Ad

Ad

7 July 2015

2015-2016 ລາວວາງ ຄາດຕົວເລກຂາດດຸນງົບປະມານ ໃຫ້ຢູ່ໃນລະດັບ 5% ຂອງ GDP



ແຜນພັດທະນາເສດຖະກິດ-ສັງຄົມສົກປີ 2015-2016 ຈະມາ ເຖິງນີ້, ລັດຖະບານໄດ້ວາງຄາດ ໝາຍສູ້ ຊົນເກັບລາຍຮັບ ໃຫ້ໄດ້ 29.213 ຕື້ກີບ, ໃນນັ້ນລາຍຮັບ ພາຍໃນໃຫ້ເພີ່ມຂຶ້ນ 15% ທຽບໃສ່ ສົກປີຜ່ານ ມາ, ຂະນະທີ່ຕ້ອງຮັບ ປະກັນລາຍຈ່າຍບໍ່ໃຫ້ເກີນ 35 ພັນ ຕື້ກີບເພື່ອເຮັດໃຫ້ການຂາດດຸນງົບປະມານ ຢູ່ໃນລະດັບ 5% ຂອງ ລວມຍອດຜະລິດຕະພັນພາຍໃນ (GDP) ແລະ ຕໍ່ຄາດໝາຍດັ່ງ ກ່າວໂດຍລວມ ແລ້ວແມ່ນສະມາ ຊິກສະພາແຫ່ງຊາດຜູ້ເຂົ້າຮ່ວມ ກອງປະຊຸມສະພາຄັ້ງນີ້ເຫັນດີເປັນ ເອກະພາບ, ແຕ່ຂໍໃຫ້ເຂົ້າໃຈວ່າສະ ພາບຄວາມຫຍຸ້ງຍາກທາງດ້ານ ການເງິນໃນຊຸມປີຜ່ານມາຍັງມີ ຄວາມບອບບາງ ແລະ ອາດຈະ ສືບຕໍ່ສົ່ງຜົນກະທົບຕໍ່ການໃຊ້ຈ່າຍ ງົບປະມານໃນຊຸມປີຕໍ່ໜ້າເປັນຕົ້ນ:ບັນຫາ ໜີ້ສີນຄຸມ ເຄືອ, ດັ່ງນັ້ນ ການ ລົງທຶນຂອງລັດໃນສົກງົບປະມານຕໍ່ໜ້າແມ່ນມີຄວາມຈຳເປັນຕ້ອງໄດ້ພິຈາລະ ນາຢ່າງຖີ່ຖ້ວນ ແລະ ຮັດ ກຸ່ມເພື່ອຮັບປະກັນການຂຶ້ນແຜນງົບປະມານກໍຄືການສ້າງລາຍຈ່າຍ ຕ້ອງ ບົນພື້ນຖານລາຍຮັບຕົວຈິງ.
ສ່ວນບັນດາມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານທີ່ລັດໄດ້ກຳນົດໄວ້ຄື ໃຫ້ຕີລາຄາຄືນນະໂຍບາຍການຫັນຊັບສີນເປັນທຶນເພື່ອລົງທຶນເຂົ້າໃນ ພື້ນຖານໂຄງລ່າງ, ເຖິງວ່າໄລຍະ ຜ່ານມາແມ່ນມີຄຸນປະໂຫຍດສູງຕໍ່ ການພັດທະນາປະເທດກໍຕາມ, ແຕ່່ກໍຕ້ອງມີນິຕິກຳຄຸ້ມຄອງເພື່ອ ຮັບປະກັນໃຫ້ບັນດາໂຄງການເຫລົ່າ ນັ້ນຖືກບັນຈຸເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບ ປະມານແຫ່ງລັດ, ທັງຮັບປະກັນ ການຄິດໄລ່ມູນຄ່າຊັບສີນເປັນຕົ້ນ ແມ່ນຊັບພະຍາກອນ ທຳມະຊາດທີ່ຖືກຫັນປ່ຽນນັ້ນຕ້ອງໄດ້ຮັບການຕີລາຄາມູນຄ່າຖືກຕ້ອງຕາມລະບຽບກົດໝາຍ. ສ່ວນມາດຕະການ ການແບ່ງຂັ້ນຄຸ້ມຄອງໃຫ້ທ້ອງຖິ່ນໃນການຂຸດຄົ້ນ ແລະ ສ້າງຖານ ລາຍຮັບໃໝ່ກໍໃຫ້ໄປຕາມລະບຽບກົດໝາຍເພື່ອສົ່ງເສີມຄວາມເປັນ ເຈົ້າການຂຸດຄົ້ນທ່າແຮງ ດ້ານລາຍຮັບໃຫ້ສາມາດກຸ້ມຕົນເອງຂຶ້ນເທື່ອລະກ້າວຕາມທິດສາມສ້າງ. ຄຽງ ຄູ່ກັນນັ້ນກໍເອົາໃຈໃສ່ ສົ່ງເສີມການຜະລິດທີ່ບໍ່ເອື່ອຍອິງໃສ່ງົບປະມານຂອງລັດ ແລະ ຊັບພະຍາ ກອນທຳມະຊາດ ເຊັ່ນ: ການຜະລິດຂະໜາດນ້ອຍ ແລະ ກາງ, ອຸດສະຫະ ກຳປຸງແຕ່ງຕິດພັນກັບການຂະຫຍາຍການຜະ ລິດກະສິກຳໃຫ້ກາຍເປັນຖານລາຍຮັບທີ່ໝັ້ນຄົງ. ສາ ລັບມາດຕະການປະຢັດຂອງລັດຖະບານກໍແມ່ນ ຄວາມຮຽກ ຮ້ອງຕ້ອງການທີ່ຈຳເປັນຂອງສັງຄົມເຮົາໃນສະພາບເສດຖະກິດຢູ່ໃນໄລຍະການພັດທະນາ, ຊຶ່ງມີຄວາມ ຈຳເປັນຕ້ອງມີທຶນຮອນຢ່າງພຽງພໍຮັບປະກັນໃຫ້ມີການພັດທະນາທີ່ ຍືນຢົງ, ດັ່ງນັ້ນທຸກ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ຕ່າງໆຕ້ອງເປັນແບບຢ່າງໃນການປະ ຕິບັດລະບຽບ ການປະຢັດມັດ ທະຍັດລວມທັງສ້າງຄ່ານິຍົມທົ່ວສັງຄົມໃນການຊົມ ໃຊ້ ແລະ ດຳລົງ ຊີວິດທີ່ປະຢັດ ແລະ ລຽບງ່າຍ, ໂດຍສະເພາະເຂັ້ມງວດໃນການປະຕິບັດກົດໝາຍ ແລະ ລະບຽບການ ໃນການນຳໃຊ້ທຶນຮອນ ຂອງລັດ ໃຫ້ມີປະສິດທິຜົນ, ຈຳກັດການຟູມ ເຟືອຍໂດຍສະເພາະການນຳໃຊ້ຊັບພະຍາກອນ ທຳມະຊາດ ແລະ ນຳ ໃຊ້ງົບປະມານລັດໃນການລົງທຶນ.ນອກຈາກນີ້, ເພື່ອເປັນພື້ນຖານ ການພັດທະນາຊັບພະຍາ ກອນມະ ນຸດ, ຫລັງປີ 2015 ສະເໜີລັດຖະບານເອົາໃຈໃສ່ຈັດສັນງົບປະມານໃຫ້ແກ່ວຽກງານສຶກສາ, ກິລາ, ສາທາລະນະສຸກ ແລະ ຂົງເຂດວັດທະ ນະທຳ-ສັງຄົມ ຕາມກົດໝາຍ ແລະ ມະຕິຕົກລົງຂອງສະ ພາແຫ່ງຊາດ ເພື່ອຮັບປະກັນທິດຊີ້ນຳທີ່ວ່າ: ການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການ ພັດທະນາວັດທະ ນະທຳ-ສັງຄົມ.

No comments:

Post a Comment