Ad

Ad

3 July 2015

ບາງ​ບົດຮຽນ​ທີ່​ຈະ​ຕ້ອງ​​ໄດ້ແກ້​ໄຂ​ໃນ​ຂົງ​ເຂດ​ເສດຖະກິດ-ສັງຄົມ



ໃນລະຫວ່າງສະເໜີຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 6 ​ເດືອນຕົ້ນປີ 2014-2015 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ​ໃນເຊົ້າວັນທີ 1 ກໍລະກົດນີ້, ທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລ ການລົງທຶນ​ ​ໄດ້ຊີ້ໃຫ້ເຫັນຜົນສຳເລັດການພັດທະນາຂົງເຂດເສດຖະກິດ-ສັງຄົມຢູ່ໃນແຕ່ລະຂະແໜງການແລະ ພ້ອມນີ້ ກໍໄດ້ຊອກເຫັນຈຸດອ່ອນຂໍ້ຄົງຄ້າງແລະ ຖື​​ເປັນບົດຮຽນສຳຄັນທີ່ຈະຕ້ອງໄດ້ເລັ່ງຮີບຮ້ອນແກ້ໄຂໃຫ້ທັນເວລາ.
      ທ່ານລັດຖະມົນຕີ ກ່າວວ່າ: ຕະຫລອດໄລຍະປະຕິບັດແຜນການ 6 ​ເດືອນຕົ້ນປີຜ່ານມາເຫັນວ່າຄວາມຮັບຜິດຊອບແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາໂຕເລກຄາດໝາຍແຜນການຂອງບາງຂະແໜງການຢູ່ສູນກາງແລະ ທ້ອງຖິ່ນບໍ່ທັນສູງ, ບໍ່ທັນເສີມຂະຫຍາຍສິດເປັນເຈົ້າຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມໄດ້ຢ່າງ​​ແຂງແຮງແລະ ກວ້າງຂວາງ; ສະຕິຄວາມຮັບຜິດຊອບຕໍ່ວິໄນແຜນການ-ການເງິນຂອງຂະແໜງການແລະ ທ້ອງຖິ່ນຈຳນວນໜຶ່ງຍັງບໍ່ທັນສູງເທົ່າທີ່ຄວນ, ​ເຖິງວ່າໃນຊຸມປີຜ່ານມາ, ລັດຖະບານໄດ້ອອກຫລາຍມາດຕະການແກ້ໄຂແລ້ວກໍຕາມ, ​ແຕ່ກໍຍັງມີການລະເມີດ
ລະບຽບການເຮັດໃຫ້ໜີ້ສິນຍັງມີທ່າເພີ່ມຂຶ້ນ, ການຄຸ້ມຄອງແລະ ຊຳລະໜີ້ສິນເຖິງວ່າມີການປະສານສົມທົບລະຫວ່າງພາກສ່ວນກ່ຽວຂ້ອງ, ​ແຕ່ຍັງບໍ່ຫລີກເວັ້ນໄດ້ສະພາບການຊຳລະຊ້ຳຊ້ອນ, ໜີ້ມີຫລາຍແຕ່ແຫລ່ງທຶນຊຳລະມີຈຳກັດເຮັດໃຫ້ກົດດັນຕໍ່ການຈັດລຽງບູລິມະສິດໂຄງການເພື່ອຊຳລະຢ່າງທົ່ວເຖິງ. ​ໃນດ້ານນະໂຍບາຍແລະ ມາດຕະການຄຸ້ມຄອງລາຄາສິນຄ້າໂດຍສະເພາະສິນຄ້າທີ່ມີຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງປະຊາຊົນຍັງບໍ່ທັນຈະແຈ້ງເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນແຕ່ລະໄລຍະ, ຄ່າຄອງຊີບສູງຂຶ້ນໂດຍສະເພາະຢູ່ໃນຕົວເມືອງໃຫຍ່ເປັນຕົ້ນໝວດສິນຄ້າໃຊ້ສອຍອຸປະໂພ- ບໍລິໂພກຕ່າງໆ, ຖ້າທຽບຄ່າຄອງຊີບກັບປະເທດໃກ້ຄຽງແມ່ນສູງພໍສົມຄວນ. ​ໃນຂະນະດຽວກັນ ອັດຕາແລກປ່ຽນກໍບໍ່ມີການເໜັງຕີງແຮງ, ອັດຕາເງິນເຟີ້ກໍຢູ່ໃນລະດັບຕ່ຳ. ພ້ອມກັນນີ້ ການປຸກລະດົມສົ່ງເສີມການປະກອບສ່ວນຂອງພາກສ່ວນຕ່າງໆຂອງສັງຄົມ ທັງພາຍໃນແລະ ຕ່າງປະເທດເຂົ້າໃນການແກ້ໄຂຄວາມທຸກຍາກຍັງເຮັດບໍ່ທັນໄດ້ດີ, ສ່ວນໃຫຍ່ຍັງອີງໃສ່ງົບປະມານຂອງລັດເປັນຫລັກ. ການກຳນົດໂຄງການລົງທຶນຂອງບັນດາຂະແໜງການແລະ ທ້ອງຖິ່ນຍັງບໍ່ມີຈຸດສຸມ ຍັງເຮັດແບບສະເລ່ຍທົ່ວໄປ. ທຶນມີໜ້ອຍໄປແຈກຢາຍໃສ່ຫລາຍໂຄງການ, ສຸດທ້າຍໂຄງການໃດກໍບໍ່ສຳເລັດຂາດຕົວ ພາໃຫ້ເກີດໜີ້ສິນຕາມມາ. ຂະນະດຽວກັນ ຕົວແບບໃນການພັດທະນາຢູ່ທ້ອງຖິ່ນຕ່າງໆຍັງມີໜ້ອຍ ຫລາຍບ່ອນກໍບໍ່ທັນພົ້ນເດັ່ນເທົ່າທີ່ຄວນ, ການເຮັດການຜະລິດກະສິກຳເພື່ອເປັນສິນຄ້າຢູ່ບາງທ້ອງຖິ່ນກໍພົບບັນຫາລາຄາແລະ ຕະຫລາດຮອງຮັບ ຈຶ່ງບໍ່ສ້າງແຮງຈູງໃຈກະຕຸ້ນໃຫ້ຄອບຄົວປະຊາຊົນທຳການຜະລິດເປັນສິນຄ້າ, ການສ້າງມູນຄ່າເພີ່ມໃຫ້ສິນຄ້າຍັງມີລັກສະນະຈຳກັດ. ອົງການມະຫາພາກກໍບໍ່ທັນໄດ້ມີນະໂຍບາຍຊຸກຍູ້ຢ່າງຕັ້ງໜ້າເປັນຕົ້ນການຊອກຕະຫລາດ, ການຄ້ຳປະກັນລາຄາແລະ ການສ້າງນະໂຍບາຍເອື້ອອຳນວຍອື່ນໆ; ການເຮັດວຽກງານ 3 ສ້າງເຖິງແມ່ນມີຜົນສຳເລັດຫລາຍດ້ານ, ​ແຕ່ການມອບສິດແລະ ຄວາມຮັບຜິດຊອບຂອງກະຊວເປົ້າໝາຍເຮັດທົດລອງໃຫ້ແກ່ທ້ອງຖິ່ນຮາກຖານຍັງບໍ່ທັນແຈ້ງການ, ມີລັກສະນະຢຸດໆຢ່ອນ. ບາງທ້ອງຖິ່ນຍັງບໍ່ເປັນເຈົ້າການແລະ ກ້າຫານໃນການຮັບເອົາສິດ, ຄວາມຮັບຜິດຊອບແລະ ບາງກະຊວງບໍ່ທັນເອົາໃຈໃສ່ສືບຕໍ່ເຮັດຢ່າງຕໍ່ເນື່ອງແລະເລິກເຊິ່ງ ຍັງໜັກໄປແຕ່ດ້ານການຄົ້ນຄວ້າຂຶ້ນແຜນໂຄງການພັດທະນາພື້ນຖານໂຄງລ່າງເພື່ອສະເໜີເຂົ້າແຜນປະຈຳປີ, ການພັດທະນາແມ່ນຍັງອີງໃສ່ງົບປະມານຂອງລັດ, ສ່ວນການປະກອບສ່ວນຂອງປະຊາຊົນຍັງມີໜ້ອຍ.
     ສຳລັບຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານລັດຖະມົນຕີວ່າການກະຊວແຜນການແລະ ການລົງທຶນໄດ້ຊີ້ອອກວ່າ: ການເຂົ້າເຖິງການສຶກສາຢູ່ເຂດຊົນນະບົດຫ່າງໄກສອກຫລີກຍັງບໍ່ທົ່ວເຖິງ, ສະຖານທີ່ໂຮງຮຽນຫລາຍແຫ່ງຍັງບໍ່ທັນເປັນບ່ອນດຶງດູດ. ພ້ອມດຽວກັນນັ້ນ ສິ່ງເອື້ອອຳນວຍຄວາມສະດວກຂອງໂຮງຮຽນຍັງບໍ່ທັນໄດ້ດີ, ​ໂຮງຮຽນຫລາຍໆແຫ່ງຍັງຂາດຫ້ອງສະໝຸດ, ຫ້ອງທົດລອງ, ປຶ້ມແບບຮຽນແລະ ອຸປະກອນສື່ການຮຽນ-ການສອນຍັງມີຈຳກັດໂດຍສະເພາະເຂດຊົນນະບົດ, ສ່ວນທາງດ້ານສາທາລະນະສຸກຍັງມີຄວາມແຕກໂຕນກັນລະຫວ່າງຕົວເມືອງແລະ ຊົນນະບົດ, ການປົກຫຸ້ມການບໍລິການດ້ານປະກັນສຸຂະພາບຍັງຈຳກັດ ປະຊາຊົນຜູ້ທຸກຍາກບໍ່ໄດ້ຮັບການບໍລິການຮັກສາສຸຂະພາບຢູ່ໂຮງໝໍເທົ່າທີ່ຄວນ. ຕໍ່ກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາ (MDGs) ຍັງມີບາງເປົ້າໝາຍບໍ່ສາມາດບັນລຸແລະ ມີຄວາມສ່ຽງຈະບໍ່ບັນລຸເປັນຕົ້ນອັດຕາສ່ວນເດັກນ້ອຍຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ, ອັດຕາສ່ວນເດັກນ້ອຍຕ່ຳກວ່າ 5 ປີ ທີ່ຂາດສານອາຫານແບບຊ້ຳເຮື້ອ ຫລືເຕ້ຍແລະ ອັດຕາການຕາຍຂອງເດັກອ່ອນຕ່ຳກວ່າ 1 ປີແລະ 5 ປີຍັງມີສູງ.

No comments:

Post a Comment