Ad

Ad

8 September 2014

ຄະນະກຳມະການສາສະຫນາ ສສ ຫວຽດນາມຢ້ຽມຢາມລາວ



       ຕອບສະຫນອງຕາມຄຳເຊີນຂອງອົງການແນວລາວສ້າງຊາດລາວ, ຄະນະກຳ ມະການ ສາສະຫນາ ສສ ຫວຽດນາມ ນຳ ໂດຍສະຫາຍ ບູຍແທງຮາ ຮອງປະທານ ຄະນະກຳມະການດັ່ງ ກ່າວໄດ້ເດືນທາງມາຢ້ຽມຍາມ ລາວລະຫ່ວາງວັນທີ 4-7 ກັນ ຍານີ້.
        ການພົບປະສອງຝ່າຍໄດ້ມີ ຂຶ້ນໃນວັນທີ 4 ກັນຍານີ້ ຢູ່ນະຄອນຫລວງວຽງ ຈັນ, ຝ່າຍລາວ ນຳໂດຍທ່ານ ຈັນທະວົງ ສີນາ ມັດມົນຕຣີ ຮອງປະທານສູນກາງແນວລາວສ້າງຊາດ. ໃນການພົບປະສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບການເຄື່ອນ ໄຫວຂອງສາສະຫນາໃນປະເທດຕົນໄລຍະຜ່ານມາ, ໂດຍ ສະເພາະແມ່ນບັນດາບົດຮຽນ ແລະ ປະສົບການການຕ່າງໆໃນການ ຄຸ້ມຄອງຂອງແຕ່ລະປະເທດ, ເພື່ອປະກອບສ່ວນເຂົ້າໃນ ການເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດລາວ-ຫວຽດນາມ ນັບມື້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນ ສອງປະເທດ.

   ກອງປະຊຸມເປັນເອກະພາບ ກັນວ່າ: ໃນຕໍ່ຫນ້ານີ້ສອງຝ່າຍ ຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ ຕົກລົງຕ່າງໆໃນການພົວພັນ ຮ່ວມມືລະຫ່ວາງສອງຝ່າຍແຕ່ນີ້ຮອດປີ 2020 ໃຫ້ບັນລຸຜົນສຳ ເລັດຢ່າງຫງອກງາມ. ໂດຍຈະ ໄດ້ສືບຕໍ່ແລກປ່ຽນຄະນະຜູ້ ແທນຂັ້ນຕ່າງໆດ້ວຍກັນເພື່ອຖອດ ຖອນບົດຮຽນ ແລະ ປະສົບການ ໃນການຄຸມຄອງລັດກ່ຽວກັບ ວຽກງານສາສະຫນາ ແລະ ເປັນ ເຈົ້າການຈັດຕັ້ງປະຕິບັດແຜນ ການຮ່ວມມືສອງຝ່າຍທີ່ໄດ້ຕົກ ລົງກັນໃຫ້ມີປະສິດທິຜົນຫລາຍຂຶ້ນ, ພິເສດແມ່ນ ການເພີ່ມທະວີຮັດແຫນ້ນສາຍພົວພັນຮ່ວມມືລະຫ່ວາງສອງຝ່າຍໃນຂົງເຂດ ວຽກງານສາສະຫນາໃຫ້ມີປະ ສິດທິຜົນສູງຂຶ້ນ, ພ້ອມກັນນັ້ນ ກໍຈະຕ້ອງໄດ້ເພີ່ມທະການໂຄສະນາເຜີຍແຜ່ວຽກງານດັ່ງກ່າວໃນຫມູ່ປະຊາຊົນໃຫ້ກ້ວາງຂວາງ ແລະ ທົ່ວເຖິງ, ພິເສດແມ່ນການ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ກ້າວສູ່ລວງເລິກ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.

No comments:

Post a Comment