Ad

Ad

5 September 2014

ມີກົດຫມາຍຫ້າມຫາປາແບບດັບສູນ ແຕ່ການລະເມີດນັບມື້ຍິ່ງຮ້າຍແຮງ

     ເຖິງວ່າກົມລ້ຽງສັດ ແລະ ການປະມົງກະຊວງກະສິ ກຳ ແລະ ປ່າໄມ້ ໄດ້ອອກ ລະບຽບກົດໝາຍ ແລະ ນິຕິກຳ ຕ່າງໆໃນ ການຄຸ້ມຄອງສັດນ້ຳ, ສັດປ່າໃນຍາມເຂົ້າ ພັນສາ ຊຶ່ງ ເປັນລະດູການອອກແມ່ແຜ່ລູກ ເປັນຕົ້ນສັດນ້ຳແມ່ນເປັນລະດູການຂຶ້ນ ໄຂ່ຢູ່ຕາມຫ້ວຍ ຮ່ອງຄອງບຶງແມ່ນ້ຳລຳເຊຕ່າງໆ ແລະ ໄດ້ຫ້າມຫາປາ ແລະ ສັດນ້ຳ ອື່ນໆ ແບບດັບສູນ, ແຕ່ກົງກັນຂ້າມຍັງມີຜູ້ລະເມີດລະບຽບກົດໝາຍດັ່ງກ່າວ ເປັນຈຳນວນຫລາຍ.
    ຕໍ່ບັນຫາດັ່ງກ່າວນີ້, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ ອອກແຈ້ງ ການປຸກລະດົມທົ່ວສັງຄົມໂດຍ ສະເພາະຜູ້ປະກອບການລ້ຽງ ປາ, ສັດນ້ຳ ແລະ ສັດປ່າອື່ນໆ ເຂົ້າຮ່ວມ ໃນກິດ ຈະກຳວັນປ່ອຍປາແຫ່ງຊາດໃຫ້ແຂງແຮງກວ່າ ເກົ່າພ້ອມໄດ້ເນັ້ນໃຫ້ເອົາໃຈໃສ່ວຽກງານຄຸ້ມຄອງປາ, ສັດນ້ຳ ແລະ ສັດປ່າ ແລະ ຫ້າມຫາປາ ແລະ ການລ່າສັດຫວງຫ້າມ ດັ່ງ ກົດໝາຍວ່າດ້ວຍການປະມົງ ໄດ້ລະບຸຂໍ້ຫ້າມໄວ້ວ່າ: ຫ້າມບຸກຄົນ, ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນ ສປປ ລາວ ມີການກະທຳເຊັ່ນ: (1). ນຳໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ,
ເຄື່ອງແສງ, ສຽງທຽມ ຫລື ສິ່ງອື່ນ ທີ່ເກືອດ ຫ້າມເພື່ອຫາ ຫລື ຈັບສັດນ້ຳ, ຖິ້ມສິ່ງ ເສດເຫລືອ, ປ່ອຍນ້ຳເປື້ອນ ຫລື ສານ ເຄມີລົງແຫລ່ງນ້ຳ, (2). ຮັບ ເອົາ, ຊື້ຂາຍ, ຄອບ ຄອງ ຫລື ຂົນ ສົ່ງສັດນ້ຳທີ່ໄດ້ມາໂດຍບໍ່ຖືກ ຕ້ອງຕາມກົດໝາຍ, (3). ຜະລິດ, ນຳເຂົ້າ ຫລື ຂາຍເຄື່ອງມືຫາປາ ທີ່ເກືອດຫ້າມ ທຸກປະເພດ, (4). ນຳໃຊ້ເຄື່ອງມືຫາປາທີ່ເປັນ ການກີດຂວາງ ທາງເດີນຂອງ ສັດນ້ຳເຊັ່ນ: