Ad

Ad

2 July 2015

ເສດຖະກິດລາວສືບຕໍ່ຂະຫຍາຍຕົວຕາມແຜນວາງໄວ້



ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ສົມດີ ດວງດີ ໄດ້ລາຍ ງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 1 ກໍລະກົດນີ້, ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ໃນໄລຍະ 6 ເດືອນຜ່ານມານີ້ວ່າ: ໂດຍລວມແມ່ນພວກເຮົາສາມາດປະຕິບັດ ໄດ້ຕາມແຜນການວາງໄວ້ຄື ລວມຍອດຜະລິດຕະພັນພາຍໃນ(GDP) ສົກປີ 2014-2015 ຈະຂະຫຍາຍຕົວປະມານ 7,5% ແລະ ສາມາດສ້າງມູນຄ່າເພີ່ມ ໄດ້ປະມານ102.320 ຕື້ກີບເທົ່າກັບ 12,74 ຕື້ໂດລາສະຫະລັດ, ສະເລ່ຍລາຍ ຮັບຂອງພົນລະເມືອງຜູ້ໜຶ່ງບັນລຸໄດ້ຫລາຍກວ່າ 14 ລ້ານກີບ ຫລື ປະມານ 1.800 ໂດລາສະຫະລັດຕໍ່ປີ ແລະ ສະເພາະ 6 ເດືອນຜ່ານມາຂະແໜງກະສິກຳ-ປ່າໄມ້, ເພີ່ມຂຶ້ນປະມານ 3% ກວມເອົາ 23,7%, ອຸດສະຫະກຳເພີ່ມຂຶ້ນ 8,9% ກວມເອົາ 29,1%, ບໍລິການເພີ່ມຂື້ນ 9,1% ກວມເອົາ 39,8% ແລະ ພາສີຂາເຂົ້າເພີ່ມຂຶ້ນ 8,2% ກວມເອົາ 7,4% ຂອງ GDP, ອັດຕາເງິນເຟີຢູ່ໃນລະດັບ 2,15%, ສ່ວນອັດຕາແລກປ່ຽນມີຄວາມສະຫງົບ ໝັ້ນທ່ຽງ, ເນື່ອງຈາກການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງກະແສໝູນວຽນເງິນເຂົ້າ- ອອກສູ່ລະບົບຂອງທະນາ ຄານ, ການກູ້ຢືມ, ມີການສົ່ງເສີມການໃຊ້ເງິນກີບ ແລະ ຫັນເປັນທັນສະໄໝເທື່ອລະກ້າວຂອງຂະແໜງການທະນາຄານ.
    ສຳລັບການນຳເຂົ້າ-ສົ່ງອອກສີນຄ້າມີມູນຄ່າປະມານ 3.994,2 ລ້ານໂດລາສະຫະລັດເທົ່າກັບ 31,35% ຂອງ GDP, ໃນນີ້ມູນຄ່າການສົ່ງອອກບັນລຸປະມານ 1.600 ລ້ານກວ່າໂດລາສະຫະລັດເທົ່າກັບ 38,41% ແລະ ການນຳເຂົ້າບັນລຸ 2.393 ລ້ານກວ່າໂດລາສະຫະລັດເທົ່າກັບ 50,92% ຂອງແຜນການ ແລະ ຄາດຄະເນການຂາດດຸນການຄ້າປະມານ 792,54 ລ້ານໂດລາສະຫະລັດເທົ່າກັບ 6,2% ຂອງ GDP.
    ດ້ານການປະຕິບັດລາຍຮັບ-ລາຍຈ່າຍງົບປະມານແມ່ນສາມາດເກັບລາຍຮັບໄດ້ 12.021 ຕື້ກີບເທົ່າກັບ 46,57%,ໃນນັ້ນລາຍຮັບພາຍໃນ 9.301 ຕື້ກີບເທົ່າກັບ 45,29% ແລະ ລາຍຈ່າຍປະຕິບັດໄດ້ 13.815 ຕື້ກີບເທົ່າກັບ 45% ຂອງແຜນການ ແລະ ຂາດດຸນງົບປະມານ 1.794 ຕື້ກີບເທົ່າກັບ1,79% ຂອງGDP.
      ສຳລັບການຈັດຕັ້ງປະຕິບັດການລົງທຶນຂອງລັດມີ 3.283 ໂຄງການມີມູນຄ່າຫລາຍກວ່າ 2.834 ຕື້ກີບ, ໃນນັ້ນທຶນພາຍໃນມີ 1.914 ຕື້ກີບ ເທົ່າກັບ 58% ຂອງແຜນການ ແລະ ຜ່ານມາກະຊວງແຜນການ ແລະ ການລົງທຶນ ໄດ້ລົງກວດກາຕິດຕາມບັນດາໂຄງການໃຫຍ່ທີ່ມີມູນຄ່າແຕ່ 100 ຕື້ກີບຂຶ້ນໄປ, ເຊິ່ງສາມາດໂຈະ ແລະ ຫລຸດມູນຄ່າໂຄງການລົງທັງໝົດ 296,47 ຕື້ກີບ, ໃນນັ້ນມີ 4 ໂຄງການຖືກໂຈະມີມູນຄ່າ 226,86 ຕື້ກີບ ແລະ ມີ 4 ໂຄງການຫລຸດທຶນຈຳນວນ 69,61 ຕື້ກີບ ແລະ ບັນດາໂຄງການລົງທຶນຂອງລັດຂະໜາດໃຫຍ່ທີ່ສຳເລັດປະກອບມີ: ໂຄງການກໍ່ສ້າງຊົນລະ ປະທານເຊຊະລາລອງ, ຂົວຂ້າມນ້ຳຂອງດອນໂຂງ, ຂົວຂ້າມນ້ຳຂອງລາວ-ມຽນມາ, ສະໜາມບິນອັດຕະປື, ຍົກຍ້າຍເທດສະບານເມືອງກະລືມ, ແຂວງເຊກອງ ແລະ ໂຄງການອື່ນໆຈຳນວນໜຶ່ງ. ສ່ວນການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດສາມາດດຶງດູດການລົງທຶນໄດ້ 1.092 ໂຄງການ, ມີມູນຄ່າ 1.572,5 ລ້ານໂດລາສະຫະ ລັດ ຫລື ປະມານ 12.631 ຕື້ກີບ, ໃນນັ້ນມີ 9 ໂຄງການສຳປະທານມູນຄ່າ 168,4 ລ້ານໂດລາສະຫະລັດ, ລົງທຶນທົ່ວໄປ 1.025 ໂຄງການມີມູນຄ່າ 1.327 ລ້ານໂດລາສະຫະລັດ ແລະ ໂຄງການລົງທຶນໃນເຂດເສດຖະກິດພິເສດ ແລະ ສະເພາະຈຳ ນວນ 58 ໂຄງການມີມູນຄ່າການລົງທຶນ 76,5 ລ້ານໂດລາສະຫະລັດ.

No comments:

Post a Comment