Ad

Ad

2 July 2015

ລັດຖະມົນຕີ​ການ​ເງິນ​​ເຜີຍ​ຄວາມ​ຫຍຸ້ງຍາກ​ດ້ານ​ການ​ເກັບ​ລາຍ​ຮັບ



         ໃນວາລະກອງປະຊຸມສະໄໝສາມັນເທື່ອທີ່ IX ຂອງສະພາແຫ່ງຊາດຊຸດທີ VII ​ເຊິ່ງໄຂຂຶ້ນມື້ທຳອິດໃນຕອນເຊົ້າວັນທີ 1 ກໍລະກົດ 2015 ຢູ່ນະຄອນຫລວງວຽງຈັນ, ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ​ເດືອນຕົ້ນສົກປີ 2014-2015 ​ບັນດາມາດຕະການເພື່ອສູ້ຊົນປະຕິບັດຄາດໝາຍ 6 ​ເດືອນທ້າຍແລະ ທິດທາງແຜນງົບປະມານແຫ່ງລັດ ສົກປີ 2015-2016,ຊຶ່ງ ທ່ານລັດຖະມົນຕີໄດ້ຍົກໃຫ້ເຫັນຈຸດດີ,ຈຸດອ່ອນແລະ ຂໍ້ຄົງຄ້າງຢູ່ໃນຂະແໜງການຂອງຕົນທີ່ເກີດຂຶ້ນໃນແຕ່ລະຂົງເຂດ.
       ທ່ານລັດຖະມົນຕີ​ ​​ຊີ້ບອກວ່າ: ກະຊວງການເງິນໄດ້ພະຍາຍາມຈັດຕັ້ງປະຕິບັດບັນດາມາດຕະການໄລຍະສັ້ນ, ​ໄລ ຍະຍາວທີ່ໄດ້ສະເໜີຕໍ່ລັດຖະບານແລະ ສະພາແຫ່ງຊາດ, ​ແຕ່ໃນຕົວຈິງຫລາຍຂະແໜງການສູນກາງແລະ ອົງການປົກຄອງທ້ອງຖິ່ນຍັງບໍ່ໄດ້ປະສານສົມທົບແລະໃຫ້ການຮ່ວມມືດີ​​ເທົ່າທີ່ຄວນເຊິ່ງສະແດງອອກລາຍຮັບຊັບສິນ, ຄ່າຊັບພະຍາກອນທຳມະຊາດແລະ ລາຍຮັບວິຊາການຈຳນວນໜຶ່ງບໍ່ທັນລວມສູນເຂົ້າງົບປະມານແຫ່ງລັດ, ຈ່າຍ
ນອກແຜນທີ່ສະພາແຫ່ງຊາດຮັບຮອງ, ຍົກເວັ້ນພາສີອາກອນນອກກົດໝາຍກຳນົດ, ການນຳເຂົ້າພາຫະນະບໍ່ຖືກຕ້ອງຕາມກົດໝາຍຍັງແຜ່ຫລາຍ, ການລັກລອບໜີ້ພາສີຍັງບໍ່ໄດ້ຄຸ້ມຄອງຢ່າງຮັດກຸມ, ລະດັບຄວາມສາມາດກວດກາແລະ ຕິດຕາມຈັດເກັບລາຍຮັບຈາກວິສາຫະກິດລົງທຶນຕ່າງປະເທດເປັນຕົ້ນຂະແໜງບໍ່ແຮ່ຂອງລັດເຮົາຍັງຈຳກັດໃນຫລາຍດ້ານ. ​ເຖິງວ່າກະຊວງການເງິນໄດ້ປັບປຸງກົນໄກການດຸ່ນງົບປະມານໃຫ້ທ້ອງຖິ່ນໄດ້ໄວຂຶ້ນແລະ ສາມາດປະຕິບັດໄດ້ຕາມແຜນການ, ​ແຕ່ສະພາບການເບີກຈ່າຍເງິນເດືອນຂອງທ້ອງຖິ່ນທີ່ຊັກຊ້າຍັງບໍ່ສາມາດແກ້ໄຂບັນຫາທີ່ຊ້ຳເຮື້ອແກ່ຍາວມາດົນນານໄດ້ ສາເຫດຍ້ອນກົນໄກການຢັ້ງຢືນບັນຊີຈຳນວນພົນຂອງບັນດາຂະແໜງການແລະ ທ້ອງຖິ່ນຍັງຊັກຊ້າ, ກົນໄກການປະສານງານລະຫວ່າງຂັ້ນແຂວງຮອດຂັ້ນເມືອງຍັງບໍ່ໄດ້ຮັບການແກ້ໄຂ. ອີກສາເຫດໜຶ່ງທີ່ສຳຄັນແມ່ນຍ້ອນການຈັດເກັບລາຍຮັບຂອງທ້ອງຖິ່ນບໍ່ສາມາດປະຕິບັດໄດ້ຕາມແຜນການ. ການເຜີຍແຜ່ໂຄສະນາບັນດາລະບຽບກົດໝາຍໃຫ້ແກ່ສັງຄົມເຂົ້າໃຈຍັງເຮັດບໍ່ທັນໄດ້ດີ, ​ເຮັດໃຫ້ການຄຸ້ມຄອງການຈັດເກັບພົບຄວາມຫຍຸ້ງຍາກ, ການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງເກັບລາຍຮັບຍັງຢູ່ໃນຂັ້ນຕອນກະກຽມແລະ ລິເລີ່ເຊິ່ງປັດຈຸບັນນຳໃຊ້ມີພຽງແຕ່ຢູ່ກົມແລະ ບາງແຂວງໃຫຍ່ເທົ່ານັ້ນ. ການເກັບລາຍຮັບນຳບັນດາຫົວໜ່ວຍທຸລະກິດພົບຄວາມຫຍຸ້ງຍາກ ບໍ່ສາມາດເລັ່ງທວງຫລື ນຳໃຊ້ມາດຕະການທາງກົດໝາຍຢ່າງເດັດຂາດໄດ້, ທ່ານລັດຖະມົນຕີ ກ່າວວ່າ:ສັງລວມທົ່ວປະເທດມີໜີ້ຄ້າງມອບ ສະເພາະຂະແໜງອາກອນມີເຖິງ 400 ຕື້ກີບ ຫລື ປະມານ 4% ຂອງແຜນລາຍຮັບສ່ວຍສາອາກອນ, ບັນດາບໍລິສັດແລະ ກຸ່ມບໍລິສັດຂະໜາດໃຫຍ່ຈຳນວນຫລວງຫລາຍຍັງຫລົບຫລີກການເສຍພັນທະອາກອນໃຫ້ລັດ, ການຍົກເວັ້ນພາສີອາກອນໃນໄລຍະ 6 ​ເດືອນຕົ້ນປີ ມີມູນຄ່າທັງໝົດ 996 ຕື້ກີບເຊິ່ງເປັນການຍົກເວັ້ນຕາມນະໂຍບາຍສົ່ງເສີມການລົງທຶນແລະ ນະໂຍບາຍຂອງຂັ້ນເທິງ, ບໍ່ສາມາດປະຕິບັດການເກັບລາຍຮັບຈາກໄມ້ທີ່ຂຶ້ນແຜນໄວ້ 100 ຕື້ກີບເນື່ອງຈາກວ່າທ້ອງຖິ່ນໄດ້ສະເໜີນຳໃຊ້ລາຍຮັບຈາກໄມ້ໄປຊຳລະໂຄງການສະເພາະໂດຍບໍ່ໄດ້ຈົດຮັບ-ຈົດຈ່າຍເຂົ້າໃນແຜນງົບປະມານ, ລາຍຮັບຈາກຂະແໜງຊັບພະຍາກອນທຳມະຊາດໄດ້ຫລຸດລົງຢ່າງຫລວງຫລາຍເນື່ອງຈາກລາຄາແຮ່ທາດໃນຕະຫລາດໂລກໄດ້ຫລຸດລົງ, ຖ້າສົມທຽບກັບຊຸມຕົ້ນປີຂອງແຜນລາຍຮັບຈາກຂະແໜງດັ່ງກ່າວມີຫລາຍກວ່າ 1.600 ຕື້ກີບຕໍ່ປີ, ​ແຕ່​​ປັດຈຸບັນໄດ້ພຽງແຕ່ 518 ຕື້ກີບຫລຸດລົງສອງສ່ວນສາມ,ສະເພາະບໍລິສັດພູເບ້ຍມາຍນິງ​ ​ໃນສົກປີງົບປະມານນີ້ບໍ່ມີອາກອນກຳໄລແລະເງິນປັນຜົນມອບໃຫ້ລັດເນື່ອງຈາກບໍລິສັດແຈ້ງຫລຸບທຶນ, ບັນດາທຸລະກິດຂອງລັດໂດຍສະເພາະບັນດາລັດວິສາຫະກິດກຳລັງຢູ່ໃນສະພາວະຂາດທຶນເປັນຕົ້ນບໍລິສັດການບິນລາວ, ບໍລິສັດ ETL, ບັນດາທະນາຄານຈຳນວນຫລາຍ ບໍ່ສາມາດມອບອາກອນກຳໄລແລະເງິນປັນຜົນໃຫ້ລັດ, ການປັບປຸງການຈັດຕັ້ງຂອງຂະແໜງການເງິນຢູ່ຂັ້ນສູນກາງແລະ ທ້ອງຖິ່ນຍັງມີຄວາມຊັກຊ້າບໍ່ທັນບັນລຸໄດ້ຕາມຄາດໝາຍຕາມທິດຊີ້ນຳຂອງຂັ້ນເທິງ.
