Ad

Ad

3 July 2015

ສະພາສະເໜີໃຫ້ລັດຖະບານເຂັ້ມງວດຕໍ່ການຈັດເກັບລາຍຮັບງົບປະມານ



ຄະນະປະຈຳສະພາແຫ່ງຊາດ, ໄດ້ສະເໜີໃຫ້ລັດຖະບານປັບປຸງບັນດານິຕິກຳ ແລະ ເພີ່ມທະວີມາດຕະການເຂັ້ມງວດຕໍ່ການຈັດເກັບລາຍຮັບງົບປະມານເພື່ອໃຫ້ບັນ ລຸຕົວເລກວາງໄວ້, ພາຍຫລັງເຫັນວ່າຕົວເລກການຈັດເກັບລາຍຮັບໃນ 6 ເດືອນຕົ້ນ ປີນີ້ມີສະພາບຝຶດເຄືອງ.
     ບັນຫາດັ່ງກ່າວໄດ້ຍົກຂຶ້ນໃນລະຫວ່າງການປະກອບຄຳເຫັນຂອງທ່ານນາງ ດຣ ສຸວັນເພັງ ບຸບຜານຸວົງ ຄະນະປະຈຳສະພາ, ປະທານຄະນະກຳມາທິການເສດ ຖະກິດ, ແຜນການ-ການເງິນສະພາແຫ່ງຊາດຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດໃນ 6 ເດືອນຕົ້ນສົກປີນີ້ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 1 ກໍລະກົດຜ່ານມາວ່າ: ຄະນະປະຈຳສະພາແຫ່ງຊາດຊົມເຊີຍໃນ ຄວາມພະຍາຍາມຂອງລັດຖະບານທີ່ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງປະຕິບັດການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີນີ້
ສາມາດປະຕິບັດໄດ້ 46,57% ຂອງແຜນການປີ ແລະ ຄາດຄະເນໝົດປີຈະບັນລຸໄດ້ 95,01% ທັງຮັບປະກັນການເບີກ ຈ່າຍເງິນເດືອນ,ເງິນອຸດໜູນະໂຍ ບາຍໃຫ້ພະນັກງານລັດຖະອນໃນຂອບເຂດທົ່ວປະເທດ, ຮັບປະກັນການເບິກຈ່າຍບໍລິ ຫານຮັບໃຊ້ໃຫ້ແກ່ກົງຈັກພັກ-ລັດ, ຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກ 3 ຂັ້ນ ແລະ ວຽກງານບູລິມະສິດຂອງລັດອື່ນໆ, ພ້ອມທັງເປັນເອກະພາບຕໍ່ການສະເໜີດັດແກ້ງົບປະມານຂອງລັດຖະບານ, ແຕ່ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວບັນ ລຸຕາມຄາດໝາຍວາງໄວ້ສະພາແຫ່ງຊາດຂໍສະເໜີລັດຖະບານເອົາໃຈໃສ່ປັບປຸງນິຕິກຳ, ການຫັນເປັນທັນສະໄໝຂອງການ ເກັບລາຍຮັບ ເປັນຕົ້ນ: ການເກັບລາຍຮັບຈາກການນຳເຂົ້າພາຫະນະ, ສິນຄ້າຟູມເຟືອຍ, ຄ່າບໍລິການອື່ນໆໃຫ້ເປັນຮູບປະທຳ ຫລາຍຂຶ້ນ, ລວມທັງປັບປຸງກົນໄກການເກັບລາຍຮັບຈາກການຂາຍໄມ້ໃຫ້ລວມສູນເຂົ້າງົບປະມານ, ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາແກ້ໄຂໜີ້, ການປະມູນຈັດຊື້-ຈັດຈ້າງໃຫ້ມີປະສິດທິຜົນ, ຮັບປະກັນຄວາມໂປ່ງໃສ ແລະ ເປັນທຳ, ນອກ ຈາກນີ້ການສະເໜີຂໍດັດແກ້ເງິນເກີນແຜນຂອງທ້ອງຖິ່ນແມ່ນຕ້ອງໃຫ້ໄປຄຽງຄູ່ກັບລາຍຮັບເກີນແຜນຂອງງົບປະມານແຫ່ງຊາດ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໃນສົກປີນີ້ບັນລຸຕາມແຜນວາງໄວ້.

No comments:

Post a Comment