Ad

Ad

29 March 2016

ຫ້ອງວ່າການລັດຖະບານເຊື່ອມຊຶມວຽກງານກວດກາພ້ອມນິຕິກຳຕ້ານສໍ້ລາດບັງຫລວງ

          ໃນວັນທີ 28 ມີນານີ້ ຫ້ອງວ່າການລັດຖະບານ (ຫລບ) ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກວດກາ ແລະ ນິຕິກຳສຳຄັນ ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ແກ່ພະນັກ ງານຫລັກແຫລ່ງ ທົ່ວຫ້ອງວ່າການລັດຖະບານໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕໍ່ວຽກງານດັ່ງກ່າວ ເພື່ອນຳໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງໄດ້ຮັບຜົນດີ.
          ກອປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ ໂດຍທ່ານນາງ ບຸບຜາ ເຄນວົງດາລາ ປະທານກວດກາຄະນະພັກ, ຮອງຫົວໜ້າຫ້ອງວ່າການລັດຖະບານ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍສຳ ຄັນຂອງການສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 34 ປີ (16/02/1982-16/02/2016); ຜົນ
ສຳເລັດກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2015 ແລະ ທິດທາງແຜນການປີ 2016; ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ ແລະ ອື່ນໆ.

          ທ່ານນາງ ບຸບຜາ ເຄນວົງດາລາ ຊີ້ໃຫ້ເຫັນວ່າ: ການກວດກາ ແມ່ນເພື່ອເຮັດໃຫ້ແນວທາງນະໂຍບາຍ, ຂໍ້ກຳນົດ ແລະ ລະບຽບການຕ່າງໆ ທີ່ວາງອອກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ຮັບປະກັນລັກສະນະວິທະຍາສາດ, ພາວະວິໄສ ແລະ ການຂະຫຍາຍຕົວໄປຕາມທິດ. ທັງນີ້ ກໍເພື່ອບັນລຸຈຸດປະສົງເປົ້າໝາຍທີ່ວາງອອກ ທັງຕອບສະໜອງຄວາມມຸ່ງມາດປາຖະໜາຂອງມະຫາຊົນ ໃນສັງຄົມໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ສັກສິດ. ພ້ອມນັ້ນ ໄດ້ຍົກໃຫ້ເຫັນຄວາມຈຳເປັນຂອງວຽກງານກວດກາ ແລະ ການສ້າງຕັ້ງອົງການກວດກາພັກ-ລັດ ຂອງສປປ ລາວ ເຊິ່ງໄລຍະຜ່ານມາມີການເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດໃນການປະຕິບັດວຽກງານຂອງຕົນເປັນຢ່າງດີ.

No comments:

Post a Comment