Ad

Ad

6 July 2015

ນະຄອນຫລວງວຽງຈັນສະພາບອຸປະຕິເຫດຍັງເກີດຂຶ້ນຫລາຍ



    ຫົວໜ້າຫ້ອງການກອງບັນຊາການ ປກສ ນະຄອນຫລວງວຽງຈັນ ພັນໂທ ບຸນຖົມ ແກ້ວມະນີວົງໄດ້ລາຍງານຕໍ່ກອງ ປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ ຂອງຕົນທີ່ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ ປກສ ນະຄອນຫລວງໄດ້ປະສານສົມທົບກັບ ປກສ ເມືອງ, ກຸ່ມບ້ານດຳເນີນວຽກງານວິຊາສະເພາະກວດກາຂຶ້ນບັນຊີເປົ້າ
ໝາຍເພື່ອຄຸ້ມຄອງຕິດຕາມເລີກຮື້, ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃຫ້ທັນເວລາ, ໂດຍເນັ້ນໃສ່ເປົ້າໝາຍທີ່ມີການເຄື່ອນ ໄຫວຮຸນແຮງ ແລະ ເຫັນວ່າ 6 ເດືອນຜ່ານມາມີຄະດີເກີດຂຶ້ນ 1.359 ເລື່ອງ, ໃນນັ້ນຄະດີລັກຊັບພົນລະເມືອງເກີດຂຶ້ນ 291 ເລື່ອງ, ປຸ້ນຊັບ-ຊິງຊັບ 181 ເລື່ອງ, ມີຄວາມເສຍຫາຍຄືລົດຈັກ 374 ຄັນ ແລະ ລົດໃຫຍ່ 17 ຄັນ, ເງິນ 5 ຕື້ກວ່າກີບ, ຄຳຮູບປະພັນຫລາຍກວ່າ 4 ກິໂລ, ໂທລະສັບມືຖື 172 ໜ່ວຍ, ຄອມພີວເຕີ 37 ໜ່ວຍ ແລະ ອື່ນໆ, ຂະນະດຽວກັນ
ກໍສາມາດເກັບກູ້ວັດຖຸຊັບສີນທີ່ເສຍຫາຍຄືນມາໄດ້ຈຳນວນໜຶ່ງຄື ເງິນ 64 ພັນກວ່າບາດ (ສະກຸນເງິນໄທ), ລົດຈັກ 65 ຄັນ, ລົດໃຫຍ່ 9 ຄັນ, ໂທລະສັບມືຖື 21 ໜ່ວຍ ແລະ ຄຳຮູບປະພັນຈຳນວນໜຶ່ງ. ສ່ວນຄະດີກ່ຽວກັບຢາເສບຕິດແມ່ນເກີດຂຶ້ນ 247 ເລື່ອງ, ຈັບຕົວຜູ້ຕ້ອງຫາມາດຳເນີນຄະດີໄດ້ 717 ຄົນ(ຍິງ 99 ຄົນ), ສຳລັບບັນຫາອຸປະຕິເຫດບົນທ້ອງຖະໜົນມີ 818 ເລື່ອງ, ມີຜູ້ເສຍຊີວິດ 128 ຄົນ ແລະ ມີພາຫະນະເປ່ເພຫລາຍຮ້ອຍຄັນ.
    ຫົວໜ້າຫ້ອງການ ປກສ ນະຄອນຫລວງ ກ່າວວ່າ: ເພື່ອສືບຕໍ່ເຮັດໃຫ້ນະຄອນຫລວງວຽງຈັນມີຄວາມສະຫງົບປອດ ໄພດີກວ່າເກົ່າ, ຄະນະບັນຊາຂັ້ນຕ່າງໆຕ້ອງເພີ່ມທະວີການຊີ້ນຳພະນັກງານ-ນັກຮົບ ເອົາໃຈໃສ່ແກ້ໄຂບັນດາປາກົດ ການຫຍໍ້ທໍ້ ຢ່າງເດັດຂາດຈິງຈັງ, ໂດຍສະເພາະການແກ້ໄຂບັນຫາປຸ້ນຈີ້-ຊິງຊັບ, ລັກຊັບ, ຢາເສບຕິດ, ການຄ້າມະນຸດ ແລະ ບັນດາເປົ້າໝາຍທີ່ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ. ຄຽງຄູ່ກັນນັ້ນກໍເພີ່ມທະວີວຽກງານໂຄສະນາອົບຮົມ ແລະ ປຸກລະດົມປະຊາຊົນໃຫ້ມີສະຕິລະວັງຕົວສູງຕໍ່ເລ່ຫລ່ຽມຂອງພວກຄົນບໍ່ດີ ແລະ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນກວ່າເກົ່າ.

No comments:

Post a Comment