Ad

Ad

3 July 2015

112 ປີ ແຫ່ງການເຕີບໃຫຍ່ຂະຫຍາຍໂຕຂອງຟອດ



ວັນທີີ 1 ກໍລະກົດນີ້ ບໍລິສັດລາວຟອດຊີຕີໄດ້ຈັດງານສະຫຼອງວັນຄົບຮອບ 112 ປີ ຂອງການສ້າງຕັ້ງບໍລິ ສັດຟອດ, ທັງເປັນວັນຄ້າຍວັນເກີດຂອງທ່ານ ເຮັນຣີຟອດ, ຜູ້ກໍ່ຕັ້ງບໍລິສັດຟອດຂຶ້ນ ຢູ່ສູນຈຳໜ່າຍຟອດ ບ້ານຂຸນຕາ ເມືອງສີໂຄດຕະ ບອງ ນະຄອນຫຼວງວຽງຈັນ, ມີຄະນະບໍລິຫານ, ພະນັກງານ ແລະ ລູກຄ້າ ພ້ອມດວ້ຍສື່ ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
ຜູ້ບໍລິຫານໃຫຍ່ບໍລິສັດລາວຟອດຊີຕີ ໃຫ້ຮູ້ວ່າ: ເດືອນມິຖຸນາຂອງທຸກໆປີ ເປັນເດືອນແຫ່ງກາສະເຫຼີມສະຫຼອງ ຕຳນານ ຟອດຄົບຮອບ 112 ປີ ໃນທົ່ວໂລກກໍຄືໃນສປປລາວເຊັ່ນກັນ ແລະ ສິ່ງສຳຄັນທ່ີສຸດໃນການສະເຫຼີມສະຫຼອງ ຄັ້ງນີ້ ແມ່ນເພື່ອສະ ແດງຄວາມຂອບໃຈບັນດາລູກຄ້າທີ່ໃຫ້ການສະໜັບສະໜູນ ຟອດຕະຫຼອດມາ, ອັນໄດ້ຊ່ວຍ ເຮັໃຫ້ຟອດຈະເລີນກ້າວໜ້າຫຼາຍຂຶ້ນ ແລະ ກາຍເປັນໜຶ່ງໃນບັນດາບໍລິສັດທີ່ ມີຄວາມ
ເປັນມາອັນຍາວນານໃນອຸດສາຫະກຳການຜະລິດລົດ112 ປີ ກ່ອນທ່ານ ເຮນຣີ ຟອດ ແລະ ກຸ່ມ ນັກລົງທຶນນ້ອຍໆໄດ້ຮ່ວມ ມືກັບເພື່ອສ້າງບໍລິສັດ ຟອດ ມໍເຕີ ຂຶ້ນ, ທ່ານ ເຮນຣີ ຟອດ ເປັນທັງຜູ້ປະກອບການ ແລະ ນັກລົງທຶນທ່ີມີຄວາມຝັນ ໂດຍເລີ່ມຕົ້ນຈາກເງິນທຶນພຽງ 28 ພັນໂດລາ ແລະ ມີອຸປະກອນພຽງເລັກຫນ້ອຍໃນ ເບື້ອງຕົ້ນ, ແຕ່ດ້ວຍຄວາມຂະຫຍັນ ຂອງນັກວິສາວະກອນໜຸ່ມຈຶ່ງເຮັດໃຫ້ເພິ່ນສືບຕໍ່ພັດທະນາເຮັດໃຫ້ຄວາມຝັນກາຍ ເປັນຈິງ, ໃນເບື້ອງຕົ້ນເພິ່ນພັດທະ ນາແນວຄິດທີ່ບໍ່ໃຊ້ມ້າມາເປັນການຜະລິດລົດ, ຫຼັງຈາກຜະລິດລົດຄັນທຳອິດ ແລ້ວ, ເພິ່ນເຮັດຫຼາຍກິດຈະກຳເພື່ອດຶງ ດູດການລົງທຶນຈາກນັກລົງທຶນຕ່າງໆ ແລະ ສຸດ ທ້າຍໄດ້ຮັບຜົນສຳເລີດ ແລະ ສີບຕໍ່ສ້າງເຄື່ອງໝາຍການຄ້າທີ່ໂດ່ງດັງ ໄປທົ່ວໂລກ ແລະ ນັບມື້ຂະຫຍາຍຕົວ.
ມາຮອດປັດຈຸບັນເວລາຜ່ານໄປກວ່າໜຶ່ງສັດຕະວັດແລ້ວ ແລະ ບໍລິສັດ ຟອດໄດ້ເຕີບໃຫຍ່ຂະຫຍາຍຕົວ ຈົນກາຍ ເປັນໜຶ່ງໃນບັນດາບໍລິສັດ ທີ່ມີຊື່ສຽງ ທີ່ສຸດ ແລະ ທັງເປັນບໍລິສັດຜະລິດລົດໃຫຍ່ທີສຸດໃນໂລກ, ສ້າງໃຫ້ເຄື່ອງໝາຍຟອດ ໄດ້ກາຍເປັນ 1 ໃນ 3 ເຄື່ອງ ໝາຍການຄ້າທີ່ຄົນຮູ້ຈັກຫຼາຍທີ່ສຸດ, ໃນໂລກປັດຈຸບັນ ເສດຖະກິດຂອງຟອດໄດ້ຂະຫຍາຍ ຕົວຢ່າງແຂງແຮງ, ດ້ວຍຄວາມເຊື່ອໝັ້ນ, ລາວຟອດ ຊີຕີ ຈະສືບຕໍ່ການຂາຍ ແລະ ບໍລິການໃນລາວໃຫ້ຈະເລີນຮຸ່ງເຮືອງ ຍິ່ງຂຶ້ນ, ໂອກາດນີ້ຜູ້ເຂົ້າຮ່ວມງານຍັງໄດ້ຊົມລົດຟອດ ມັດສະແຕງ, ທັງຮຸ່ນເກົ່າ ແລະ ຮຸ່ນໃໝ່ທີ່ສະແດງໃຫ້ເຫັນເຖິງການພັດ ທະນາດ້ານຜະລິດຕະພັນຂອງຟອດ ນຳອີກ.

No comments:

Post a Comment