Ad

Ad

3 July 2015

ອາກາດ​ຍັງສືບ​ຕໍ່​ຮ້ອນ ​ແລະ ຈະ​ມີ​ຝົນຕົກ​ໃນ​ທ້າຍອາທິດ​ນີ້



     ກົມ​ອຸຕຸ​ນິຍົມ ​ແລະ ອຸ​ທົກ​ກະສາ​ດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ນີ້, ບໍລິ​ເວນ​ຄວາມ​ກົດ​ດັນ​ອາກາດ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຍັງ​ສືບ​ຕໍ່​ປົກ​ຄຸມ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ສົມທົບ​ກັບ​ກະ​ແສ​ລົມ​ຕາ​ເວັນ​ຕົກ​ພັດ​ປົກ​ຄຸມ, ​ເຮັດ​ໃຫ້​ອຸນຫະພູມ​ອາກາດ​ຮ້ອນ ​ແລະ ມີ​ລົມ​ພັດ​ແຮງ ພ້ອມ​ທັງມີ​ຝົນຕົກ​ຟ້າ​ຄະນອງ​ໃນ​ລະດັບ​ຄ່ອຍ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ. ຈາກ​ນັ້ນ ວັນ​ທີ 4-7 ກໍລະກົດ​ນີ້, ຮ່ອງ​ຄວາມ​ກົດ​ດັນ​ຕ່ຳ​ຂອງ​ອາກາດ​ຮ້ອນ​ຈະ​ພັດ​ຜ່ານ​​ແຂວງ​ພາກ​ເໜືອ ຫາ​ພາກ​ກາງຂອງ​ລາວ, ສົມທົບ​ກັບລົມ​ມໍ​ລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ມີ​ທ່າ​ອ່ຽງ​ເພີ່ມ​ກຳລັງ​ແຮງ​ຂຶ້ນ​ພັດ​ປົກ​ຄຸມ, ​ຈະເຮັດ​ໃຫ້​ມີ​ຝົນຕົກ​ຟ້າ​ຄະນອງ​ຫລາຍ​ຂຶ້ນ​ຢູ່​ແຕ່​ລະພ​າກ​ໃນ​ລະດັບ​ຄ່ອຍ​ຫາ​ປານ​ກາງ, ​ພ້ອມ​ມີ​ລົມ​ພັດ​ແຮງ​ເປັນ​ບາງ​ໂອກາດ ລວມທັງ​ນະຄອນຫລວງ​ວຽງຈັນ.

     ​ໃນ​ໄລຍະ​ນີ້ ສະພາບອາກາດ​ຍັງ​ຈະ​ຮ້ອນ​ຫາ​ຮ້ອນ​ເອົ້າຢູ່​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ຕົກ​ຫາ​ພາກ​ກາງ ​ແລະ ພາກ​ໃຕ້. ຈາກ​ນັ້ນ​ ສະພາບອາກາດ​​ໂດຍ​ທົ່ວ​ໄປ​ຈະ​ເຢັນ​ລົງ​ເລັກ​ນ້ອຍ​ຢູ່​ແຕ່​ລະ​ພາກ​ໂດຍ​ສະ​ເພາະ​​ແຂວງ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ, ​ແຂວງ​ໄຊ​ສົມບູນ ​ແລະ ພູ​ພຽງ​ບໍລະ​ເວນ ປາກ​ຊ່ອງ.
     ສະພາບ​ຝົນ ​ໃນ​ລະຫວ່າງ​ວັນ​ທີ 1-7 ກໍລະກົດ​ນີ້, ຈະ​ມີ​ຝົນຕົກ​ຟ້າ​ຄະນອງ​ກະຈາຍ​ໃນ​ລະດັບ​ຄ່ອຍ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນ​ໃນ​ແຕ່​ລະ​ພາກ ຍ້ອນມໍ​ລົມລະ​ສຸມ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຈະ​ມີ​ກຳລັງ​ແຮງ​ເພີ່ມ​ຂຶ້ນ​ພັດ​ປົກ​ຄຸມ.

No comments:

Post a Comment