Ad

Ad

5 September 2014

ສະພາບຫຍໍ້ທໍ້ທີ່ພົ້ນເດັ່ນໃນຮອບອາທິດຕົ້ນເດືອນກັນຍາ



      ເຈົ້າໜ້າທີ່ພະແນກສືບສວນ- ສອບສວນນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ: ໃນອາທິດຕົ້ນ ເດືອນກັນຍານີ້, ມີສະພາບ ຫຍໍ້ທໍ້ທາງສັງຄົມພົ້ນເດັ່ນຄື: ໃນເວລາ 16:00 ໂມງຂອງວັນທີ 29 ສິງຫາ 2014 ໄດ້ມີເດັກຍິງອາຍຸ 11 ປີຢູ່ ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈົມ ນ້ຳເສຍຊີວິດຢູ່ຄອງຫ້ວຍນ້ຳ ຍາງ, ຍ້ອນຜູ້ຕາຍລົງໄປເກັບ ໝາກຖົ່ວຢູ່ແຄມຫ້ວຍ ແລະ ຕົກ ມາຮອດວັນທີ 31 ສິງຫາ 2014 ຈຶ່ງພົບສົບຟູຢູ່ຫ້ວຍດັ່ງກ່າວ.
      ໃນວັນທີ 1 ກັນຍານີ້, ເວ ລາປະມານ 1:00 ໂມງ, ໄດ້ມີຄົນຮ້າຍລັກຈູດລົດກະບະວີໂກ້ຢູ່ສະຖານທີ່ຈອດລົດເດີ່ນເຕະ ບານໜອງປາເຂັງ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍແມ່ນທ້າວ ຄຳເຂັງ ພົງນະລາດ ອາຍຸ 60 ປີ, ນັກທຸລະກິດຢູ່ບ້ານທາດຫລວງ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນເປັນເຈົ້າຂອງລົດຄັນດັ່ງກ່າວ ແລະ ກ່ອນໜ້ານີ້ ປະມານ 4 ເດືອນກໍມີຄົນຮ້າຍລັກຈູດລົດເກງຍີຫໍ້ບີວາຍດີ (BYD) ຂອງຄົນໃນຄອບຄົວຜູ້ກ່ຽວຢູ່ບ້ານທາດຫລວງ, ໂດຍເຫດ ການນີ້ເຈົ້າໜ້າທີ່ມຸ່ງປະເດັນໄປທີ່ຂໍ້ຂັດແຍ່ງສ່ວນຕົວ.

     ເວລາປະມານ 1:00 ໂມງຂອງວັນທີ 3 ກັນຍານີ້, ກ້ອງວົງຈອນປິດໃນຮ້ານສຸວັນນີການຄ້າຢູ່ບ້ານສີສະຫວາດເມືອງຈັນ ທະບູລີ, ນະຄອນຫລວງວຽງຈັນສາມາດຈັບພາບຄົນຮ້າຍສອງຄົນໃສ່ໝວກສີດຳປິດບັງໃບໜ້າງັດແງະເຂົ້າທາງດ້ານຫລັງຂອງ ຮ້ານດັ່ງກ່າວເພື່ອເອົາຊັບສີນ, ເຊິ່ງມີຜົນເສຍຫາຍເປັນເງິນສົດຈຳນວນ 3 ແສນກວ່າກີບ ແລະ ຕູ້ເຊບອີກສອງໜ່ວຍເປ່ເພ, ຍ້ອນຖືກຄົນຮ້າຍງັດແຕ່ບໍ່ສາມາດໄຂຕູ້ເຊັບດັ່ງກ່າວໄດ້.

No comments:

Post a Comment