Ad

Ad

29 March 2016

ການທີ່ຈະລົງໄປພົ່ນຢາຂ້າຍຸງຢູ່ເຂດໃດໜຶ່ງນັ້ນຕ້ອງຜ່ານການກວດກາຈາກພາກສ່ວນກ່ຽວຂ້ອງ

ເມື່ອບໍ່ດົນມານີ້ມີປະຊາຊົນຢູ່ບ້ານໜອງພະຍາ (ເຂດຄ້າຍທະຫານ 401), ເມືອງໄຊທານີ້,ນະຄອນຫຼວງວຽງຈັນ,ໂທລະສັບເຂົ້າມາຫາທາງກອງບັນນາທິການໜັງສືພິມລາວພັດ ທະ ນາພວກເຮົາວ່າ: ຢາກສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງກະຊວງສາທາລະນະສຸກ ລົງໄປພົ່ນຢາຂ້າຍຸງໃນບໍລິເວນບ້ານຂອງຕົນແດ່, ແຕ່ບໍ່ຮູ້ວ່າຈະສະເໜີແນວໃດ, ຊຶ່ງຜ່ານມາກໍ ໄດ້ສະເໜີນຳອຳນາດການປົກຄອງບ້ານແລ້ວຫຼາຍຄັ້ງແຕ່ບໍ່ເຫັນມີຫຍັງເກີດຂຶ້, ເນື່ອງຈາກ ປັດຈຸບັນບ້ານດັ່ງກ່າວມີຍຸງເປັນຈຳນວນຫຼາຍ, ຊຶ່ງອາດເຮັດໃຫ້ປະຊາຊົນສຽງຕໍ່ການເປັນໄຂ້ ເລືອດອອກໄດ້ງ່າຍ,ຊຶ່ງຕໍ່ບັນຫາດັ່ງ  ກ່າວທາງໜັງສືພິມລາວພັດທະນາຂອງພວກ ເຮົາກໍໄດ້ສະເໜີ ໄປຍັງພາກສ່ວນກ່ຽວຂ້ອງຂອງພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ໂດຍໜ່ວຍງານຮັບຜິດຊອບການພົ່ນຢາຂ້າຍຸງໃຫ້ເຫດຜົນວ່າ: ການທີ່ພາກ ສ່ວນກ່ຽວຂ້ອງຂອງສາທາລະນະສຸກຈະລົງໄປພົ່ນຢາຂ້າຍຸງ, ຢູ່ບ້ານ, ບໍລິເວນໃດໜຶ່ງນັ້ນ, ຕ້ອງມີຂໍ້ມູນທີ່ຈະ
ແຈ້ງ ແລະ ຜ່ານການກວດກາຈາກພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ອາສາສະໝັກ(ອສບ) ບ້ານ, ສາທາລະນະສຸກເມືອງ, ວ່າບໍລິເວນດັ່ງກ່າວມີຍຸງໜ້ອຍຫຼາຍແນວໃດຍ້ອນຫຍັງ, ປະຊາຊົນເຂດດັ່ງກ່າວໄດ້ເອົາໃຈໃສ່ປະຕິບັດຕາມຄຳຂັວນ 5 ປ ທີ່ກະຊຍວງສາທາລະນະສຸກວາງອອກຢ່າງເຂັ້ມງວດຫຼືບໍ່, ສິ່ງສຳຄັນແມ່ນປະຊາຊົນເຂດດັ່ງກ່າວໄດ້ມີຜູ້ຕິດເຊື້ອໄຂ້ເລືອດອອກຫຼືບໍ່, ຈາກນັ້ນພາກສ່ວນກ່ຽວຂ້ອງຈະພິຈາລະນາວ່າເຂດດັ່ງກ່າວເໝາະສົມໃນການພົ່ນຢາຫຼືບໍ່, ເນື່ອງຈາກການພົ່ນຢາຂ້າຍຸງນັ້ນຈະເຮັດໃຫັ້ມີສານເຄມີຕົກຄ້າງຖ້າບໍ່ຈຳເປັນອີຫຼີບໍ່ຢາກໃຊ້ວິທີ່ກຳຈັດຍຸງດ້ວຍການພົ່ນຢາ ແລະ ໃຊ້ວິທີ່ອື່ນແທນເຊັ່ນການປະຕິບັດຕາມຄຳຂັວນ 5 ປ  ແມ່ນຈະເປັນການດີທີ່ສຸດ ແລະ ອິກຢ່າງໜຶ່ງ, ໜ່ວຍງານພົ່ນຢ່າຂ້າຍຸງແມ່ນຂື້ນກັບລັດຖະບານ, ຊຶ່ງບໍ່ອາດຈະລົງໄປພົ່ນຢາຂ້າຍຸງໄດ້ທົ່ວທຸກບ່ອນຕາມການສະເໜີມາ, ແຕ່ເຖິງຢ່າງໃດກໍຕາມຖ້າຫາກທຸກຄົນເປັນເຈົ້າການປະຕິບັດຕາມຄຳຂັວນ 5 ປ ທີ່ກະຊວງສາ ທາລະນະສຸກວາງອອກຢ່າງເຂັ້ມງວດ, ເຊື່ອໝັ້ນວ່າຈະສາມາດກຳຈັດຍຸງໃຫ້ຫຼຸດໜ້ອຍຖອຍລົງໄດ້, ກໍຄືສາມາດປ້ອງກັນໄຂ້ເລືອດອອກ ແລະ ພະຍາດຮ້າຍແຮງອື່ນໆດັ່ງຊິກາໄດ້.

No comments:

Post a Comment