Ad

Ad

3 July 2015

ນາຍົກຍີ່ປຸ່ນຢືນຢັນປະເທດລຸ່ມນ້ຳຂອງຄືຄູ່ຮ່ວມມືທີ່ດີ



ແຫລ່ງຂ່າວຈາກກະຊວງການຕ່າງປະເທດລາວໃຫ້ຮູ້ວ່າ: ເນື່ອງໃນໂອກາດກອງປະຊຸມສຸດຍອດ ຍີ່ປຸ່ນ-ແມ່ນ້ຳຂອງຄັ້ງທີ 7 ທີ່ຈະໄຂຂຶ້ນໃນວັນທີ 4 ກໍລະກົດນີ້ທີ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຍີ້ປຸ່ນ ຊິນໂຊະ ອາເບະ ໄດ້ມີບົດຄວາມເຫັນກ່ຽວ ກັບການຮ່ວມມືລະຫວ່າງຍີ່ປຸ່ນ ແລະ ບັນດາປະເທດລຸ່ມແມ່ນ້ຳຂອງໃນຫົວຂໍ້ການເຕີບ ໃຫຍ່ຢ່າງມີຄຸນນະພາບສູງເຊິ່ງມີເນື້ອໃນສຳຄັນວ່າ: ປີ 2015 ນີ້ແມ່ນນິມິດໝາຍສຳຄັນໃນ ການຈັດຕັ້ງປະຊາຄົມອາຊຽນ, ຊຶ່ງເປັນໂອກາດດີທີ່ຍີ່ປຸ່ນ ແລະ ບັນດາປະເທດລຸ່ມແມ່ນ້ຳຂ ອງຈະໄດ້ປຶກສາຫາລືເພື່ອການພັດທະນາເຕີບໃຫຍ່ໄປພ້ອມໆກັນ ແລະ ເຊື່ອໝັ້ນວ່າຍຸດທະສາດໂຕກຽວໃໝ່ 2015” ທີ່ຈະຮັບຮອງໃນກອງປະຊຸມສຳຄັນເທື່ອນີ້ຈະ
ເປັນກຳລັງແຮງຊຸກຍູ້ບັນດາປະເທດລຸ່ມແມ່ນ້ຳຂອງໃນການກະກຽມກ້າວສູ່ການເປັນປະຊາຄົມອາຊຽນໄດ້ເປັນຢ່າງດີ.
    ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວວ່າ: ສັນຕິພາບ ແລະ ຄວາມໝັ້ນຄົງຂອງບັນດາປະເທດລຸ່ມແມ່ນ້ຳຂອງລວມເຖິງຍຸດທະ ສາດໃນການພັດທະນາການຂົນສົ່ງທາງບົກ ແລະ ທາງນ້ຳແມ່ນມີຄວາມສຳຄັນຫລາຍສຳລັບປະເທດຍີ່ປຸ່ນ ແລະ
ຫວັງວ່າພວກເຮົາຈະເປັນຄູ່ຮ່ວມເພື່ອການເຕີບໃຫຍ່ໃນອານາຄົດ, ເຊິ່ງຕະຫລອດໄລຍະຜ່ານມາ, ພວກເຮົາໄດ້ສຸມທຸກ
ເຮື່ອແຮງໃນຫລາຍຂົງເຂດນັບແຕ່ການສ້າງສັນຕິພາບຈົນຮອດການປັບປຸງການເຊື່ອມໂຍງພາຍໃນພາກພື້ນແມ່ນ້ຳຂອງ, ຂະນະດຽວກັນ, ກໍມີຄົນຍີປຸ່ນຈຳນວນບໍ່ໜ້ອຍໄດ້ປະກອບສ່ວນເຄື່ອນໄຫວດ້ວຍການສະໜັບສະໜູນດ້ານທຶນຮອນ, ເຕັກໂນໂລຊີ ແລະ ປະສົບການຕ່າງໆສູ່ບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຍັງສືບຕໍ່ມີຄວາມກະຕືລືລົ້ນທີ່ຈະຮ່ວມພັດ ທະນາໃນຂົງເຂດດັ່ງກ່າວໃນຫລາຍໂຄງການ ເຊັ່ນ: ການກໍ່ສ້າງພື້ນຖານຕາມແລວເສດຖະກິດຕ່າງໆ, ເຊິ່ງອັນພົ້ນເດັ່ນເມື່ອບໍ່ ດົນມານີ້ກໍແມ່ນໄດ້ສຳເລັດການກໍ່ສ້າງອາຄານຜູ້ໂດຍສະໜາມບິນສາກົນໂນ້ຍບາຍ ແລະ ຂົວເຍີດເຕີນຢູ່ປະເທດຫວຽດນາມ ແລະ ໃນເດືອນເມສາຜ່ານມາກໍໄດ້ມີພິທີເປີດນຳໃຊ້ຂົວຊຶບະຊະຢູ່ປະເທດກຳປູເຈຍ ແລະ ຍັງມີອີກຫລາຍໆໂຄງການ. ນອກຈາກນີ້ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ແລະ ການປັບປຸງລະບຽບກົດໝາຍ ແລະ ການບໍລິຫານກໍແມ່ນໜຶ່ງໃນປັດໄຈຫລັກຂອງຍຸດທະສາດໂຕກຽວໃໝ່ 2015 ເຊັ່ນດຽວກັນ, ເຊິ່ງຍີ່ປຸ່ນຈະໃຫ້ການ ຮ່ວມມືຢ່າງຕັ້ງໜ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ຊ່ວຍປັບປຸງລະບົບກົດໝາຍຂອງແຕ່ລະປະເທດ ແລະ ໃນມໍ່ໆນີ້, ປະເທດຍີ່ປຸ່ນຈະໄດ້ປະກາດນະໂຍບາຍສົ່ງເສີມສ້າງການເປັນຄູ່ຮ່ວມມືເພື່ອພັດທະນາໂຄງລ່າງພື້ນ ຖານທີ່ມີຄຸນນະພາບສູງໂດຍຈະສະໜອງທຶນຮອນໃນການປັບປຸງໂຄງລ່າງພື້ນຖານທີ່ມີຄຸນນະພາບສູງໃຫ້ ແກ່ປະເທດອາຊີເປັນຈຳນວນເງິນ ລວມ 110 ຕື້ໂດລາສະຫະລັດ, ໂດຍຜ່ານການຮ່ວມມືກັບທະນາຄານພັດທະນາອາຊີ (ADB) ແລະ ບັນດາປະເທດລຸ່ມແມ່ນ້ຳຂອງກໍເປັນເປົ້າໝາຍຫລັກຂອງນະໂຍບາຍດັ່ງກ່າວ.
    ທ່ານ ຊີນໂຊະ ອາເບະ ກ່າວວ່າ: ຂ້າພະເຈົ້າຢາກເຫັນພາບການເຕີບໃຫຍ່ຂອງບັນດາປະເທດລຸ່ມນ້ຳຂອງໃນອະນາຄົດ, ເພື່ອຕອບສະໜອງຄວາມຕ້ອງການດ້ານພະລັງານ ແລະ ຈຳນວນຂອງພາຫະນະທີ່ເພີ່ມຂຶ້ນ, ສະນັ້ນ ພວກເຮົາຕ້ອງໄດ້ປັບປຸງໂຄງລ່າງພື້ນຖານ ແລະ ລະບົບສັງຄົມໃຫ້ມີປະສິດພິພາບສູງກວ່າເກົ່າ, ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ຍົກລະດັບການບໍລິການທາງດ້ານສາທາລະນະສຸກ ເພື່ອຮັບໃຊ້ສັງຄົມທີ່ມີຜູ້ອາຍຸສູງເພີ່ມຂຶ້ນ ແລະ ສິ່ງສຳຄັນແມ່ນການຮັບມືກັບບັນດາສິ່ງທ້າທາຍຢ່າງມີຫົວຄິດປະດິດສ້າງ, ເນື່ອງຈາກວ່າປະເທດຍີ່ປຸ່ນເປັນປະເທດເກາະ ແລະ ມີຊັບພະຍາກອນທຳມະຊາດຈຳກັດ, ຈຶ່ງມີປະສົບການອັນຫລວງຫລາຍໃນການຄົ້ນພົບ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບ, ນອກນັ້ນປະເທດຍີ່ປຸ່ນຍັງຕ້ອງຮັບມືກັບໄພທຳມະຊາດເຊັ່ນ: ແຜນດິນໄຫວ ແລະ ຄື້ນສຶນາມິຕ່າງໆທີ່ເກີດຂຶ້ນເລື້ອຍໆ, ຍ້ອນແນວນັ້ນພວກເຮົາຈຶ່ງຢາກຈະແບ່ງປັນບົດຮຽນຂອງປະເທດພວກເຮົາເພື່ອ ປະກອບສ່ວນສະໜັບສະໜູນໃຫ້ບັນດາປະເທດລຸ່ມແມ່ນ້ຳຂອງສາມາດບັນລຸເປົ້າໝາຍຫັນປ່ຽນເປັນປະເທດສີຂຽວ ແລະ ຈະເລີນເຕີບໂຕຢ່າງມີປະສິດທິພາບ ແລະ ໃນປີໜ້ານີ້ ສປປ ລາວຈະໄດ້ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ເພື່ອເປັນການສົ່ງເສີມການຮ່ວມມືໃນຖານະເປັນຄູ່ຮ່ວມມືຍຸດທະສາດ ຂ້າພະເຈົ້າແມ່ນຄອງຄອຍການເດີນທາງໄປຢ້ຽມ ຢາມປະເທດລາວໃນປີທີ່ຈະມາເຖິງຢ່າງຕັ້ງໜ້າ ແລະ ຫວັງວ່າປະເທດຍີ່ປຸ່ນ ແລະ ບັນດາປະເທດລຸ່ມແມ່ນ້ຳຂອງຈະສືບ ຕໍ່ຮ່ວມມືກັນກ້າວສູ່ສັນຕິພາບ ແລະ ຄວາມວັດທະນາຖາວອນໃນຂົງເຂດອາຊີກໍຄືປະຊາຄົມໂລກບົນພື້ນຖານມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືທີ່ໄດ້ຮັບການພັດທະນາມາເປັນເວລາດົນນານ.

No comments:

Post a Comment