Ad

Ad

2 July 2015

ປກສ ເມືອງໄຊທານີມອບລົດຈັກຫລາຍຄັນຄືນເຈົ້າຂອງເດີມ



ຂ່າວ-ພາບ : ຫນັງສືພິມ ປກສ
     ເມື່ອບໍ່ດົນມານີ້, ທ່ານພັນຕີ ພຸດທະວົງ ດິດຍະວົງ ຮອງຫົວໜ້າກອງບັນຊາ ການ ປກສ ເມືອງໄຊທານີນະຄອນ ຫລວງວຽງຈັນ ໄດ້ມອບລົດຈັກຈຳນວນ 10 ຄັນຄືນ ໃຫ້ເຈົ້າຂອງເດີມ, ພາຍຫລັງຖືກຄົນຮ້າຍລັກໄປໃນໄລຍະເດືອນເມສາ ຜ່ານມາ ແລະ ເຈົ້າໜ້າທີ່ສາມາດນຳຈັບຕົວຄົນຮ້າຍມາດຳເນີນຄະດີຕາມລະ ບຽບກົດໝາຍພ້ອມ ຊອກລົດທີ່ຖືກລັກໄປມາໄດ້ຈຳນວນໜຶ່ງເພື່ອມອບໃຫ້ເຈົ້າ ຂອງເດີມດັ່ງກ່າວ. ໃນໂອກາດນີ້, ທ່ານຮອງຫົວໜ້າກອງບັນຊາ ປກສ ເມືອງດັ່ງ ກ່າວກໍໄດ້ຮຽກຮ້ອງ ທົ່ວສັງຄົມໃຫ້ມີສະຕິລະວັງຕົວສູງໃນການຮັກສາຊັບສີນ ຂອງຕົນໃຫ້ດີເປັນຕົ້ນ: ພາຫານະບໍ່ຄວນຈອດຊະຊາຍ ເພື່ອບໍ່ໃຫ້ເກີດຊ່ອງວ່າງແກ່ກຸ່ມຄົນບໍ່ດີລັກເອົາໄປ, ນອກຈາກນີ້ກໍ ຕ້ອງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ເມື່ອພົບເຫັນການ ເຄື່ອນໄຫວບໍ່ດີກໍຕ້ອງຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ເພື່ອສາມາດ ແກ້ໄຂບັນຫາໄດ້ຢ່າງທັນການ.

No comments:

Post a Comment