Ad

Ad

6 July 2015

ຄວາມຄືບໜ້າການກວດຄຸນະພາບໂຮງຮຽນວິຊາຊີບຮ້ອຍກວ່າແຫ່ງ



ທ່ານ ວັນໄຊ ນໍລະແສງ ອຳນວຍການສູນປະກັນຄຸນນະພາບການສຶກສາ, ກະຊວງສຶກສາທິການແລະ ກິລາ, ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບຄວາມຄືບໜ້າວຽກງານປະກັນຄຸນນະພາບການສຶກສາສາຍອາຊີວະສຶກສາແລະ ການສຶກສາຊັ້ນສູງວ່າ: ພາຍຫລັງມີຄຳສັ່ງແນະນຳຂອງລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາກ່ຽວກັບການປະຕິຮູບລະບົບການສຶກສາແຫ່ງຊາດໄລຍະທີ II (2011-2015) ສຳລັບວິທະຍາໄລ, ​ໂຮງຮຽນເຕັກນິກວິຊາຊີບ-ວິຊາຊີບແບບປະສົມຂອງລັດແລະເອກະຊົນ, ເຊິ່ງໃນໄລຍະການປະຕິຮູບຄຸນນະພາບນີ້ແມ່ນບໍ່ອະນຸຍາດໃຫ້ເປີດການຮຽນ-ການສອນຫລັກສູດໃໝ່(ນັບທັງລະບົບປົກກະຕິ, ລະບົບຕໍ່ເນື່ອງ ຫລືເຊື່ອມຕໍ່) ລະດັບປະລິນຍາຕີ ຫລື ສູງກວ່ານັ້ນ, ແຕ່ອະນຸຍາດໃຫ້ເປີດການຮຽນ-ການສອນຫລັກສູດແຕ່ຊັ້ນສູງລົງມາເທົ່ານັ້ນ, ສ່ວນນັກສຶກສາທີ່ຮຽນຢູ່ແມ່ນອະ ນຸຍາດໃຫ້ສືບຕໍ່ປະຕິບັດຫລັກສູດໃຫ້ສຳເລັດຊຸດຮຽນໃຫ້ຈົບຕາມມາດຖານຫລັກສູດທີ່ກຳນົດໄວ້ ແລະໄລຍະການປະຕິຮູບນີ້ສະຖາບັນໃດຫາກບໍ່ມີການປັບປຸງແກ້ໄຂ, ບໍ່ມີການຫັນປ່ຽນ, ບໍ່ມີການພັດທະນາສະຖາບັນຂອງຕົນໃຫ້ໄປຕາມມາດຕະຖານຄຸນນະພາບການສຶກສາແຫ່ງຊາດແມ່ນຈະບໍ່ພິຈາລະນາໃຫ້ດຳເນີນການຮຽນ-ການສອນຕໍ່ໄປ (ຢຸດການອະນຸມັດ)​ ເຖິງຈະເປີດຢູ່ລະດັບໃດກໍຕາມ ແລະ ປັດຈຸບັນສູນປະກັນຄຸນນະພາບການສຶກສາໄດ້ສຳເລັດການເຝິກອົບ
ຮົມໃຫ້ແກ່ສະຖາບັນຕ່າງໆໃນຂອບເຂດທົ່ວປະເທດທັງພາກລັດແລະເອກະຊົນທັງໝົດ 101 ​ແຫ່ງໃນລະດັບະຖາບັນ, ວິທະຍາໄລ,​ ໂຮງຮຽນແລະ ລະດັບມະຫາວິທະຍາໄລ 4 ​​ແຫ່ງ, ພ້ອມດຽວກັນນັ້ນໃນທ້າຍປີ 2014 ​ໄດ້ຈັດຕັ້ງການຕີລາຄາພາຍນອກຕາມມາດຕະຖານທີ່ກຳນົໄວ້ໄດ້ 3 ຊຸດ ລວມທັງໝົດ 24 ​ແຫ່ງ ປະກອບມີ 7 ຄະນະຂອງມະຫາວິ ທະຍາໄລແຫ່ງຊາດ ຄື​: ວິສະວະກຳສາດ, ​ເສດຖະສາດ-ບໍລິຫານທຸລະກິດ, ສຶກສາສາດ, ນິຕິສາດ-ລັດຖະສາ, ປ່າໄມ້, ກະເສດສາດແລະ ວິທະຍາສາດສັງຄົມ; 2 ສະຖາບັນການສຶກສາລັດ ຄືສະຖາບັນເສດຖະກິດການເງິນດົງຄຳຊ້າງ, ສະຖາບັນທະນາຄານແລະ 14 ວິທະຍາໄລເອກະຊົນຢູ່ນະຄອນຫລວງວຽງຈັນຄື ຣັຕະນະ, ຄອມເຊັນເຕີ, ວິທະຍາໄລການເງິນມີໄຊ, ​ແສງສະຫວັນ, ສຸກສະຫວັດ, ລາວ-ອາເມລິກາ, ສຸດສະກະ, ບຸດວິເສ,​ເສດຖະກິດໄຊພັດທະນາແລະແຄ, 2 ​ແຫ່ງຢູ່ແຂວງສະຫວັນນະເຂດ (​ໄຊສົມບັດເຕັກໂນໂລຊີ, ສະຫວັນບໍລິຫານທຸລະກິດ) ​ແລະ 1 ​ແຫ່ງຢູ່ແຂວງຈຳປາສັກຄື ວິທະຍາໄລພອນສະຫວັນແລະ ວິທະຍາໄລຄູປາກເຊ.
      ພາຍຫລັງທີ່ຄະນະຜູ້ຕີລາຄາພາຍນອກສົ່ງບົດລາຍງານໃຫ້ສູນປະກັນຄຸນນະພາແລ້ວ, ບົດລາຍງານດັ່ງກ່າວໄດ້ສົ່ງໃຫ້ສະຖາບັນເພື່ອມີຄຳເຫັນ ຫລື ຊີ້ແຈງບັນຫາຕ່າງໆ ແລະປັດຈຸບັນມີສະຖາບັນການສຶກສາຈຳນວນໜຶ່ງໄດ້ສົ່ງບົດຄືນແລ້ວແລະ ພວມຢູ່ໃນໄລຍະຂອງການສັງລວມຜົນຂອງການຕີລາຄາພາຍນອກເພື່ອສະເໜີຕໍ່ຄະນະນຳກະຊວງ, ເຊິ່ງໄດ້ຮັບບົດຕີລາຄາພາຍນອກ 17 ​ແຫ່ງ (​ເອກະຊົນ 10 ​ແຫ່ງແລະ ລັດ 7 ​ແຫ່ງ) ແລະໃນ 24 ​ແຫ່ງທີ່ລົງຕີລາຄາພາຍນອກໃນເບື້ອງຕົ້ນລ້ວນ​​ແຕ່ເປັນສະຖາບັນທີ່ສ້າງຕັ້ງມາເປັນເວລາດົນນານ​, ໂດຍລວມເຫັນວ່າມີລະດັບພໍໃຊ້ຂຶ້ນໄປ, ຊຶ່ງມີ 10 ​ແຫ່ງຖືກຕີລາຄາໃນລະດັບ 3 (ພໍໃຊ້) ​ແລະ 7 ​ແຫ່ງລະດັບ 4 (ດີ),​ ແຕ່ສຳລັບມາດຕະຖານທີ 9 ກ່ຽວກັບຄຸນນະພາແລະ ມາດຕະຖານທີ 10 ກ່ຽວກັບການຄົ້ນຄວ້າວິທະຍາສາດແລະ ບໍລິການສັງຄົມແມ່ນເຫັນວ່າຍັງຢູ່ໃນລະດັບອ່ອນ (ລະດັບ1).
     ແນວໃດກໍຕາມ, ຜົນການຕີລາຄາຄຸນນະພາບຂອງສະຖາບັນຕ່າງໆຄັ້ງນີ້ເປັນໃນໄລຍະເລີ່ມຕົ້ນເທົ່ານັ້ນ,​ ສິ່ງສຳຄັນຮີບດ່ວນແມ່ນການສ້າງ​​ນິຕິກຳແລະ ນະໂຍບາຍຮອງຮັບເພື່ອ​​ສົ່ງເສີມການປັບປຸງຄຸນນະພາບການສຶກສາແຫ່ງຊາດໃຫ້ຢູ່ໃນລະດັບເປັນທີ່ຍອມຮັບ, ​ເຊິ່ງແມ່ນບາດກ້າວສຳຄັນໃນການພັດທະນາຊັບພະຍາກອນມະນຸດ, ທັງເປັນການກະກຽມເພື່ອເຊື່ອມໂຍງ​​ພາກພື້ນແລະ ສາກົນໃນຕໍ່ໜ້າ.

No comments:

Post a Comment