຂົ້າໃນການຄຸ້ມ
ຄອງ, ປົກປັກຮັກສາ ແລະ ພັດ ທະນາໂຮງຮຽນ ແລະ ຕ້ອງມີສ່ວນຮ່ວມໃນການຈັດກິດຈະກຳເຄື່ອນໄຫວຕ່າງໆຂອງໂຮງຮຽນ,
ຊຶ່ງທັງໝົດທີ່ກ່າວມານັ້ນ ມັນໄດ້ກາຍເປັນຂໍ້ແຂ່ງຂັນສຳ ລັບຄູອາຈານໃນແຕ່ລະໂຮງ ຮຽນຕົວແບບຄຸນນະພາບເພື່ອຮັບປະກັນການກວດກາຈາກຄະ
ນະກຳມະການປີໜຶ່ງ 2 ຄັ້ງ, ໂດຍຄາດວ່າໃນໄຕມາດທຳອິດຂອງສົກຮຽນປີນີ້ທາງສຶກສານະຄອນຫລວງວຽງຈັນ,
ຈະໄດ້ປະ ກາດໂຮງຮຽນຕົວແບບຄຸນນະພາບຢ່າງເປັນທາງການ.
No comments:
Post a Comment