Ad

Ad

5 September 2014

ນະຄອນຫລວງຫາລືແກ້ໄຂສະພາບນ້ຳຖ້ວມໃນໂຕເມືອງ



     ໃນວັນທີ 4 ກັນຍານີ້, ທ່ານ ດຣ ສິນລະວົງ ຄຸດໄພທູນ ເຈົ້າ ຄອງນະຄອນ ຫລວງວຽງຈັນ, ໄດ້ປະຊຸມຮ່ວມກັບບັນດາເຈົ້າ ເມືອງ 7 ຕົວເມືອງໃນຈຳນວນ 9 ເມືອງ (ນອກຈາກເມືອງສັງທອງ ແລະ ເມືອງປາກງື່ມ) ແລະ ຂະແໜງການທີ່ ກ່ຽວຂ້ອງເພື່ອ ປຶກສາຫາລືວິທີການສະກັດກັ້ນ ແລະ ແກ້ໄຂບັນຫານ້ຳຖ້ວມ ທີ່ກຳລັງເກີດຂຶ້ນໃນປັດຈຸບັນຢູ່ນະຄອນ ຫລວງວຽງຈັນ.
      ບັນດາເຈົ້າເມືອງທີ່ເຂົ້າຮ່ວມໄດ້ລາຍງານກ່ຽວກັບສະພາບນ້ຳຖ້ວມຢູ່ເມືອງ ຂອງຕົນຕໍ່ການນຳນະຄອນຫລວງໂດຍສາເຫດທີ່ເຮັດໃຫ້ນ້ຳຖ້ວມຂັງສ່ວນຫຼາຍແມ່ນເກີດຈາກຫລາຍບັນຫາຮ່ອງລະບາຍນ້ຳ ອຸດຕັນ, ຮ່ອງນ້ຳບໍ່ໄດ້ມາດຕະຖານ, ການກໍ່ສ້າງລະບົບລະບາຍນ້ຳຍັງບໍ່ດີເປັນຕົ້ນ: ຮ່ອງລະບາຍນ້ຳສາຍສຳຄັນຈຳນວນໜຶ່ງ ບໍ່ເຊື່ອມຮອດບຶງທາດຫລວງ ຫລື ຈຸດອອກຂອງນ້ຳ, ຮ່ອງລະບາຍນ້ຳແຄມທາງຮ່ອມຂອງຄຸ້ມບ້ານບໍ່ທັນເຊື່ອມຕໍ່ໃສ່ຮ່ອງ ລະບາຍນ້ຳແຄມທາງສາຍຫລັກ ແລະ ອື່ນໆ, ພ້ອມ ນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບວິທີທາງແກ້ໄຂ ແລະ ສະກັດກັ້ນໄພນ້ຳ ຖ້ວມດັ່ງກ່າວ.

      ທ່ານ ດຣ ສິນລະວົງ ຄຸດໄພທູນ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ແກ້ໄຂບ່ອນທີ່ມີບັນຫາຢ່າງຮີບດ່ວນໂດຍ ສະເພາະບຶງທາດຫລວງ ແລະ ແຫ່ງອື່ນໆ, ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຄວບຄຸມໄພນ້ຳຖ້ວມ, ລາຍງານໃຫ້ລັດຖະບານ, ຫ້ອງວ່າການສູນກາງພັກ ແລະ ອຳນາດການປົກຄອງທຸກຂັ້ນຊາບ, ພ້ອມນັ້ນ, ທ່ານຍັງເນັ້ນໃຫ້ອຳ ນາດການປົກຄອງເມືອງ, ບ້ານທຸກຂັ້ນລົງນຳພາປຸກລະດົມພໍ່ແມ່ປະຊາຊົນຊ່ວຍກັນທຳຄວາມສະອາດຮ່ອງລະບາຍນ້ຳ, ຄອງຊົນ ລະປະທານ ແລະ ອື່ນໆເປັນປະຈຳ.        
     ທ່ານ ສົມບູນອາຄະວົງສາ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ (ອພບ) ໄດ້ໃຫ້ຮູ້ກ່ຽວກັບວິ ທີການແກ້ໄຂ ແລະ ສະກັດກັ້ນໄພນ້ຳຖ້ວມໃນຕໍ່ໜ້າວ່າ: ໄດ້ມີການແບ່ງວຽກ, ແບ່ງເຂດຮັບຜິດຊອບໃຫ້ອຳນາດການປົກຄອງ ເມືອງ, ບ້ານເປັນເຈົ້າການສ້າງຂະບວນການອະນາໄມຮ່ອງລະບາຍນ້ຳ, ແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂນ້ຳຖ້ວມຂັງໃນຕົວ ເມືອງ, ມອບໃຫ້ພະແນກການທີ່ກ່ຽວຂ້ອງ ເຊັ່ນ: ພະແນກກະສິກຳ-ປ່າໄມ້ຈັດຕັ້ງປະຕິບັດລ່ວງຜັກຕົບ, ຫຍ້າອອກຈາກຄອງ ບຶງທາດຫລວງ, ອພບ ຈັດຕັ້ງປະຕິບັດລ່ວງຜັກຕົບ, ຫຍ້າອອກຈາກຮ່ອງລະບາຍນ້ຳສາຍແມ່ໃນຕົວເມືອງ ແລະ ຮ່ອງລະ ບາຍນ້ຳແຄມທາງສາຍຫລັກຈຸດທີ່ນ້ຳຖ້ວມຂັງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງລ່ວງຮ່ອງລະບາຍນ້ຳແຄມທາງທີ່ພາ ໃຫ້ເສັ້ນທາງເປ່ເພ, ສ້າງໃຫ້ມີລະບົບຜັງເມືອງກ່ຽວກັບການຮັກສາເຂດສະຫງວນບຶງໜອງ ແລະ ຮ່ອງລະບາຍນ້ຳທຳມະຊາດ ໄວ້ເພື່ອເປັນບ່ອນເກັບນ້ຳ ແລະ ລະບາຍນ້ຳອອກຈາກຕົວເມືອງ.

No comments:

Post a Comment