Ad

Ad

3 July 2015

ນະຄອນຫລວງ​ວຽງ​ຈັນ: ພຽງ​ເດືອນ​ມິຖຸນາ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 129 ກໍລະນີເສຍ​ຊີວິດ​ 11 ຄົນ



     ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ວັນທີ 1-28 ມິຖຸນານີ້, ມີອຸປະຕິເຫດບົນທ້ອງຖະໜົນເກີດຂຶ້ນ 129 ກໍລະນີ, ມີຜູ້ເສຍຊີວິດ 11 ຄົນ ລວມມູນຄ່າເສຍຫາຍ 1.693 ລ້ານກີບ,ໃນນັ້ນ ສະເພາະວັນທີ 1-7 ມິຖຸນາ​, ມີອຸປະຕິເຫດເກີດຂຶ້ນ 33 ກໍລະນີ, ​ເສຍຊີວິດ 3 ຄົນ, ​ຈາກນັ້ນ ລະຫວ່າງວັນທີ 8-14 ມິຖຸນາ, ​ເກີດຂຶ້ນ 37 ກໍລະນີ, ​ເສຍຊີວິດ 4 ຄົນ. ຕໍ່ມາວັນທີ 15-21 ມິຖຸນາ, ​ກີດຂຶ້ນ 33 ກໍລະນີ, ​ເສຍຊີວິດ 3 ຄົນແລະ ນັບແຕ່ວັນທີ 22-28 ມິຖຸນາ, ມີອຸປະຕິເຫດເກີດຂຶ້ນ 26 ກໍລະນີ, ມີຜູ້ເສຍຊີວິດ 1 ຄົນແລະ ກໍລະນີຮ້າຍແຮງທີ່ສຸດແມ່ນເກີດໃນວັນທີ 15 ມິຖຸນາ, ຢູ່ເຂດບ້ານສົມສະຫວັນເມືອງໄຊທານີ ນະຄອນຫລວງວຽງຈັນ, ​ລົດໃຫຍ່ຕຳລົດຈັກ ຢ່າງຮຸນແຮງສົ່ງຜົນໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນ.
     ເຈົ້າໜ້າທີ່ໃຫ້ຮູ້ຕຶ່ມອີກວ່າ: ອຸປະຕິເຫດສ່ວນ​​ໃຫຍ່ແມ່ນ​​ເກີດຈາກການຂັບຂີ່ແບບປະໝາດ, ບໍ່ເຄົາລົບກົດລະບຽບຈະລາຈອນ, ດື່ມສິ່ງມືນເມົາແລ້ວຂັບຂີ່. ​ແຕ່ທຽບກັບເດືອນພຶດສະພາຜ່ານມາ ເຫັນວ່າຫລຸດລົງ.

No comments:

Post a Comment