Ad

Ad

29 March 2016

ຄລີນິກແມ່ຂອງເນັ້ນການບໍລິການດ້ວຍຄຸນນະພາບ ແລະ ຮັບປະກັນຄວາມຍຸຕິທຳດ້ານລາຄາ

          ທ່ານ ດຣ ບຸນສວຍ ກັນຍາດີ, ເຈົ້າຂອງຄລີນິກແມ່ຂອງ, ໄດ້ຢືນຢັນຜ່ານໜັງສືພິມລາວພັດທະ ນາພວກເຮົາວ່າ:  ຕໍ່ຫາງສຽງສັງຄົມຈົ່ມວ່າການບໍລິການຂອງຄະລີນິກເອກະຊົນຈຳນວນໜຶ່ງຂ້ອນຂ້າງມີລາຄາສູງເກີນປົກກະຕິ, ແຕ່ສະເພາະຄລີນິກແມ່ຂອງ ແລ້ວຂໍຢືນຢັນວ່າການເກັບຄ່າບໍລິການນັ້ນ, ແມ່ນບໍ່ມີດັ່ງຄວາມເຂົ້າໃຈດັ່ງກ່າວຖ້າທຽບໃສ່ກັບຄລີນິກອື່ນໆ, ເນື່ຶອງຈາກພວກເຮົາໄດ້ເອົາໃຈ ໃສ່ປະຕິບັດຕາມລະບຽບການຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ, ເປັນຕົ້ນແມ່ນທາງຄລີນີກໄດ້ມີຕາຕະລາງແຈ້ງການເກັບຄ່າບໍລິການຕ່າງໆຂອງຕົນໄວ້ຢ່າງຈະແຈ້ງຕາມພາກສ່ວນກ່ຽວຂ້ອງກຳນົດໄວ້ຕົວຢ່າງ: ຄ່າບໍລິການກວດພະຍາດທົ່ວໄປແຕ່ລະຄັ້ງແມ່ນ 20.000 ກີບ ຕໍ່ຄົນ, ກວດຕຳລາເລືອດ, ກວດເລືອດທົ່ວໄປ 40.000 ກີບ, ກວດຕັບ 40.000 ກີບ, ກວດໝາກໄຂ່ຫຼັງ 40.000 ກີບ, ສຳລັບຄ່າຢາປິ່ນປົວກໍຢູ່ໃນເກນປົກກະຕິຕາມພາກສ່ວນກ່ຽວຂ້ອງກຳນົດ ແລະ ສຳລັບລູກຄ້າທີ່ມາໃຊ້ບໍລິການຄລີນິກແມ່ຂອງສ່ວນຫຼາຍແມ່ນຜູ້ທີ່ມີລາຍ
ຮັບໜ້ອຍ ແລະ ມາຈາກເຂດນອກເຊັ່ນ: ເມືອງສັງທອງ, ເມືອງປາກງື່ມ ເປັນສ່ວນຫຼາຍ ແລະ ເປັນລູກຄ້າປະຈຳ, ໂດຍສະເລ່ຍແລ້ວ ເດືອນໜຶ່ງ ຈະມີຄົນເຈັບເຂົ້າມາກວດ ແລະ ປິ່ນປົວສຸຂະພາບປະມານ 200300 ຄົນ ແລະ ທາງຄະລີນິກ ກໍມີນະໂຍບາຍຊ່ວຍເຫຼືອຜູ້ທຸກຍາກຂາດເຂີນເຊັ່ນ: ໄດ້ຫຼຸດຄ່າບໍລິການ 10%, ພ້ອມທັງນຳສົ່ງຄົນເຈັບໄປໂຮງໝໍໃຫຍ່ເພື່ອການປິ່ນປົວທີ່ຖືກ ຕ້ອງ ແລະ ໄປຄຽງຄູ່ກັບເຮັດການບໍລິການຕາມຈັນຍາບັນ, ຈັນຍາທຳຂອງແພດໝໍແລ້ວ, ທາງຄະລີນິກຍັງໄດ້ເນັ້ນເຖິງຄຸນນະພາບຂອງການບໍລິການອີກດ້ວຍເຊັ່ນ: ໄດ້ສ້າງຄວາມສະດວກສະບາຍ ແລະ ວ່ອງໄວ ເພື່ອສ້າງຄວາມພໍໃຈແກ່ຜູ້ມາໃຊ້ບໍລິການ ປິ່ນປົວສຸຂະ ພາບຢູ່ຄະລີນິກຂອງຕົນ ແລະ ອີກອັນໜຶ່ງ ກໍເພື່ອສາມາດດຶງດູດຄົນເຈັບລາວໃຫ້ຫຼຸດຜ່ອນ ການໄປໃຊ້ບໍລິການກວດສຸຂະພາບ ແລະ ປິ່ນປົວຢູ່ຕ່າງປະເທດ, ຊຶ່ງຕ້ອງໄດ້ໃຊ້ຈ່າຍສິ້ນ ເປືອງກ່ວາ, ທັງໆທີ່ດ້ານວິຊາການແພດໝໍກໍເທົ່າທຽມກັນ ແລະ ມີຫຼາຍຢ່າງທີ່ປະເທດເຮົາໄດ້ມີການພັດທະນາດີຂື້ນ, ໂດຍສະເພາະແມ່ນຄວາມສາມາດໃນການບົ່ງມະຕິພະຍາດ ແລະ ການປິ່ນປົວ, ດັ່ງນັ້ນ, ຈຶ່ງຂໍຝາກເຖິງຜູ້ທີ່ມັກໄປກວດສຸຂະພາບຢູ່ຕ່າງປະເທດຖ້າບໍ່ຈຳເປັນແທ້ກໍບໍ່ຄວນໄປ, ເນື່ອງຈາກໂຮງໝໍ ແລະ ຄລີນິກຢູ່ປະເທດເຮົາກໍສາມາດກວດ ແລະ ປິ່ນ ປົວພະຍາດຕ່າງໆໄດ້ເຊັນດຽວກັນ.

ເຈົ້າຂອງຄລີນິກດັ່ງກ່າວໃຫ້ຮູ້ອີກວ່າ: ຄລີນິກແມ່ຂອງສ້າງຕັ້ງຂື້ນໃນປີ 1990 ເປັນການຮ່ວມທຶນລະຫວ່າງລັດຖະບານລາວ ແລະ ຈີນ, ຊຶ່ງໃນເມື່ອກ່ອນຈະເປັນຄລີນິກຂອງລັດ,ຈົນມາຮອດປີ 2000 ຈຶ່ງໄດ້ປ່ຽນເປັນຄລີນິກເອກະຊົນຈົນເຖິງປັດຈຸບັນ ແລະ ໄດ້ມີການຍົກລະດັບຄຸນນະພາບການບໍລິການດີຂື້ນເລື້ອຍໆ.

No comments:

Post a Comment