       ສັງລວມແລ້ວບັນດາສາເຫດຕົ້ນຕໍແມ່ນພວກເຮົາບໍ່ທັນໄດ້ຜັນຂະຫຍາຍຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບຕໍ່ຄຳສັ່ງຂອງນາຍົກ ສະບັເລກທີ 14/ນຍ ປີ 2014 ກ່ຽວກັບມາດຕະການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກເພື່ອຊຸກຍູ້ການເຕີບໃຫຍ່ທີ່ຕໍ່ເນື່ອງແລະ ຍືນຍົງທີ່ໄດ້ກຳນົດ 3 ຄາດໝາຍໃຫຍ່, 6 ກຸ່ມມາດຕະການທີ່ຈະແຈ້ງ.ນາຍົກລັດຖະມົນຕີຍັງໄດ້ມອບໜ້າທີ່ໃຫ້ 6 ກະຊວງເສດຖະກິດຕົ້ນຕໍແລະ ບັນດາຂະແໜງການ, ອົງການສູນກາງ, ຄະນະພັກ, ອົງການປົກຄອງທ້ອງຖິ່ນປະຕິບັດສົມທົບແໜ້ນກັບການແກ້ໄຂ 9 ຂອດປະສານງານຕາມມະຕິກອງປະຊຸມລັດຖະບານເປີດກວ້າງ ປີ 2013. ນອກຈາກນັ້ນແລ້ວ ກໍກຳນົດແຈ້ງກົນໄກໃນການປະຕິບັດໃຫ້ 3 ຂັ້ນ ຄືຄະນະຮັບ ຜິດຊອບຕິດຕາມເສດຖະກິດມະຫາພາກແລະ ຊີ້ນຳການເກັບລາຍຮັບຂັ້ນລັດຖະບານ, ຄະນະຮັບຜິດຊອບຂັ້ນກະຊວງ, ອົງການແລະ ຄະນະຮັບຜິດຊອບຂັ້ນນະຄອນຫລວງແລະ ບັນດາແຂວງ, ຖ້າພວກເຮົາຫາກຕັ້ງໜ້າປະຕິບັດກໍຈະເຮັດໃຫ້ຄວາມຫຍຸ້ງຍາກດ້ານການເງິນຜ່ອນຄາຍລົງຫລາຍກວ່ານີ້.
     ສຳລັບຜົນການເກັບລາຍຮັບ 6 ​ເດືອນຕົ້ນປີ 2015 ທ່ານລັດຖະມົນຕີກະຊວງການເງິນໄດ້ໃຫ້ຄຳຊີ້ແຈ້ງວ່າ: ຜ່ານການຈັດຕັ້ງປະຕິບັດຈັດເກັບລາຍຮັບ 6 ​ເດືອນຕົ້ນປີ ສາມາດປະຕິບັດ 12.021 ຕື້ກີບເທົ່າກັບ 46,57% ຂອງແຜນ ການປີ, ສະເພາະລາຍຮັບພາຍໃນປະຕິບັດໄດ້ 9.301 ຕື້ກີບເທົ່າກັບ 45,29% ຂອງແຜນການປີ, ​ໃນນັ້ນ ສູນກາງກວມ 47,21% ​ແລະ ທ້ອງຖິ່ນ 39% ຂອງແຜນການປີ. ການຈັດຕັ້ງປະຕິບັດລາຍຮັບ 9 ​ເດືອນ (ຮອດວັນທີ 26/6/2015) ບັນລຸໄດ້ 17.320 ຕື້ກີບເທົ່າກັບ 67,10% ຂອງແຜນການປີ, ສະເພາະລາຍຮັບພາຍໃນປະຕິບັດໄດ້ 13.975 ຕື້ກີບເທົ່າກັບ 68,05% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງສົກປີຜ່ານມາເພີ່ມຂຶ້ນປະມານ 18%, ​ໃນນັ້ນ ສູນກາງປະຕິບັດໄດ້ 71,19% ​ແລະ ທ້ອງຖິ່ນ 57,71% ຂອງແຜນການປີ.

No comments:

Post a Comment