Ad

Ad

29 March 2016

ມອບແຜນການປູກໄມ້ ແລະ ຟື້ນຟູປ່າປີ 2016 ໃຫ້ບັນດາແຂວງຕ່າງໆ

ເພື່ອເຮັດໃຫ້ການປູກໄມ້ ແລະ ຟື້ນຟູປ່າ ໄດ້ມີການເຄື່ອນໄຫວຢ່າງແຂງແຮງມີປະສິດຕິຜົນຕາມຄາດໝາຍແຜນການກຳນົດໄວ້, ໃນຍຸດທະສາດປ່າໄມ້ຮອດປີ 2020 ຄື: ປູກໄມ້ໃຫ້ໄດ້ 5 ແສນເຮັກຕາ, ຟື້ນຟູປ່າ ໄມ້ໃຫ້ໄດ້ 6 ລ້ານເຮັກຕາ ແລະ ຍົກລະດັບຄວາມປົກຫຸ້ມໃຫ້ໄດ້ 70%, ດັ່ງນັ້ນລັດຖະມົນຕີກະຊວງກະສິ ກຳ ແລະ ປ່າໄມ້ອອກຈຶ່ງໄດ້ອອກແຈ້ງການລະບັບເລກທີ່ 0020 / ກປ, ລົງວັນທີ 3 ກຸມພາ 2016 ເຖິງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ, ເລື່ອງ: ມອບແຜນການປູກໄມ້ ແລະ ຟື້ນຟູປ່າໃຫ້ບັນດາແຂວງ ແລະ ນະຄອນຫຼວງ ຈັດຕັ້ງປະຕິບັດໃນສົກປີ 2015-2016 ຢ່າງລະອຽດດັ່ງນີ້: (1) ແຂວງຜົ້ງສາລີ: ເກັບແກ່ນພັນໄມ້ໃຫ້ໄດ້ 500 ກິໂລ, ຜະລິດເບ້ຍໄມ້ໃຫ້ໄດ້ 500.000 ເບ້ຍ, ປູກໄມ້ໃຫ້ ໄດ້ 2.000 ເຮັກຕາ ແລະ ຟື້ນຟູປ່າໃຫ້ໄດ້ 11.000 ເຮັກຕາ, ໃນນີ້, ຟື້ນຟູເຂດປ່າຜະລິດ 10.000 ເຮັກ ຕາ, (2) ແຂວງຫຼວງນ້ຳທາ: ເກັບແກ່ນພັນໄມ້ໃຫ້ໄດ້ 800 ກິໂລ, ຜະລິດເບ້ຍໄມ້ຈຳນວນ 1 ລ້ານ ເບ້ຍ, ປູກໄມ້ 1.200 ເຮັກຕາ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 3.000 ເຮັກຕາ, ໃນນີ້, ຟື້ນຟູເຂດປ່າ
ຜະລິດ 2.500 ເຮັກຕາ, (3) ແຂວງບໍ່ແກ້ວ: ເກັບແກ່ນພັນໄມ້ໃຫ້ໄດ້ 500 ກິໂລ, ຜະລິດເບ້ຍໄມ້ 500.000 ເບ້ຍ, ປູກໄມ້ 1.000 ເຮັກຕາ ແລະ ຟື້ນຟູປ່າໄມ້ 22.500 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 5.500 ເຮັກຕາ, (4) ແຂວງອຸດົມໄຊ: ເກັບແກ່ນພັນໄມ້ໃຫ້ໄດ້ 1.200 ກິໂລ, ຜະລິດເບ້ຍໄມ້ໃຫ້ໄດ້ 1.800.000 ເບ້ຍ, ປູກໄມ້ 1.500 ເຮັກຕາ ແລະ ຟື້ນຟູປ່າໄມ້ 10.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ ໄດ້ 3.000 ເຮັກຕາ ແລະ (5) ແຂວງໄຊຍະບູລີ: ເກັບແກ່ນພັນໄມ້ໃຫ້ໄດ້ 500 ກິໂລ, ຜະລິດເບ້ຍໄມ້ 500.000 ເບ້ຍ, ປູກໄມ້ 5.000 ເຮັກຕາ ແລະ ຟື້ນຟູປ່າໄມ້ຈຳນວນ 60.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 20.000 ເຮັກຕາ, (6) ແຂວງຫຼວງພະບາງ: ເກັບແກ່ນພັນໄມ້ໃຫ້ໄດ້ 1.500 ກິໂລ, ຜະລິດເບ້ຍໄມ້ 1.500.000 ເບ້ຍ, ປູກໄມ້ 2.000 ເຮັກຕາ ແລະ ຟື້ນຟູປ່າໄມ້ຈຳນວນ 25.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດ ຈຳນວນ 7.000 ເຮັກຕາ, (7) ແຂວງຫົວພັນ: ເກັບແກ່ນພັນໄມ້ໃຫ້ ໄດ້ 7.000 ກິໂລ, ຜະລິດເບ້ຍໄມ້ 500.000 ເບ້ຍ, ປູກໄມ້ 1.700 ເຮັກຕາ ແລະ ຟື້ນຟູປ່າໄມ້ 8.800 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 8.000 ເຮັກຕາ, (8) ແຂວງຊຽງຂວາງ: ເກັບແກ່ນພັນໄມ້ໃຫ້ໄດ້ 150 ກິໂລ, ຜະລິດເບ້ຍໄມ້ 200.000 ເບ້ຍ, ປູກໄມ້ 200 ເຮັກຕາ ແລະ ຟື້ນຟູປ່າໄມ້ 1.