Ad

Ad

3 July 2015

ຈະເປີດຖ້ຽວບິນ ວຽງຈັນ-ສາງຊາ ສປ ຈີນ ​ໃນ​ທ້າຍ​ເດືອນ​ສິງຫາ​ນີ້



     ລັດວິສາຫະກິດການບິນລາວ ແລະ ບໍລິສັດ ການບິນສາກົນ ຫູນານ-ຊຽງເຟັງໄດ້ເຊັນສັນຍາຮ່ວມກັນເປີດຖ້ຽວບິນ ຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ , ເຊິ່ງພິທີໄດ້ມີຂຶ້ນໃນວັນທີ 30 ມິຖຸນານີ້, ຢູ່ນະຄອນຫລວງ​ວຽງ​ຈັນ ລະຫວ່າງ ທ່ານ ແສງປະເສີດ ມະທຸຈັນ ຮອງຜູ້ອຳນວຍການໃຫຍ່ ການບິນລາວ ແລະ ທ່ານ ຊຸງຊຸຍ ຢາງ ປະທານບໍລິສັດ ການບິນສາກົນ ຫູນານ-ຊຽງເຟັງ.
     ສັນຍາລະບຸວ່າ: ໃນທ້າຍເດືອນສິງຫາ 2015 ລັດວິສາຫະກິດການບິນລາວຈະໄດ້ເປີດຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ ດ້ວຍເຮືອບິນແອບັດ A320, ເປັນຖ້ຽວບິນປົກກະຕິ, ອາທິດໜຶ່ງ 2 ຖ້ຽວຄື ວັນຈັນ ແລະ ວັນສຸກໂດຍຈະບິນຈາກວຽງຈັນເວລາປະມານ 12:40 ຫາສາງຊາ ສປ ຈີນ 16:15 ນາທີ ຕາມເວລາທ້ອງຖິ່ນ, ນອກຈາກນີ້ ທາງບໍລິສັດການບິນສາກົນຫູນານ-ຊຽງເຟັງ ທີ່ເປັນຄູ່ຮ່ວມສັນຍາຈະອຳນວຍຄວາມສະດວກໃນການພົວພັນ,  ຂໍອະນຸຍາດເຈົ້າໜ້າທີ່ຝ່າຍຈີນ ເພື່ອເປີດເສັ້ນທາງບິນໄດ້ຕາມກຳນົດເວລາ
.
     ທ່ານ ແສງປະເສີດ ມະທຸຈັນ ໃຫ້ຮູ້ວ່າ: ການເປີດເສັ້ນທາງບິນ ຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ ແມ່ນເພື່ອອຳນວຍຄວາມສະດວກແກ່ປະຊາຊົນສອງຊາດ, ​ໂດຍສະເພາະແມ່ນນະຄອນຫຼວງວຽງ-ຫູນານ ໃຫ້ມີ​ການ​ໄປມາຫາສູ່​ກັນມີຄວາມສະດວກຍິ່ງຂຶ້ນ.
     ປັດຈຸບັນການຮ່ວມມືເປີດຖ້ຽວບິນລະຫວ່າງສອງປະເທດລາວ-ຈີນ ມີການຂະຫາຍຕົວ ແລະ ໄດ້ມີຖ້ຽວບິນສະເພາະຈາກລາວ-ຈີນ 5 ເສັ້ນທາງຄື: ວຽງຈັນ-ຄຸນໝິງ, ວຽງຈັນ-ກວາງເຈົາ, ວຽງຈັນສາງໂຈ, ຫຼວງພະບາງ-ເສີນຕູ ແລະ ຫຼວງພະບາງ- ຊຽງຮຸ່ງ, 12 ປັນນາ, ຕາມແຜນໃນອານາຄົດ ການບິນລາວ ຍັງຈະໄດ້ຮ່ວມມືກັບ ສປ ຈີນຂະຫຍາຍເສັ້ນທາງບິນຕື່ມອີກຫລາຍ​ເສັ້ນທາງ​ດ້ວຍ​ກັນ.

No comments:

Post a Comment