Ad

Ad

4 January 2016

6 ວັນ​ຊ່ວງ​ໄລຍະ​ສະຫລອງ​ປີ​ໃໝ່​ສາກົນ ມີ​ຜູ້​ເສຍ​ຊີ​ຄວິດ 27 ຄົນ​ຈາກ​ອຸປະ​ຕິ​ເຫດ​ບົນ​ທ້ອງ​ຖະໜົນ

           ​
ເຈົ້າໜ້າທີ່ກົມຕຳຫລວດຈະລາຈອນ ​​ໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ທັນວາ 2015-3 ມັງກອນ 2016, ທົ່ວປະເທດມີອຸປະຕິເຫດເກີດຂຶ້ນ 138 ກໍລະນີ, ມີພາຫະນະເປ່ເພ 259 ຄັນ, ມີຜູ້ໄດ້ຮັບບາດເຈັບ 236 ຄົນແລະມີຜູ້ເສຍຊີວິດ 27 ຄົນ, ​ໃນນັ້ນ ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າໝູ່ທັງໝົດ 34 ກໍລະນີ, ມີຜູ້ເສຍຊີວິດ 3 ຄົນຄື: ​ເກີດຂຶ້ນ​​​ເຊົ້າຂອງວັນທີ 3 ມັງກອນ 2016, ຢູ່ເຂດບ້ານອູບມຸງ, ​ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໄດ້ເກີດເຫດລົດຈັກເສຍຫລັກຕໍາເສົາໄຟຟ້າຢູ່ຂ້າງທາງດ້ວຍຄວາມຮຸນແຮງເຮັດໃຫ້ຜູ້ຂັບຂີ່ລົດຈັກນາງ ວອນ ອາຍຸ 19 ປີ ຢູ່ບ້ານສີໄຄທົ່ງເມືອງສີໂຄດຕະບອງເສຍຊີວິດຄາທີ່ແລະໃນວັນທີ 30 ທັນວາ 2015 ​ໄດ້ເກີດອຸປະຕິເຫດຂຶ້ນ 2 ກໍລະນີຄື: ກໍລະນີໜຶ່ງລົດຈັກຕຳກັນເຫດເກີດປະມານ 17:30 ​ໂມງ​, ຢູ່ເຂດບ້ານທ່ານພະລານໄຊເມືອງສີສັດຕະນາກເຮັດໃຫ້ທ້າວແສນ ອາຍຸ 56 ປີ ກຳມະກອນ ຢູ່ບ້ານດັ່ງກ່າວເສຍຊີວິດຄາທີ່ແລະອີກກໍລະນີໜຶ່ງ ລົດໃຫຍ່ຕຳກັບລົດບັນທຸກ ເຫດເກີດຂຶ້ນປະມານ 19:00 ​ໂມງ ຢູ່ເຂດບ້ານພ້າວເມືອງປາກງື່ມ, ​ເຮັດໃຫ້ຜູ້ໂດຍສານທີ່ນັ່ງມາໃນລົດບັນທຸກ​​ເສຍຊີວິດ 1 ຄົນ. ສ່ວນແຂວງທີ່ມີຜູ້ເສຍຊີວິດຫລາຍກວ່າໝູ່ແມ່ນແຂວງຈຳປາສັກເສຍຊີວິດ 6 ຄົນ.

No comments:

Post a Comment