Ad

Ad

2 July 2015

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໄຂຂຶ້ນຢ່າງເປັນທາງການ



    ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII, ໄດ້ໄຂຂຶ້ນ ຢ່າງເປັນທາງການໃນວັນທີ 1 ກໍລະ ກົດນີ້ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານປະທານປະເທດ ຈູມມາລີ ໄຊຍະສອນ, ມີບັນດາການນຳຂັ້ນສູງພັກ-ລັດ, ສະມາຊິກສະພາແຫ່ງຊາດ, ທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈຳນວນຫລາຍ.
ປະທານສະພາໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ສົກປີ 2014- 2015 ແມ່ນໄລຍະທ້າຍຂອງການປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII, ຊຶ່ງດຳເນີນໃນເງື່ອນ ໄຂສະພາບແວດລ້ອມທັງພາຍໃນ ແລະ ພາຍນອກທີ່ມີທັງອັນສະດວກ ແລະ ສິ່ງທ້າທາຍຕໍ່ການພັດທະນາຂອງປະເທດເຮົາ,
ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນຳ-ນຳພາຂອງສູນກາງພັກ ແລະ ລັດຖະບານ, ກໍຄືຄວາມເປັນເຈົ້າການບຸກບືນຂອງບັນ ດາຂະ ແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຕະຫລອດຮອດພະນັກງານ, ປະຊາຊົນບັນດາເຜົ່າ, ພວກເຮົາກໍ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານເປັນຕົ້ນ: ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ພາຍໃນຊາດມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ການພັດທະນາເສດຖະກິດ-ສັງຄົມ, ການຜະລິດເປັນສີນຄ້າ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການປະຕິ ບັດບັນດາຄາດໝາຍສະຫັດສະວັດດ້ານການພັດທະນາ, ການປະຕິບັດຄວາມຍຸຕິທຳໃນສັງຄົມ ແລະ ອື່ນໆ ໄດ້ສືບຕໍ່ດຳ ເນີນດ້ວຍບັນຍາກາດອັນຟົດຟື້ນ ແລະ ເປັນຂະບວນການຕໍ່ເນື່ອງໄປພ້ອມໆກັບການກະກຽມຄວາມພ້ອມເພື່ອເຂົ້າສູ່ປະຊາຄົມ ເສດຖະກິດອາຊຽນ ແລະ ຄຽງຄູ່ກັບບັນດາຜົນງານທີ່ຍາດມາໄດ້ນັ້ນພວກເຮົາຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂເປັນຕົ້ນ: ຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ປະສິທິພາບໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ປາກົດການຫຍໍ້ທໍ້ໃນສັງຄົມຍັງເປັນບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າໃນຊຸມປີຕໍ່ໜ້າ ເພື່ອສ້າງຖ່ວງທ່າໃໝ່ໃນການນຳເອົາປະເທດຊາດອອກຈາກສະພາບດ້ວຍພັດທະນາໃນປີ 2020 ສະນັ້ນ ບົນຈິດໃຈດັ່ງກ່າວກອງປະຊຸມເທື່ອນີ້ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງບັນຫາສຳຄັນຕ່າງໆຄື ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດນະໂຍບາຍເງິນຕາປະຈຳປີ 2014-2015 ແລະ ທິດທາງວຽກງານປີ 2015-2016, ພິຈາລະນາຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະບານຕາມການສະເໜີຂອງນາຍົກລັດຖະມົນຕີ, ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2014-2015 ແລະ ທິດທາງວຽກງານປີ 2015 -2016, ຜົນການກວດສອບຕາມມະຕິຂອງສະພາແຫ່ງຊາດ, ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການປະຊາຊົນສູງສຸດ, ສານປະຊາຊົນສູງສຸດກ່ຽວກັບການເຄື່ອນໄຫວວຽກງານປີ 2014-2015 ແລະ ທິດທາງວຽກງານ 2015-2016, ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2014-2015 ແລະ ທິດທາງວຽກງານປີ 2015-2016, ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈຳນວນ 6 ສະບັບ, ໃນນັ້ນຮ່າງກົດໝາຍສ້າງໃໝ່ 2 ສະບັບຄື
ກົດໝາຍວ່າດ້ວຍການຕ້ານອາດສະຍາກຳທາງລະບົບຄອມພິວເຕີ, ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ແລະ ຮ່າງກົດໝາຍປັບປຸງໜຶ່ງສະບັບຄື ກົດໝາຍວ່າດ້ວຍການສຶກສາ ແລະ ທາບທາມຮ່າງກົດໝາຍຈຳນວນ 3 ສະບັບຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທ້ອງຖິ່ນ (ສະບັບປັບປຸງ). ນອກຈາກນີ້ຍັງຈະໄດ້ຮັບຟັງການຊີ້ແຈງອະທິບາຍຂອງບັນດາກະຊວງ, ອົງການກ່ຽວຂ້ອງຈຳນວນໜຶ່ງຕໍ່ຄຳຊັກຖາມຂອງສະມາຊິກແຫ່ງຊາດ. ໂດຍກອງປະຊຸມດັ່ງກ່າວຈະດຳເນີນໄປຮອດວັນທີ 21 ກໍລະກົດ 2015.

No comments:

Post a Comment