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 500 ເຮັກຕາ, (9) ແຂວງໄຊສົມບູນ: ເກັບແກ່ນພັນໄມ້ໃຫ້ໄດ້ 100 ກິໂລ, ຜະລິດເບ້ຍໄມ້ 300.000 ເບ້ຍ, ປູກໄມ້ 2.500 ເຮັກຕາ ແລະ ຟື້ນຟູປ່າໄມ້ 2.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 500 ເຮັກຕາ (10) ແຂວງວຽງຈັນ: ເກັບແກ່ນພັນໄມ້ໃຫ້ ໄດ້ 1.000 ກິໂລ, ຜະລິດເບ້ຍໄມ້ 2 ລ້ານເບ້ຍ, ປູກໄມ້ 1.500 ເຮັກຕາ ແລະ ຟື້ນຟູປ່າໄມ້ 10.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 6.000 ເຮັກຕາ, (11) ນະຄອນ ຫຼວງວຽງຈັນ: ເກັບແກ່ນພັນໄມ້ 500 ກິໂລ, ຜະລິດເບ້ຍໄມ້ 500.000 ເບ້ຍ, ປູກໄມ້ 300 ເຮັກຕາ ແລະ ຟື້ນຟູໃນເຂດນອກສາມປະເພດປ່າໃຫ້ໄດ້ 800 ເຮັກຕາ ( ບໍ່ມີເນື້ອທີ່ປ່າຜະລິດ, (12) ແຂວງບໍລິຄຳໄຊ: ເກັບແກ່ນພັນໄມ້ໃຫ້ໄດ້ 1.000 ກິໂລ, ຜະລິດເບ້ຍໄມ້ 400.000 ເບ້ຍ, ປູກໄມ້ 300 ເຮັກຕາ ແລະ ຟື້ນຟູປ່າໄມ້ 5.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດ ຈຳນວນ 4.000 ເຮັກຕາ (13) ແຂວງຄຳມ່ວນ: ເກັບແກ່ນພັນໄມ້ 600 ກິໂລ, ຜະລິດເບ້ຍໄມ້ 1.000.000 ເບ້ຍ, ປູກໄມ້ 700 ເຮັກຕາ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 8.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 7.000 ເຮັກຕາ (14) ແຂວງສະຫວັນນະເຂດ: ເກັບແກ່ນພັນໄມ້ 1.500 ກິໂລ, ຜະລິດເບ້ຍໄມ້ 3.000.000 ເບ້ຍ, ປູກໄມ້ 1700 ເຮັກຕາ ແລະ ຟື້ນຟູປ່າໄມ້ 18.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 6.000 ເຮັກຕາ, (15) ແຂວງສາລະວັນ: ເກັບແກ່ນພັນໄມ້ໃຫ້ໄດ້ 750 ກິໂລ, ຜະລິດເບ້ຍໄມ້ 1.800.000 ເບ້ຍ, ປູກໄມ້ 2.000 ເຮັກຕາ ແລະ ຟື້ນຟູປ່າໄມ້ຈຳນວນ 26.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດ 10.000 ເຮັກຕາ, (16) ແຂວງຈຳປາສັກ: ເກັບແກ່ນພັນໄມ້ 1.500 ກິໂລ, ຜະລິດ ເບ້ຍໄມ້ 1.500.000 ເບ້ຍ, ປູກໄມ້ 1.500 ເຮັກຕາ ແລະ ຟື້ນຟູປ່າໄມ້ 15.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 6.000 ເຮັກຕາ, (17) ແຂວງເຊກອງ: ເກັບແກ່ນພັນໄມ້ 700 ກິໂລ, ຜະລິດເບ້ຍໄມ້ 1.00.000 ເບ້ຍ, ປູກໄມ້ 900 ເຮັກຕາ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 48.000 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 24.000 ເຮັກຕາ, (18) ແຂວງອັດຕະປື: ເກັບແກ່ນພັນໄມ້ໃຫ້ໄດ້ 500 ກິໂລ, ຜະລິດເບ້ຍໄມ້ 1.00.000 ເບ້ຍ, ປູກໄມ້ 2.500 ເຮັກຕາ ແລະ ຟື້ນຟູປ່າໄມ້ໃຫ້ໄດ້ 2.500 ເຮັກຕາ, ໃນນີ້, ຟື້ນຟູໃນເຂດປ່າຜະລິດໃຫ້ໄດ້ 2.000 ເຮັກຕາ.

ພ້ອມນັ້ນກໍໃຫ້ເພີ່ມທະວີຄວາມເອົາໃຈໃສ່ການປູກ, ການບົວລະບັດຮັກສາໄມ້ປູກ ແລະ ຄຸ້ມຄອງປ່າປູກທັງໃນເຂດປ່າຜະລິດ ແລະ ເຂດນອກສາມປະເທດປ່າໃຫ້ໄດ້ຮັບຜົນເປັນຢ່າງດີ.

No comments:

Post a Comment