Ad

Ad

5 September 2014

ກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ



      ກອງປະຊຸມຄັ້ງທີ I ເພື່ອປຶກສາຫາລືກ່ຽວກັບການກະກຽມດຳເນີນກອງປະ ຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງ ແຜນການ ແລະ ການລົງທຶນໄດ້ຈັດ ຂຶ້ນໃນຕອນເຊົ້າຂອງວັນພຸດວັນທີ 3 ກັນຍາ 2014, ຢູ່ກະຊວງດັ່ງກ່າວພາຍໃຕ້ ການເປັນປະທານຂອງທ່ານ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະ ພັກ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງ ທຶນ, ມີບັນດາເລຂາ, ຮອງເລຂາໜ່ວຍພັກຂອງຫ້ອງການ, ບັນດາກົມ, ສະຖາບັນ ແລະ ບັນດາພາກ ສ່ວນອ້ອມຂ້າງ ກະຊວງເຂົ້າຮ່ວມທັງໝົດ 30 ຄົນ, ຍິງ 10 ຄົນ.
         ກອງປະຊຸມໄດ້ຜ່ານມະຕິຕົກລົງຂອງເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນວ່າດ້ວຍການແຕ່ງຕັ້ງຮັບຜິດຊອບຊີ້ນຳກະກຽມດຳເນີນກອງປະ ຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ, ໄດ້ຜ່ານແຜນກະກະກຽມດຳເນີນກອງປະຊຸມ ໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ. ຫລັງຈາກນັ້ນ, ກໍໄດ້ຂຶ້ນປະກອບຄຳຄິດຄຳເຫັນ ແລະ ໄດ້ປຶກສາຫາລືກັນການແບ່ງວຽກໃຫ້ແຕ່ລະອະນຸກຳມະການ. ຕອນທ້າຍຂອງກອງປະຊຸມເລຂາຄະນະພັກກະຊວງແຜນການ ແລະ ການລົງທຶນໄດ້ຊີ້ນຳໃຫ້ແຕ່ລະອະນຸກຳມະການສ້າງແຜນດຳເນີນການລະອຽດເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍໃຫ້ສຳ ເລັດຜົນ.

No comments:

Post a Comment