Ad

Ad

4 September 2014

ເປັນຫ່ວງນຳອາຫານໂຮງຮຽນ



ພາບປະກອບ
ໂດຍ: ທ່ຽງທຳ
      ກ້າວເຂົ້າສູ່ສົກຮຽນໃຫມ່, ໃນແຕ່ລະປີພໍ່ແມ່ຜູ້ປົກຄອງກໍມີຫລາຍອັນທີ່ເປັນ ຫ່ວງນຳລູກ ຫລານຂອງຕົນ, ເປັນຫ່ວງນຳ ຄ່າຮຽນຈະຖືກຫລືແພງ, ຫ່ວງ ນຳໂຮງ ຮຽນນັ້ນນີ້ວ່າຈະສອນດີ - ຮຽນດີຫລືບໍ່ ? ຢ້ານລູກໂຕນ ຫ້ອງຮຽນໄປຫລິ້ນເກມ ຫລືແທງການພະນັນບານທີ່ພວມພົ້ນເດັ່ນໃນປັດຈຸບັນ ແລະ ຮ້າຍແຮງ ໄປກວ່າ ນັ້ນແມ່ນເລື່ອງອາຫານການກິນໃນໂຮງຮຽນຍິ່ງມີ ຄວາມເປັນຫ່ວງເພາະວ່າໃນ ຜ່ານມາມີຫລາຍໂຮງຮຽນເພິ່ນຈະຜູກຂາດເລື່ອງການບໍລິການອາຫານໃນໂຮງ ຮຽນ ຂອງໃຜມັນ, ໂດຍຈະມອບໃຫ້ຜູ້ປະກອບການດ້ານນີ້ເຂົ້າມາສຳປະ ທານ ດ້ວຍການແບ່ງຜົນປະໂຫຍດຊຶ່ງກັນ ແລະ ກັນລະຫ່ວາງໂຮງຮຽນ ແລະ ຜູ້ເຮັດບໍລິການ ແລະ ນີ້ກໍເປັນການດີຖ້າເຮົາຫາກມີ ການຄຸ້ມຄອງກວດກາອາຫານ ເລົ່ານັ້ນຄື: ການວາງລາຄາສອດຄ່ອງ ແລ້ວບໍ ? ຄຸນນະພາບ ແລະ ຄວາມສະອາດເດເປັນ
ແນວໃດ ? ແຕ່ແມ່ນໃຜຈະເປັນ ຜູ້ເຮັດວຽກດ້ານນີ້, ຖ້າເວົ້າໃນ ເລືອງລະ ບຽບການ ແລະ ຄວາມຮັບ ຜິດຊອບແລ້ວກໍອາດ ເປັນຄວາມຮັບຜິດຊອບຂອງກົມອາ ຫານ ແລະ ຢາ (ອຢ) ຈະຕ້ອງໄດ້ຈິງຈັງ ໃນເລື່ອງນີ້, ເພາະຜ່ານມາ ກໍມີການສ່ອງແສງ ຂອງກຮຽນ ແລະ ຜູ້ປົກຄອງມາແລ້ວ ໃນເລື່ອງລາຄາ ແລະ ຄວາມສະອາດ ຂອງອາຫານຢູ່ຫລາຍໂຮງ ຮຽນ, ຜູ້ສ່ອງແສງ ມາເວົ້າວ່າ: ບາງຄັ້ງກຽມຕັກຖ້ວຍເຂົ້າປຽກເຂົ້າປາກກໍແນມເຫັນແມງວັນຕາຍ ແຊ່ຢູ່ອື່ງລື່ງ, ບາງຄັ້ງກໍແມ່ນ ເສັ້ນຜົມຈົນ ກ້ຽວລົງໄປຮອດກົກລີ້ນກໍມີ ແລະ ອາຫານຫລາຍເຍື່ອງກໍມີແຕ່ແປ້ງນົວ ຫລື ຄະນໍເພື່ອ ຍົວະລົດຊາດຂອງຜູ້ ບໍລິໂພກ, ໂດຍບໍຄຳນຶງເຖິງຄວາມປອດໄພຂອງອາຫານ ແລະ ຄຸນະພາບທາງດ້ານໂພສະນາການແຕ່ຢ່າງ ໃດ ແລະ ຍັງບໍ່ ທັນເວົ້າ ຮອດເລື່ອງລາຄາຊຶ່ງມີຫລາຍອັນຍັງບໍ່ເຫມາະສົມ, ໂດຍສ່ວນໃຫຍ່ຜູ້ບໍລິການເຫລົ່ານັ້ນ ມັກເຫັນແຕ່ ກຳໄລຫລາຍ ກວ່າເພາະເຂົາເຈົ້າຄິດວ່າຢູ່ທີ່ນັ້ນຈະບໍມີຄູ່ແຂ່ງອື່ນໃດເຂົ້າມາແກ້ງແຍ່ງຕົນໄດ້ອີກແລ້ວ. ເມື່ອເປັນເຊັ່ນນີ້ຈະບໍ່ໃຫ້ ພໍ່ແມ່ຜູ້ປົກ ຄອງເດັກເປັນຫ່ວງແນວໃດ ແລະ ຕໍ່ບັນຫານີ້ພາກສ່ວນກ່ຽວຂ້ອງຈະມີວິທີການແກ້ໄຂແນວໃດ ? ເພື່ອອະນະຄົດ ອັນສົດ ໃສຂອງລູກຫລານພວກເຮົາ.
    ສ່ວນຢູ່ເບື້ອງນອກກໍຢາກນຳສະເຫນີໃຫ້ເບິ່ງຄືນເລື່ອງການກວດກາອາຫານນຳເຂົ້າ, ຊຶ່ງປະຊາຊົນເຮົາຍັງມີຄວາມສ່ຽງ ຫລາຍຕໍ່ຄວາມປອດໄພຂອງອາຫານເພາະພວກເຮັາຍັງຂາດອຸປະກອນ ແລະ ເຄື່ອງມືທີ່ທັນສະໄຫມໃນການກວດກາ ແລະ ຫ້າມການນຳເຂົ້າອາຫານເຫລົ່ານັ້ນຄື ເຄື່ອງໃນສັດ, ໄກ່ປອກ, ອາຫານທະເລ ແລະ ຫມາກໄມ້ຈຳນວນຫນຶ່ງທີ່ແຊ່ຟ໋ອກໂມນ ຫລືສານກັນບູດເພື່ອຄວາມສົດຂອງອາຫານ, ແຕ່ສານເຫລົ່ານັ້ນ ລ້ວນແຕ່ເປັນຜິດຕໍ່ຮ່າງກາຍຂອງຄົນເຮົາ. ດັ່ງການລົງກວດ ກາຕະຫລາດຫລາຍແຫ່ງໃນນະຄອນຫລວງວຽງຈັນຂອງເຈົ້າຫນ້າທີ່ (ອຢ) ແລະ ກໍພົບເຫັນຫລາຍໃນການນຳໃຊ້ສານດັ່ງ ກ່າວເຂົ້າໃນອາຫານ ແລະ ສິ່ງນີ້ພວກເຮົາບໍຄວນຖືເບົາມັນຄືຕົວສັດຕູອັນໂຫດຮ້າຍເພື່ອທຳລາຍມະນຸດຄົນເຮົາ.

