Ad

Ad

3 July 2015

ຕຳຫລວດເຜີຍການໄລ່ຍິງກັນຢູ່ເສັ້ນທາງ 450 ປີບໍ່ແມ່ນປຸ້ນຊັບ



ພາຍຫລັງເກີດເຫດການມີຄົນຮ້າຍບໍ່ຮູ້ຈຳນວນໃຊ້ອາວຸດປືນໄລ່ຍິງຄົນໃນລົດເກງຍີ່ ຫໍ້ຮຸນໄດ ອີແລນຕາ ສີຂາວ ບໍ່ມີໝາຍເລກທະບຽນຢ່າງໂຫດຫ້ຽມຢູ່ເສັ້ນທາງ 450 ປີເຂດບ້ານນາແຄ ເມືອງໄຊທານີ ນະຄອນຫລວງວຽງຈັນ ເມື່ອເວລາປະມານ 23 ໂມງ ຂອງວັນທີ 30 ມິຖຸນາຜ່ານມາຈົນເຮັດໃຫ້ມີຜູ້ເສຍຊີວິດສອງຄົນ, ໃນນັ້ນເປັນ ຍິງໜຶ່ງຄົນ ແລະ ຜ່ານການສັນນະສູດສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ພົບ ວ່າຜູ້ເສຍຊີວິດຊື່ ນາງ ວິໄລວັນ ອາຍຸ 26 ປີ ຢູ່ບ້ານນາແຄ ເມືອງໄຊທານີ ຖືກຍິງ ບໍລິເວນຫລັງຫລາຍກວ່າສີບນັດນອນເສຍຊີວິດຢູ່ເບາະນັ່ງດ້ານຫລັງລົດ ແລະ ຢູ່ນອກຫ່າງຈາກລົດບໍ່ເທົ່າໃດແມັດກໍພົບສົບຜູ້ເສຍຊີວິດຊື່ທ້າວ ຄຳຈັນ ອາຍຸ 26 ປີຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີນະ ຄອນ ຫລວງວຽງຈັນ ຖືກຍິງບໍລິເວນຫລັງຫລາຍນັດເຊັ່ນກັນ ແລະ ໃນຈຸດເກີດເຫດເຈົ້າໜ້າທີ່ພົບສອບລູກປືນອາກາ ແລະ ປືນສັ້ນຫລາຍສີບສອບຕົກເຮ່ຍຢັງຢາຍ ແລະ ຕໍ່ຄະດີສະເທືອນຂວັນຄັ້ງນີ້ເຈົ້າໜ້າທີ່ສັນນິຖານວ່າບໍ່ແມ່ນການກໍ່ເຫດ ເພື່ອປຸ້ນເອົາຊັບ, ເພາະຢູ່ພາຍໃນລົດຖືກຍິງຄັນດັ່ງກ່າວແມ່ນບໍ່ພົບຮ່ອງຮອຍການຮື້ຄົ້ນ ແລະ ຍັງມີເງິນຈຳນວນໜຶ່ງທີ່ຄົນ ຮ້າຍບໍ່ໄດ້ເອົາໄປ. ແນວໃດກໍຕາມ, ເຈົ້າໜ້າທີ່ຈະເລັ່ງສືບສວນສອບສວນຫາສາເຫດຂອງການຄາດຕະກຳຄັ້ງນີ້ໂດຍໄວ ເພື່ອນຳຈັບຕົວຄົນຮ້າຍມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment