Ad

Ad

6 July 2015

ຈັບເຄືອຂ່າຍຄ້າຢາເສບຕິດອັນຕະລາຍຢູ່ແຂວງຄຳມ່ວນ


ຂ່າວ-ພາບ : ຫນັງສືພິມ ປກສ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຄຳ ມ່ວນ, ໄດ້ນຳ ກຳລັງເຂົ້າຈັບຕົວເຄືອຂ່າຍຄ້າຢາ ເສບຕິດອັນຕະລາຍຢູ່ເຂດບ້ານທ່າເດື່ອ ເມືອງທ່າ ແຂກ ໄດ້ຜູ້ຕ້ອງຫາຄື ທ້າວ ພອນໄຊ ອາຍຸ 40 ປີ ຢູ່ບ້ານມ່ວງສຸ່ມ, ທ້າວ ລິງຄອນ ອາຍຸ 27 ປີ ຢູ່ບ້ານດອນມະໄລ, ທ້າວແສງສຸລິວັນ ອາຍຸ 34 ປີຢູ່ບ້ານທ່າເດື່ອ ແລະ ທ້າວ ຄຳຟອງ ອາ ຍຸ 44 ປີຢູ່ ບ້ານມ່ວງດອຍ ແຂວງດັ່ງ ກ່າວ, ພ້ອມຂອງກາງ ຢາໄອນ້ຳໜັກໜຶ່ງກິໂລ, ປືນອາກາໜຶ່ງກະບອກພ້ອມລູກ ປືນ 25 ລູກ ແລະ ລົດກະ ບະ ອີຊູຊຸ ດີແມັກ ສີປອນທອງ ໜຶ່ງຄັນໝາຍເລກທະ ບຽນ ກກ 3139 ຄຳມ່ວນ ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນ ຄະດີ ຕາມລະບຽບກົດໝາຍ.
    ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ຢາໄອດັ່ງກ່າວແມ່ນຊື້ນຳເຄືອຂ່າຍຄ້າຢາ ເສບ ຕິດລາຍໃຫຍ່ຢູ່ເມືອງຫີນບູນ ແຂວງຄຳມ່ວນ ເພື່ອຈະເອົາມາຂາຍໃຫ້ລູກຄ້າຢູ່ເມືອງທ່າແຂກ ແຕ່ຖືກເຈົ້າໜ້າທີ່ຈັບຕົວ ໄດ້ ເສຍກ່ອນ ແລະ ຕໍ່ຄະດີດັ່ງກ່າວ ເຈົ້າໜ້າທີ່ຍັງຈະສືບສວນສອບສວນຢ່າງລະອຽດຕື່ມເພື່ອຂະຫຍາຍຜົນຫາບັນດາເປົ້າ ໝາຍທີ່ຖືກຊັກທອດເພື່ອນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment