ວັນທີ
12 ກຸມພານີ້ທ່ານ ດຣ ພັດເກິ່ງຊາເນດ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ຖະແຫຼງ ຕໍ່ສື່ມວນຊົນ
ກ່ຽວກັບຜົນການຕີລາຄາການຈັດ ຕັ້ງປະຕິບັດສົນທິສັນຍາສາກົນດັ່ງກ່າວໃນ ສປປ ລາວ ວ່າ: ສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບແມ່ນສົນທິສັນຍາສະບັບທຳອິດທີ່ສ້າງຂຶ້ນເພື່ອປົກປ້ອງສຸຂະພາບຂອງປະຊາກອນໃນທົ່ວໂລກ
ແລະ ສປປ ລາວ ກໍໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍານັ້ນ ໃນວັນທີ 6 ກັນ ຍາ 2006 ແລະ
ກົດໝາຍວ່າດ້ວຍການຄວບຄຸມຢາສູບ ກໍໄດ້ຖືກຮັບຮອງເອົາໂດຍສະພາແຫ່ງຊາດໃນເດືອນທັນວາ
ປີ 2009. ມາຮອດເດືອນກັນຍາປີ 2014, ລັດຖະບານລາວ ໄດ້ຕີລາຄາການຈັດຕັ້ງປະ ຕິບັດສົນທິສັນຍາດັ່ງກ່າວໂດຍການຮ່ວມມືກັນລະຫວ່າງລັດຖະ
ບານລາວກັບກອງເລຂາສົນທິສັນຍາປະຈຳເຈນີວາ, ອົງການອະນາໄມໂລກປະຈຳພາກພື້ນປາຊີຟິກຕາເວັນຕົກ,
ອົງການອະນາໄມໂລກປະຈຳລາວ ແລະ ສະມາພັນຄວບຄຸມຢາສູບອາຊຽນ ໃຫ້ເຫັນ ວ່າ: ໃນໄລຍະ
8 ປີຜ່ານມາ ມີຫລາຍຂົງເຂດວຽກງານສາມາດບັນລຸເປົ້າໝາຍຕໍ່ພັນທະສົນທິສັນຍາສະບັບນີ້,
ເປັນຕົ້ນໄດ້ອອກກົດ ໝາຍວ່າດ້ວຍການຄວບຄຸມຢາສູບແຫ່ງຊາດ, ອອກດຳລັດ ແລະ ຂໍ້ຕົກລົງກ່ຽວກັບການບັງຄັບໃຊ້
ກົດໝາຍວ່າດ້ວຍການຄວບຄຸມຢາສູບແຫ່ງຊາດ,
ສ້າງເຂດປອດຄວັນຢາສູບໃນສະຖານທີ່ຕ່າງໆເຊັ່ນ: ຫ້ອງການລັດຖະບານ, ສະຖານທີ່ສາທາລະນະ,
ສະຖານສຶກສາ ແລະ ກິລາ, ພາຫະນະໂດຍສານສາທາລະນະ, ໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານ.
ແຕ່ເຖິງຢ່າງໃດກໍຕາມ, ການຕີລາຄາຄັ້ງນີ້ຍັງພົບເຫັນຫລາຍຂົງເຂດວຽກງານທີ່ລັດຖະບານລາວຈະຕ້ອງໄດ້ເອົາໃຈໃສ່ໃນຊຸມປີຕໍ່ໜ້າເພື່ອໃຫ້ບັນລຸພັນທະຂອງຕົນຕໍ່ສົນທິສັນຍາດັ່ງກ່າວ,
ເປັນຕົ້ນແມ່ນການປະຕິບັດມາດຕາ 53 ການປົກປ້ອງນະໂຍບາຍດ້ານສາທາລະນະສຸກຈາກການແຊກແຊງຂອງອຸດສາຫະກຳຢາສູບຄື:
1. ບັນດາມາດຕາຕ່າງໆຂອງສັນຍາລະຫວ່າງລັດຖະບານກັບບໍລິສັດຢາສູບ ຫລື ຂໍ້ຕົກລົງອື່ນໆທີ່ເຫັນວ່າບໍ່ສອດຄ່ອງກັບຂໍ້ແນະນຳຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ,
ລັດຖະທຳມະນູນ ແລະ ນິຕິກຳຂອງ ສປປ ລາວ ແມ່ນຄວນມີການປັບປຸງ ຫລື ລຶບລ້າງ ພາຍໃຕ້ຂະບວນ
ການຍຸຕິທຳຂອງກົດໝາຍ. 2. ສະເໜີໃຫ້ກະຊວງສາທາລະນະສຸກ ໃນນາມຄະນະກຳມະການແຫ່ງຊາດ
ເພື່ອການຄວບຄຸມຢາສູບ ສົ່ງໜັງສືທາງການກ່ຽວກັບສັນຍາສະບັບນີ້ ເຖິງຫ້ອງວ່າການລັດຖະ
ບານ ແລະ ຄະນະກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດຢ່າງຮີບດ່ວນ. 3. ກະຊວງສາທາ
ລະນະສຸກ ຄວນປະກອບພະນັກງານທີ່ເຮັດວຽກເຕັມເວລາປະຈຳຢູ່ໜ່ວຍງານຄວບຄຸມຢາສູບຂອງຕົນ
ແລະ ມາດຕາ 6 ລາຄາ ແລະ ອາກອນຢາສູບ, ໃຫ້ກະຊວງສືບຕໍ່ຂຶ້ນອາກອນຊົມໃຊ້ ແລະ ອາກອນເດັດຖານຢາສູບຢ່າງຕໍ່ເນື່ອງ
ເພື່ອໃຫ້ລາຄາຢາສູບເພີ່ມຂຶ້ນ ແລະ ຫລຸດຜ່ອນຄວາມສາ ມາດຊື້ຂອງຜູ້ບໍລິໂພກ.
ມາດຕາ 8, 11 ແລະ 13 ສະເໜີໃຫ້ລັດຖະບານລາວຄວນປັບປຸງນິຕິກຳຕ່າງໆເຊັ່ນ: ການຈັດໃຫ້ພາຍໃນອາຄານທັງໝົດເປັນເຂດປອດຄວັນຢາສູບ,
ຄຳເຕືອນສຸຂະພາບທີ່ເປັນຮູບພາບ ແລະ ຫ້າມການໂຄສະນາຢາສູບທຸກຮູບແບບ ໂດຍໃຫ້ສອດຄ່ອງກັບຄຳແນະນຳຂອງສົນທິສັນຍາ.
ມາດຕາ 15: ການຄວບຄຸມຢາສູບເຖື່ອນລັດຖະບານຄວນເລັ່ງໃສ່ການໃຫ້ສັດຕະຍາ ບັນມາດຕາ
15 ຂອງສົນທິສັນຍາເພື່ອຕ້ານ ແລະ ລຶບລ້າງການຄ້າຂາຍຜະລິດຕະພັນຢາສູບເຖື່ອນອື່ນໆ.
No comments:
Post a Comment