Ad

Ad

8 September 2014

ຜ່າຕັດໂດຍບໍ່ເສຍຄ່າຢູ່ຊຽງຂວາງໂດຍການສະໜັບສະໜູນຂອງພູເບ້ຍມາຍນິງ



     ຄະນະແພດເຊິ່ງນຳພາໂດຍບັນດາທ່ານໝໍຈາກ Interplast  ອົດສະຕຣາລີ ແລະ ນິວຊີ ແລນ, ຊຶ່ງໄດ້ຮັບການສະໜັບສະ ໜູນດ້ານທຶນຮອນຈາກບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ແລະ ໄດ້ຮັບການສະໜັບສະໜູນຈາກກຸ່ມ ແມ່ຍິງສາກົນ (WIG) ໄດ້ເດີນທາງມາແຂວງຊຽງຂວາງອີກ ຄັ້ງໜຶ່ງ, ເພື່ອທຳການປິ່ນປົວຄົນເຈັບທີ່ເກີດຈາກແຜໄຟໄໝ້, ປາກ ແຫວ່າງເພດານໂຫວ່ ໂດຍບໍ່ ເສຍຄ່າ.
     ທີມແພດ, ເຊິ່ງໄດ້ລົງເຄື່ອນໄຫວໜ້າທີ່ຢູ່ແຂວງຊຽງຂວາງເປັນຄັ້ງທີສາມໃນຮອບຫລາຍ ສິບປີຜ່ານມາປະກອບມີແພດໄສຍະກຳຕົບແຕ່ງ, ແພດວາງຢາ ສະຫລົບ ແລະ ພະຍາບານຈາກ Interplast, ເຊິ່ງທີມງານດັ່ງກ່າວ ຈະເຮັດວຽກຮ່ວມກັນ ແລະ ຝຶກອົບຮົມພະນັກງານແພດທີ່ ມາຈາກໂຮງໝໍມະໂຫສົດຢູ່ນະ ຄອນຫລວງວຽງຈັນນຳອີກ.
     ທີມແພດດັ່ງກ່າວໄດ້ເດີນທາງມາເຖິງໂພນສະຫວັນໃນວັນທີ 31 ສິງຫາ, ແລະ ຈະຢູ່ເຮັດ ວຽກທີ່ໂຮງໝໍມິດຕະພາບລາວ- ມົງໂກລີ ເປັນເວລາສອງອາທິດ. ກຸ່ມແມ່ຍິງສາກົນຈະສະໜອງການຊ່ວຍເຫລືອໃຫ້ແກ່ຄົນເຈັບທັງໝົດທັງກ່ອນ ແລະ ຫລັງ ຜ່າຕັດ, ພ້ອມນັ້ນ ທີມງານນີ້ຍັງຈະໃຫ້ການຊ່ວຍເຫລືອດ້ານການເງິນແກ່ຜູ້ທີ່ເດີນທາງມາຮັບການປິ່ນປົວ.

     ສະມາຊິກທີມແພດອົດສະຕຣາລີອາສາເຮັດວຽກໂດຍສະໝັກໃຈ, ສ່ວນຄ່າໃຊ້ຈ່າຍອື່ນໆຂອງໂຄງການແມ່ນໄດ້ຮັບການ ສະໜັບສະໜູນທຶນຮອນຈາກບໍລິສັດ ພູເບ້ຍມາຍນິງ, ເຊິ່ງມີມູນ ຄ່າຫລາຍກວ່າ 150.000 ໂດລາສະຫະລັດໃນຕະຫລອດໄລ ຍະສາມປີຜ່ານມາ.
     ຜູ້ຊ່ຽວຊານການຜ່າຕັດໄສ ຍະກຳຕົບແຕ່ງ, ຊຶ່ງປົກກະຕິ ແມ່ນບໍ່ມີການບໍລິການປະເພດນີ້ຢູ່ແຂວງຊຽງຂວາງ. ສຳລັບຜູ້ທີ່ ເກີດມາເປັນປາກແຫວ່ງນັ້ນຈະມີຄວາມລຳບາກໃນການກິນ ຫລື ປາກເວົ້າ, ສ່ວນຜູ້ທີ່ມີບາດແຜ ເກີດຈາກໄຟໄໝ້ນ້ຳຮ້ອນ ລວກຈະເຮັດໃຫ້ການເຄື່ອນເໜັງຮ່າງກາຍໃນສ່ວນທີ່ໄດ້ຮັບບາດເຈັບ ນັ້ນມີຂໍ້ຈຳກັດ ແລະ ລຳບາ.
      ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດພູເບ້ຍມາຍນິງ ກ່າວວ່າ: ທ່ານມີຄວາມພູມໃຈ ເປັນຢ່າງສູງທີ່ບໍລິສັດໃຫ້ການ ສະໜັບສະໜູນແກ່ໂຄງການດັ່ງກ່າວນີ້. ທ່ານກ່າວວ່າ ” ການປິ່ນປົວທາງການແພດທີ່ມີຄວາມຊຳນິຊຳນານຂອງ ທີມແພດໄດ້ ປ່ຽນຊີວິດຂອງພໍ່ແມ່ປະຊາຊົນຫລາຍກວ່າ 110 ຄົນ ຢູ່ແຂວງຊຽງ ຂວາງຕະຫລອດໄລຍະສອງປີ ຜ່ານມາ. ສຳລັບໃນປີນີ້ພວກ ເຮົາຫວັງຢ່າງຍິ່ງວ່າປະຊາຊົນ ອີກ 50 ຄົນຈະສາມາດໄດ້ຮັບ ການປິ່ນປົວ.
     ທ່ານ ຈັນເພັງ ຍັງກ່າວ ເສີມ ອີກວ່າ: ບໍລິສັດ ພູເບ້ຍ ມາຍ ນິງ ໄດ້ບໍລິຈາກທຶນຮອນທັງໝົດ 235.000 ໂດລາສະຫະລັດ ໃນປີ ຜ່ານມາ (ລວມທັງການສະ ໜອງທຶນໃຫ້ Interplast), ນອກ ຈາກການສະໜັບສະໜູນທຶນ ຮອນຈຳນວນ 1 ລ້ານໂດ ລາ ຜ່ານມາທະນາຄານພັດທະນາ ອາຊີ (ADB) ເພື່ອຊ່ວຍປັບປຸງ ນ້ຳປະປາ ແລະ ສຸຂະພິບານໃນ 11 ແຂວງຂອງລາວ, ພາຍ ໃຕ້ການຮ່ວມມືອັນນີ້, ບໍລິສັດຈະສະໜອງທຶນຈຳນວນ 1 ລ້ານໂດ ລາຕໍ່ປີຜ່ານ ADB ເປັນເວລາ 6 ປີ.

No comments:

Post a Comment