Ad

Ad

6 July 2015

ການ​ສຳ​ປະທານ​ແຫ​ລ່ງທ່ອງ​ທ່ຽວຕາດ​ກວາງຊີ​ແມ່ນຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້



ເມື່ອບໍ່ດົນມານີ້, ມີຫລາຍບັນຫາທີ່ຟົດຂຶ້ນໃນໂລກອອນລາຍ, ​ໂດຍສເພາະເລື່ອງເຈົ້າແຂວງຫລວງພະບາງອອກຂໍ້ຕົກລົງໃຫ້ບໍລິສັດ ອາໂຈ ກຣຸບ ສປ ຈີນ, ​ເປັນຜູ້ສຳປະທານພັດທະນາແຫລ່ງທ່ອງທ່ຽວຕາດກວາງຊີອັນເປັນແຫລ່ງທ່ອງທ່ຽວທີ່ລືຊື່ຂອງແຂວງຫລວງພະບາງມາແຕ່ດຶກດຳບັນ, ​ແຕ່ສິ່ງດັ່ງກ່າວພວມຈະກາຍເປັນຂອງນັກລົງທຶນຕ່າງປະເທດໄປເສຍແລ້ວ.
ຕໍ່ບັນຫາດັ່ງກ່າວທ່ານ ບົວທອງແພງສະຫວັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ​ແຂວງຫລວງພະບາງໄດ້ຂຶ້ນອະທິບາຍ​​ໃນວາລະກອງປະຊຸມສະ​​​ໄໝສາມັນ​​ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ່ VII ​ໃນອາທິດຜ່ານມານີ້ວ່າ: ​ເຈົ້າແຂວງຫລວງພະບາງໄດ້ອອກຂໍ້ຕົກລົງເລກທີ 059/ຈຂ.ຫຼບ ລົງວັນທີ 07 ​ເມສາ
2015 ວ່າດ້ວຍການອະ ນຸມັດໃຫ້ບໍລິສັດ ອາໂຈກຣຸບ ສປ ຈີນເປັນຜູ້ສຳຫລວດ-ອອກແບບອ້ອມຮອບແຫລ່ງທ່ອງທ່ຽວຕາມກວາງຊີ ແທ້ຈິງ, ​ແຕ່ການສຳປະທານຈະໄດ້ມີການປະມູນກັນຂຶ້ນອີກເທື່ອໜຶ່ງວ່າຈະເປັນບໍລິສັດຂອງລາວຫລືຈີນທີ່ຈະໄດ້ຮັບອະນຸມັດຈາກລັດຖະບານໂດຍກົງ, ຊຶ່ງປັດຈຸບັນນີ້ຍັງຢູ່ໃນຂັ້ນຕອນການສຶກສາຄວາມເປັນໄປໄດ້ແລະ ຍັງບໍ່ທັນໄດ້ມີການດຳເນີນການສຳຫລວດແຕ່ຢ່າງໃດ.
     ​​​ການສຳຫລວດແຫລ່ງທ່ອງທ່ຽວດັ່ງກ່າວກໍເພື່ອ​​ເປັນການປັບປຸງແຫລ່ງທ່ອງທ່ຽວ​​ແຫ່ງນີ້ຕື່ມອີກພ້ອມທັງເປັນການຂະຫຍາຍສະຖານທີ່ທ່ອງທ່ຽວໃຫ້ກວ້າງອອກເພື່ອຫລຸດຜ່ອນຄວາມແອອັດ​ ​ແລະ ດຶງດູດນັກທ່ອງທ່ຽວທີ່ເຂົ້າມາທ່ຽວໃຫ້ມີຄວາມສະດວກຫລາຍຂຶ້ນ, ​ເພາະແຂວງດັ່ງກ່າວໄດ້ຖືເອົາການທ່ອງທ່ຽວເປັນຫລັກໃນການສ້າງລາຍຮັບເຂົ້າງົບປະ ມານຂອງແຂວງ, ​ໂຄງການນີ້ຖ້າຫາກມີການສຳຫລວດແລ້ວທາງຄະນະກຳມະການຂັ້ນແຂວງຈະໄດ້ກວດກາຄືນກ່ຽວກັບຜົນຂອງການສຳຫລວດເພື່ອສຶກສາຄວາມເປັນໄປໄດ້ແລະ ຂຽນເປັນບົດວິພາກເສດຖະກິດຄັກແນ່ວ່າ ​​ຈະໄດ້ຮັບຜົນປະໂຫຍດຊ່ຳໃດ ? ມີລາຍຮັບຫລາຍປານໃດໃນແຕ່ລະປີ ? ສ່ວນຂັ້ນຕອນການຮັບເໝົາກໍ່ສ້າງຕົວຈິງນັ້ນແມ່ນຍັງຈະຕ້ອງໄດ້ມີການປະມູນຕື່ມວ່າບໍລິສັດໃດກັນແທ້, ​​​ເຖິງຢ່າງໃດກໍຕາມ, ບໍ່ວ່າຈະເປັນບໍລິສັດຂອງຈີນ ຫລືລາວທີ່ໄດ້ຮັບການສຳປະທານ, ​​ກໍລ້ວນແລ້ວແຕ່ຍັງຢູ່ໃນການຄຸ້ມຄອງ​​ຂອງລັດຖະບານເຮົາ, ຊຶ່ງຂໍພຽງແຕ່ວ່າການດຳເນີນງານຂອງເຂົາເຈົ້າໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

No comments:

Post a Comment