Ad

Ad

5 September 2014

ລົດໂດຍສານຕຳລົດພວງຢ່າງແຮງຢູ່ເສັ້ນທາງ 13 ໃຕ້ໂຊກດີບໍ່ມີຜູ້ເສຍຊີວິດ



     ເຈົ້າໜ້າທີ່ຈະລາຈອນເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 7:00 ໂມງຂອງວັນທີ 3 ກັນຍານີ້, ໄດ້ ເກີດອຸປະຕິເຫດລົດໂດຍ ສານສາຍໃຕ້ປາກເຊ-ນະຄອນຫລວງວຽງຈັນໝາຍເລກ ທະບຽນ ບກ 0839 ຄຳມ່ວນເຊິ່ງແມ່ນ ທ້າວ ທະວີສິດ ອາຍຸ 29 ປີ ຢູ່ບ້ານປາກຊາບ ເມືອງໄຊທານີ, ນະຄອນຫລວງວຽງຈັນ ເປັນຜູ້ຂັບຕຳ ເຊິ່ງໜ້າກັບລົດພວງ 18 ລໍ້ໝາຍ ເລກທະ ບຽນ ບກ 0944 ວຽງຈັນ ທີ່ຈອດຢູ່ແຄມທາງເບື້ອງກົງກັນຂ້າມ ໃນເສັ້ນທາງເລກ 13 ໃຕ້ ເຂດບ້ານບໍ່ເຫລັກ, ເມືອງໄຊທານີ, ນະຄອນຫລວງວຽງຈັນຢ່າງແຮງ, ເຮັດໃຫ້ສະພາບດ້ານໜ້າ ລົດທັງສອງຄັນເປ່ເພ ແລະ ຜູ້ຂັບລົດໂດຍສານ ພ້ອມດ້ວຍພະນັກງານໄດ້ຮັບບາດເຈັບ, ສ່ວນຜູ້ໂດຍສານທີ່ນັ່ງມານຳປະມານ 10 ກວ່າຄົນແມ່ນ ປອດໄພ.

     ຜ່ານການລົງກວດກາຈຸດເກີດເຫດ ແລະ ສອບຖາມຜູ້ຂັບລົດທັງສອງຄັນຮູ້ວ່າ: ລົດພວງຄັນດັ່ງກ່າວຈະມຸ້ງໜ້າໄປແຂວງ ບໍລິຄຳໄຊ ແລະ ຜູ້ຂັບລົດໄດ້ຈອດລົດເພື່ອແວ່ຊື້ເຄື່ອງແຄມທາງ, ສ່ວນລົດໂດຍສານແມ່ນມຸ້ງໜ້າມາແຕ່ເສັ້ນທາງ 13 ໃຕ້ ເຂົ້າ ມານະຄອນຫລວງວຽງຈັນດ້ວຍຄວາມໄວເພື່ອຈະແຊງລົດໃຫຍ່ອີກຄັນໜຶ່ງຈຶ່ງເສຍການຊົງຕົວຂ້າມເລນມາຕຳລົດພວງດັ່ງ ກ່າວ.

No comments:

Post a Comment