Ad

Ad

3 July 2015

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ໄຂຂຶ້ນຢ່າງເປັນທາງການ



ກອງປະຊຸມໃຫ້ຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງກະສິກຳ ແລະ ປ່າໄມ້ໄຂຂຶ້ນ ຢ່າງເປັນທາງການໃນວັນທີ 2 ກໍລະກົດນີ້, ທີ່ສະຖາບັນຄົ້ນຄວ້າກະສິກຳແຫ່ງຊາດ, ຢູ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮອງນາຍົກລັດຖະ ມົນຕີ ສົມສະຫວາດ ເລັ່ງສະຫວັດ, ແລະ ພະນັກງານສະມາຊິກພັກກະ ຊວງດັ່ງ ກ່າວເຂົ້າຮ່ວມຢ່າງ ພ້ອມພຽງ.
ທ່ານ ວິໄລວັນ ພົມເຂ,ກຳມະການສູນກາງພັກ, ເລຂາຄະນະພັກໄດ້ກ່າວປາ ໃສ່ເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນຢ່າງຍິ່ງ, ເພາະພວກເຮົາຈະໄດ້ປະກອບ ຄຳເຫັນຢ່າງກວ້າງ ຂວາງຕໍ່ບົດລາຍງານການເມືອງ, ຕີລາຄາຄືນການພັດທະນາວຽກງານກະສິກຳໃນໄລຍະ 5 ຜີຜ່ານມາ ( 2011-2015 ), ພ້ອມ
ທັງວາງທິດທາງແຜນການພັດທະນາກະສິກຳໄລຍະໃໝ່ ( 2016- 2020 )  ແລະ ຜ່ານບົດສຳຫຼວດການນຳພາລວມຂອງຄະ ນະບໍລິຫານງານພັກ, ແນ່ໃສ່ເຮັດໃຫ້ບົດລາຍງານການເມືອງ ແລະ ທິດທາງໜ້າທີ່ຂອງຄະນະພັກກະຊວງທີ່ຈະສະເໜີຜ່ານ ກອງປະຊຸມຄັ້ງນີ້ສ່ອງແສງໄດ້ຢ່າງສັງລວມເຖິງສະຕິປັນຍາ ແລະ ຜົນງານການຊີ້ນຳນຳພາຂອງຄະນະພັກກະຊວງຢ່າງແທ້ຈິງ, ພ້ອມນັ້ນກອງປະຊຸມຍັງຈະໄດ້ຄັດ ເລືອກຄະນະບໍລິຫານງານພັກຊຸດໃໝ່, ເລືອກຕັ້ງຄະນະປະຈຳ, ຮັບຮອງເອົາເລຂາ ແລະ ຮອງເລຂາຄະນະພັກ, ເລືອກຕັ້ງປະທານ ແລະ ຮອງປະທານກວດກາພັກ ແລະ ຕົວແທນຄະນະພັກກະຊວງເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຈາກນັ້ນກໍຈະໄດ້ຮັບຟັງການໂອ້ລົມຂອງຄະນະພັກຂັ້ນເທິງອີກດ້ວຍ.
ໂອກາດນີ້ ລັດຖະມົນຕີວ່າການກະຊວງກະສິກຳຍັງໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານກະສິກຳໃນໄລ ຍະຜ່ານມາ, ຊຶ່ງມີອັນພົ້ນເດັ່ນຫຼາຍດ້ານຄື: ເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ ແລະ ປ່າໄມ້ຢູ່ໃນລະດັບສະເລ່ຍ 2,8 ຫາ 3,1% ຕໍ່ປີ, ລວມຍອດພະລິດຕະພັນພາຍໃນ (GDP) ຂອງຂະແໜງການບັນລຸໄດ້ຕາມແຜນການ 24 % ປະກອບສ່ວນສຳຄັນເຂົ້າໃນການຂະຫຍາຍຕົວຂອງ GDP ລວມຂອງປະເທດ, ເພີ່ມຂຶ້ນບໍ່ຫລຸດ 8% ຕໍ່ປີ, ການຜະລິດເຂົ້າເພີ່ມຂຶ້ນຢ່າງຕໍ່ເນືອງຈາກ 3,06 ລ້ານໂຕນໃນສົກປີ 2010-2011 ມາ ເປັນ 4 ລ້ານໂຕນໃນສົກປີ 2013- 2014  ແລະ ຄາດວ່າສົກປີ 2014 - 2015 ນີ້ຈະບັນລຸໄດ້ 4,2 ລ້ານໂຕນຖ້າສະພາບອາກາດບໍ່ມີການປ່ຽນແປງ, ສາມາດສະໜອງທາດຊີ້ນ, ປາ, ໄຂ່ ໃຫ້ແກ່ສັງຄົມໄດ້ 360.000 ໂຕນ, ທຽບໃສ່ແຜນການປີປະຕິບັດໄດ້ 100%, ທຽບໃສ່ແຜນການ 5 ປີ ບັນລຸໄດ້ 95%, ອັດຕາການບໍລິໂພກຊີ້ນ, ປາ, ໄຂ່ ໂດຍສະເລ່ຍບັນລຸໄດ້   51 ກິໂລຕໍ່ຄົນຕໍ່ປີ, ບັນລຸຕາມແຜນທີ່ວາງ ໄວ້, ນອກຈາກການຜະລິດສະບຽງອາຫານແລ້ວ, ການສົ່ງເສີມການຜະລິດເປັນສິນຄ້າກໍຖືວ່າ ມີທ່າກ້າວຂະຫຍາຍຕົວເປັນຢ່າງດີ.

No comments:

Post a Comment