ອວນ, ມອງກວາດ, ລີ່, ຈິບ, ໂຕ່ງ, (5). ດັກເອົາປາຈາກແຫລ່ງນ້ຳທຳມະຊາດໂດຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງ ນ້ຳ, ຂຸດໜອງ ຫລື ດູດໜອງທຳ ມະຊາດ ທີ່ມີນ້ຳຕະຫລອດປີ, ຈັບປາໃນຍາມລະດູປາໄຂ່, (6). ທຳ ລາຍວັງສະຫງວນ, ຫາສັດ ນ້ຳໃນບໍລິເວນປາປະສົມພັນ ບ່ອນປາອໍ ຫລື ປາກອງ ແລະ ບ່ອນປາໄຂ່ຕາມທຳມະຊາດ, ຕາມການກຳນົດຂອງຄະນະກຳມະການຄຸ້ມຄອງການປະມົງປະຈຳເຂດ ແຫລ່ງນ້ຳ ຫລື ຕາມກົດລະບຽບຄຸ້ມຄອງການ ປະມົງຂັ້ນບ້ານ, (7). ຫາປາ ຫລື ສັດນ້ຳອື່ນປະເພດຫວງຫ້າມ ແລະ ປະເພດ ຄຸ້ມຄອງລວມທັງປາ ຫລື ສັດນ້ຳອື່ນ ທີ່ຍັງເປັນລູກຢູ່.
     ແຕ່ໃນຕົວຈິງມາຮອດດຽວນີ້, ມີນັກສວຍໂອກາດຈຳນວນໜຶ່ງບໍ່ໄດ້ເອົາຫົວຊາກັບຂໍ້ຫ້າມດັ່ງກ່າວ ແລະ ນັບມື້ຝ່າຝືນບືນ ເລິກເຂົ້າສູ່ການກະທຳທີ່ບໍ່ຖືກຕ້ອງ ໃນການຫາປາລ່າສັດນ້ຳແບບດັບສູນໂດຍການໃຊ້ພາຫະນະອຸປະກອນທີ່ກົດໝາຍຫ້າມ ໄວ້ທັງໝົດເປັນຕົ້ນການນຳໃຊ້ເຄື່ອງມືຫາປາທີ່ເປັນການກີດຂວາງທາງໄປຂອງປາເຊັ່ນ: ການ ເຮັດອວນ, ມອງກວາດ ແລະ ອື່ນໆທີ່ເປັນການດັບສູນທຳລາຍປານາໆຊະນິດ ແລະ  ບໍ່ສະເພາະ ແຕ່ເທົ່ານັ້ນສິ່ງທີ່ສ້າງຄວາມໜັກໃຈໃຫ້ແກ່ສັງຄົມໃນປັດ ຈຸບັນ ແມ່ນການນຳໃຊ້ເຄື່ອງມືອຸປະກອນຫາປາແບບດັບສູນຄື ໃຊ້ລະ ເບີດ, ໄຟຟ້າຊ໋ອດ ແລະ ທາດເບື່ອເຫລົ່ານີ້ເປັນຕົ້ນບໍ່ວ່າ ຈະຢູ່ໃນນະຄອນຫລວງວຽງຈັນກໍຄື ເຂດແຂວງອື່ນໆ ໄດ້ມີແຜ່ຫຼາຍ ເຖິງວ່າເຈົ້າໜ້າທີ່ກ່ຽວຂ້ອງໄດ້ສຸມໃສ່ສະກັດກັ້ນແຕ່ຍັງບໍ່ ທັນເປັນຜົນພໍການນຳເຂົ້າ ແລະ ຈຳໜ່າຍເຄື່ອງມືອຸປະກອນຫາປາປະເພດນີ້ຍັງມີຢູ່. ດັ່ງນັ້ນ ຈຶ່ງກໍ່ໍໃຫ້ເກີດການຫາປາແບບດັບ ສູນບໍ່ມີມື້ທີ່ຈະຈົບສິ້ນຄືດັ່ງທີ່ເຫັນໃນປັດຈຸບັນ.

No comments:

Post a Comment