ເຈົ້າໜ້າທີ່ ຈະລາຈອນ
ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ:
ໃນຕອນຄ່ຳຂອງວັນທີ 3 ກໍລະກົດນີ້, ຢູ່ຖະໜົນ 13 ໃຕ້,
ເຂດບ້ານນາຊອນ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ເກີດອຸປະຕິເຫດລົດຈັກຕຳກັນເຮັດໃຫ້ມີຜູ້ເສຍຊີວິດຈາກເຫດການດັ່ງກ່າວ
2 ຄົນ.
ໃນຄ່ຳຄືນຂອງວັນເກີດເຫດ ໄດ້ມີລົດຈັກຄັນໝາຍເລກທະບຽນ
ຈກ 3809 ກໍາແພງນະຄອນ
ຂັບຂີ່ໂດຍທ້າວ ຄຳຫລ້າ ອາຍຸ 40 ປີ ເປັນພະນັກງານຢູ່ບ້ານສົມປະເສີດ ເມືອງປາກງື່ມ
ນະຄອນຫລວງວຽງຈັນ ໄດ້ຂັບຂີ່ຈາກນະຄອນ ຫລວງວຽງຈັນ
ມຸ້ງໜ້າໄປເມືອງປາກງື່ມ ແຕ່ພໍໄປຮອດຈຸດເກີດເຫດໄດ້ໄປຕໍາກັບລົດຈັກໝາຍເລກທະບຽນ
ຈຈ 0748 ກໍາແພງນະຄອນ
ຂັບຂີ່ໂດຍທ້າວ ບຸນພານາ, ອາຍຸ 23 ປີ ເປັນກຳມະກອນ ຢູ່ບ້ານໂພນຂາມ ເມືອງປາກງື່ມ
ນະຄອນ ຫລວງວຽງຈັນ ທີ່ແລ່ນມາໃນທິດທາງກົງກັນຂ້າມຢ່າງຮຸນແຮງ ເຮັດໃຫ້ລົດທັງສອງຄັນເສຍຫລັກ. ສ່ວນຄົນຂັບທັງສອງແມ່ນເສຍຊີວິດຄາທີ່.
No comments:
Post a Comment