1 comment:

  1. ແມ່ນແລ້ວ, ຂ້າພະເຈົ້າກໍ່ຄິດວ່າພາກສ່ວນທີ່ກ່ຽວຂ້ອງກົມອາ ຫານ ແລະ ຢາ (ອຢ) ຈະຕ້ອງໄດ້ຈິງຈັງ ໃນເລື່ອງນີ້ ເພາະວ່າການຈ່າຍຄ່າຮຽນແມ່ນໄດ້ລວມເອົາຄ່າອາຫານກາງວັນ 1 ຄາບ. ຂ້າພະເຈົາໄດ້ຍິນມາວ່າທາງໂຮງຮຽນສ່ວນຫລາຍ ໂດຍສະເພາະໂຮງຮຽນອານຸບານໃນນະຄອນຫລວງວຽງຈັນ ຄວນໄດ້ລົງກວກາໃຫ້ທົ່ວເຖິງ ເພາະໂຮງຮຽນຈຳນວນໜຶ່ງ ມີແຕ່ແກງຜັກ ຫລື ຕົ້ມໝີ່ໄວໄວ ໃຫ້ນັກຮຽນກິນ. ຖ້າເປັນແນວນີ້ ນັກຮຽນກໍ່ອາດຈະຂາດສານອາຫານ ແລະ ເຮັດໃຫ້ເກີດອາການເຈັບປ່ວຍ ກໍ່ເປັນໄດ້.

    ReplyDelete